ກອງປະຊຸມລັດຖະມົນຕີການຄ້າຂອງກຸ່ມ G20
By sonsathit rasavong On 11 Jul, 2016 At 05:39 PM | Categorized As ຂ່າວສຳຄັນ | With 0 Comments

 

ໃນລະຫວ່າງວັນທີ 9-10 ກໍລະກົດ 2016, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີການຄ້າຂອງກຸ່ມ G20 ຫຼື The 2016 G20 Terade Ministers Meeting ເປັນຄັ້ງທໍາອິດ ທີ່ ຊຽງໄຮ, ສປ ຈີນ ຊຶ່ງ ສປປ ລາວ ແມ່ນໜຶ່ງໃນ 9 ປະເທດທີ່ບໍ່ແມ່ນສະມາຊິກ ທີ່ໄດ້ຖືກເຊື້ອເຊີນເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ (Egypt, Kazakhstan, Laos, Netherlands, New Zealand, Senegal, Singapore, Spain, Chad).
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນພາຍໃຕ້ການເປັນປະທານຂອງທ່ານ Gao Hucheng ລັດຖະມົນຕີ ກະຊວງການຄ້າຈີນ ແລະ ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 9 ກໍລະກົດ 2016 ຊຶ່ງໄດ້ປຶກສາຫາລືປິ່ນອ້ອມຫົວຂໍ້ການຮັດແໜ້ນການຄ້າການລົງທຶນຂອງບັນດາປະເທດສະມາຊິກ G20 ລວມທັງການການຊຸກຍູ້ການເຕີບໂຕຂອງການຄ້າໂລກ, ການຮ່ວມມືໃນດ້ານນະໂຍບາຍການສົ່ງເສີມການລົງທຶນ, ການຮ່ວມມືໃນຕ່ອງໂສ້ການຜະລິດສາກົນ (Global Value Chain) ແລະ ບັນຫາສໍາຄັນອື່ນໆ.

ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ມີຄວາມເຫັນກ່ຽວກັບການເຮັດແນວໃດເພື່ອເຮັດໃຫ້ປະເທດກໍາລັງພັດທະນາ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດມີສ່ວນຮ່ວມໃນຕ່ອງໂສ້ການຜະລິດສາກົນ-GVC ຊຶ່ງທ່ານໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນ ຂອງ ລະບຽບແຫຼ່ງກໍາເນີດສິນຄ້າ ແລະ ການວາງນະໂຍບາຍ ແລະ ນິຕິກໍາ ທີ່ ອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດຂອງ SMEs ລວມທັງລວມທັງນະໂຍບາຍການລົງທຶນ.
ປະເທດສະມາຊິກຂອງ ກຸ່ມ G20 ມີ Agentina, Australia, Brazil, Canada, European Union, France, German, India, Indonesia, Italy, Japan, Mexico, China, S.Korea, Russia Federation, Saudi Arabia, South Africa, Turkey, United Kingdom, United State of America.

[ກະຊວງອຸດສາຫະກຳ ແລະ ການຄ້າ]
[ສູນສະຖິຕິ ແລະ ຂ່າວສານ]

ut2