ງານວາງສະແດງສິນຄ້າລາວ – ຫວຽດນາມ
By sonsathit rasavong On 11 Jul, 2016 At 04:48 PM | Categorized As ຂ່າວພາຍໃນ | With 0 Comments

 

ກົມ​ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ສປປ ລາວ ຮ່ວມ​ກັບ​ກົມ​ສົ່ງ​ເສີມ​ການ​ຄ້າ​ຫວຽດນາມ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ​ແລະ ນັກທຸລະກິດ​ທັງ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ເປີດ​ງານ​ວາງສະ​ແດງ​ສິນຄ້າ​ ລາວ – ຫວຽດ ຂຶ້ນ​ເປ​ັນທາງ​ການ​ໃນ​ວັນ​ທີ 7 – 11 ກໍລະກົດ 2016 ທີ່​ສູນ​ການ​ຄ້າ ລາວ -​ ​ໄອ​ເຕັກ ນະຄອນຫຼວງ​ວຽງ​ຈັນ ​ເພື່ອ​​ເພີ່ມ​ໂອກາດ​ໃນ​ການ​ຄ້າ ​ແລະ ​ເຈລະຈາ​ທຸລະ​ກິດ​ຮ່ວມ​ກັນ​ຂອງ 2 ປະ​ເທດ.

​ເຂົ້າ​ຮ່ວມ​ໃນ​ພິທີ​ມີ ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດຖະມົນ​ຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ພ້ອມ​ຄະນະ, ຝ່າຍ​ຫວຽດນາມ ນຳ​ໂດຍ ທ່ານ ຫງວຽນ ​ເກີ​ມຕູ ຮອງ​ລັດ​ຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ພ້ອມ​ຄະນະ ​ແລະ ທຸລະ​ກິດ. ພ້ອມ​ນັ້ນ, ຍັງ​ມີ​ຜູ້​ປະກອບ​ການ​ທຸລະ​ກິດ​ທັງ​ສອງ​ປະ​ເທດ ​ແລະ ມວນ​ຊົນ​ທີ່​ເລາະ​ຊົມ​ງານ​ຮ່ວມ​ເປັນ​ສັກຂີ​ພິຍານ.

ທ່ານ ສົມ​ຈິດ ອິນ​ທະ​ມິດ ​ໄດ້​ກ່າວ​ວ່າ: ຕະຫຼອດ​ໄລຍະ​ຜ່ານ​ມາ ການ​ພົວພັນ​ລະຫວ່າງ​ສອງ​ລັດຖະບານ ສປປ ລາວ ​ແລະ ສສ ຫວຽດນາມ ​ເວົ້າ​ສະ​ເພາະ ສອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຂອງ​ສອງ​ປະ​ເທດ ​ໄດ້​ລົງ​ນາມ​ສັນຍາ​ຮ່ວມ​ມື​ທະວິ​ພາຄີ​ໃນ​ໄລຍະ 2016 – 2020 ​​ແລະ ຂໍ້​ຕົກລົງ​ຮ່ວມ​ມື​ທະວິ​ພາ​ຄີ ປະຈຳ​ປີ 2016. ​ໃນ​ນັ້ນ, ສອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ຊອກ​ຫາ​ບັນດາ​ມາດ​ຕະການ ​​ເພື່ອ​ກະ​ຕຸ້ນ​ໃຫ້ການ​ພັດທະນາ​ການ​ຄ້າ 2 ປະ​ເທດ ມີ​ທ່າ​ຂະຫຍາຍຕົວ ສ່ວນ​ໂຕ​ເລກ​ການ​ລົງທຶນ​ຂອງ​ທຸລະ​ກິດ​ຫວຽດນາມ ລົງທຶນ​ຢູ່ ສປປ ລາວ ປີ 2016 ລວມມູນ​ຄ່າ 3.5 ຕື້​ໂດ​ລາ, ​ເພີ່ມ​ຂຶ້ນ 30% ປະ​ເພດການ​ລົງທຶນ​ສ່ວຍ​ໃຫຍ່​ແມ່ນ ພະລັງງານ, ບໍ່​ແຮ່, ກະສິກຳ ​ແລະ ທະນາຄານ ລວມທັງ​ໝົດ 350 ບໍລິສັດ.

ການຈັດ​ງານ​ວາງສະ​ແດງ​ສິນຄ້າ​ລາວ – ຫວຽດນາມ ຄັ້ງ​ນີ້​ເປັນ​ຄັ້ງ​ທີ່ 9 ​ເພື່ອ​ສົ່ງ​ເສີມ​ການ​ຄ້າ​ດ້ວຍ​ກັນ ຫຼຸດ​ອັດຕາ​ພາສີ​ພິ​ເສດ ຕໍ່​ກັບ​ສິນຄ້າ​ທີ່​ມີ​ແຫຼ່ງກຳ​ເນີ​ດຈາກ​ສອງ​ປ​ະ​ເທດ, ວາງ​ມາດ​ຕະການ​ເພື່ອ​ເພີ່ມ​ມູນ​ຄ້າ​ການ​ຄ້າ ລາວ – ຫວຽດນາມ ​ໃຫ້​ເພີ່ມ​ຂຶ້ນ, ງານ​ດັ່ງກ່າວກໍ່​ຈະ​ເປັນ​ການ​ກະ​ຕຸ້ນ​ເສດຖະກິດ​ຂະຫຍາຍ​ການ​ຮ່ວມ​ມື​ທາງ​ການ​ຄ້າ ​ແລະ ການ​ລົງທຶນ​ຢ່າງ​ຕໍ່​ເນື່ອງ, ງານ​ດັ່ງກ່າວ​ມີ​ຫ້ອງ​ວາງສະ​ແດງ​ທັງ​ໝົດ 400 ຫ້ອງ ມີ​ຫຼາຍ​ກວ່າ 200 ບໍລິ​ສັດ ​ເຂົ້າ​ຮ່ວມ​. ​ໃນ​ນັ້ນ, ມີ​ນັກທຸລະກິດ ຈາກ ສສ ຫວຽດນາມ 98 ບໍລິສັດ​ນຳ​ສິນຄ້າ​ຂອງ​ຕົນ​ເຂົ້າ​ຮ່ວມ.

ທ່ານ​ກ່າວ​ຕື່ມ​ອີກ​ວ່າ: ງານ​ດັ່ງກ່າວ​ຈະ​ຊ່ວຍ​ສົ່ງ​ເສີມ​ນັກທຸລະກິດ​ທັງ​ສອງ​ປະ​ເທດ ​ໃຊ້​ງານ​ນີ້​ເປັນ​ເວທີ​ແລກປ່ຽນ​ຂໍ້​ມູນ – ຂ່າວສານ ​ເຈລະຈາ​ຫາ​ຄູ່​ຄ້າ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ທຸລະ​ກິດ​ເພື່ອ​ພ້ອມ​ກັນ​ພັດທະນາ​ຮ່ວມ​ກັນ.

ງານ​ວາງ​ສະ​ແດງ​ນີ້​ເປັນ​ຂົວ​ຕໍ່​ທີ່​ມີ​ປະສິດທິ​ຜົນສຳ​ລັບ​ບັນດາ​ການຈັດ​ຕັ້ງ​ການ​ຄ້າ, ຜູ້​ຜະລິດ, ນັກ​ລົງທຶນຫວຽດນາມ ​ແລະ ລາວ ພົບ​ປະ​ແລກປ່ຽນ​ປະສົບ​ການ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ການ​ລົງທຶນ, ສຳພັນ​ທຸລະ​ກິດ​ນຳ​ກັນ, ງານ​ດັ່ງກ່າວ​ຈະ​ເປັນ​ເງື່ອນ​ໄຂ​ທີ່​ດີ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ຂອງ​ຫວຽດນາມ​ ທີ່​ຈະ​ໄດ້ມີ​ໂອກາດ​ໂຄສະນາ​ຍີ່​ຫໍ້ ຊອກ​ຫາ​ຕະຫຼາດ ​ແລະ ຄວາມ​ຕ້ອງການ​ຊົ​ມ​ໃຊ້​ຂອງ​ສິນຄ້າ​ຕົນ ຈາກ​ນັ້ນ​ສາມາດ​ສ້າງ​ຕາໜ່າງ​ແຈກ​ຢາຍ ​ແລະ ຈຳໜ່າຍ​ສິນຄ້າ​ໄປ​ຍັງ​ຕະຫຼາດ​ລາວ ​ແລະ ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ໄທ.

​ໃນ​ງານ​ມີ​ສິນຄ້າ​ຫຼາກ​ຫຼາຍ​ລາຍການ​​ເປັນ​ຕົ້ນ​ແມ່ນ: ​ເຄື່ອງ​ໄຟຟ້າ, ​ເຄື່ອງ​ຢາງ, ​ເຄື່ອງມື​ກະສິກຳ, ອາຫານ​ທະ​ເລ, ​ເຟີ​ນີ​ເຈີ, ​ເຄື່ອງ​ຫັດຖະກຳ, ກະສິກຳ​ປຸງ​ແຕ່ງ, ສິນ​ຄ້າ​ໂອ​ດ໊ອບ, ຢາ​ພື້ນ​ເມືອງ ​ແລະ ອື່ນໆ.

ທ່ານ ວິລັດ ປັນຍາ​ລາດ ປະທານ​ບໍລິສັດ​ຄຳ​ທະນະ​ພອນ ຄວັດ​ແກະສະຫຼັກຫັດ​ຖະກຳ​ໄມ້​ຈຳກັດ​ຜູ້​ດຽວ​ໄດ້​ກ່າວວ່າ: ງານ​ດັ່ງກ່າວ​ຈະ​ໃຫ້​ໂອກາດ​ຜູ້​ຜະ​ລິດ ​ແລະ ຜູ້​ຊົມ​ໃຊ້​ໄດ້​ມາ​ພົບ​ປະກັນ ບໍ່​ວ່າ​ຈະ​ເປັນ​ທຸລະ​ກິດ​ລາວ ຫຼື ຫວຽດນາມ ​ເຊິ່ງຮຽກຮ້ອງ​ຜູ້​ປະກອບ​ການ​ໃຊ້​ເວທີ​ນີ້​ເພື່ອ​ຕໍ່​ຍອດ​ການ​ຂາຍ ຫຼື ສ້າງ​ຕາໜ່າງ​ໃຫ້​ສິນ​ຄ້າ​ຂອງ​ຕົນ ບໍ່​ຢາກ​ໃຫ້​ຄິດ​ວ່າ​ເອົາ​ງານ​ນີ້​ມາ​ພຽງ​ຊື້ – ຂາຍ​ເທົ່າ​ນັ້ນ ຕ້ອງ​ຄິດ​ວ່າ​ຈະ​ຕ້ອງ​ໄດ້​ມີ​ການ​ເຮັດ​ສັນຍາ​ຊື້ – ຂາຍ​ໄລ​ຍະ​ຍາວ ຫຼັງ​ຈາກ​ແລ້ວ​ງານ​ກໍ່ຕາມ.

ດ້ານ ທ່ານ ລັງ​ກອນ ​ໄຊ​ຍະ​ວົງ ປະ​ທານ​ທີ່​ປຶກສາ ບໍລິສັດ ກຸ່ມ​ໄຊ​ຍະ​ວົງ ຈຳກັດ​ຜູ້​ດຽວ (ທຸລະ​ກິດ​ກ່ຽວ​ກັບ​ລະບົບ​ທໍ່​ສົ່ງ​ນ້ຳ​ທຸກ​ປະ​ເພດ) ​ໄດ້​ກ່າວ​ວ່າ: ສຳລັບ​ການ​ມາ​ວາງສະ​ແດງ​ສິນຄ້າ​ໃນ​ງານ​ເປົ້າ​ໝາຍ​ຫຼັກ​ຂອງ​ຕົນ​ແມ່ນ ​ເພື່ອ​ວາງສະ​ແດງ​ສິນຄ້າ ​ແລະ ​ໃຫ້​ຄຳ​ປຶກສາ​ແກ່​ລູກ​ຄ້າ​ທີ່​ມີ​ບັນຫາ​ເລື້ອງ​ລະບົບ​ທໍ່​ສົ່ງ​ນ້ຳ​ທຸກ​ປະ​ເພດ. ສະ​ນັ້ນ, ​ໂອກາດ​ທາງ​ການ​ຄ້າ​ຂອງ​ບໍລິສັດ​ແມ່​ນສ້າງ​ຄວາມ​ເຂົ້າ​ໃຈ​ເພື່ອ​ໃຫ້​ລູກ​ຄ້າ​ຮັບ​ຮູ້​ກ່ຽວ​ກັບ​ຜະລິດ​ຕະພັນ ຫຼັງ​ຈາກ​ນັ້ນ​ການ​ຊື້ – ຂາຍ​ກໍ່​ຈະ​ເກີດ​ຕາມ​ຫຼັງ ​ແລະ ຍືນ​ຍົງ​ກວ່າ​ການ​ຂາຍ​ພຽງ​ໜ້າ​ຮ້ານ.

[ພາບ ​ແລະ ຂ່າວ: ໜັງ​ສື​ພິມ​ເສດຖະກິດ -​ ການ​ຄ້າ]

ll02

ll04