ກະຊວງ ອຄ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ
By sonsathit rasavong On 1 Jul, 2016 At 11:27 AM | Categorized As ຂ່າວພາຍໃນ | With 0 Comments

 

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ຈັດ​ກອງ​ປະຊຸມ​ເຊື່ອມ​ຊຶມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ X ຂອງ​ພັກ ​ໃນ​ວັນ​ທີ 29-30 ມີ​ຖຸນາ 2016 ຜ່ານ​ມາ ທີ່​ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ​ໂດຍ​ມີ ທ່ານ ບຸນ​ມີ ມະນີ​ວົງ ຮອງ​ລັດຖະມົນຕີ ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ​ເປັນ​ຜູ້​ເຜີຍ​ແຜ່.

ການ​ເຊື່ອມ​ຊຶມ​ມະຕິ​ດັ່ງກ່າວ ​ແມ່ນ​ແນ​ໃສ່​ຍົກ​ລະດັບ​ຄວາມ​ຮັບ​ຮູ້​ຄວາມ​ເຂົ້າ​ໃຈ ​ແລະ ​ເປັນ​ເອກະ​ພາບ​ກ່ຽວ​ກັບ​​ແນວທາງ​ການ​ປ່ຽນ​ແປງ​​ໃໝ່​ຂອງ​ພັກ​ເຮົາ ສືບ​ຕໍ່​ດຳ​ເນີນ​ໄປ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ ເປັນຕົ້ນແມ່ນວິໄສທັດຮອດ 2030, ແຜນຍຸດທະສາດ 2016-2025 ແລະ ແຜນການ 5 ປີ ຄັ້ງທີ VIII, ພ້ອມ​ທັງ​ຕີ​ລາຄາ​ຄືນ​ຜົນສຳ​ເລັດ​ການຈັດ​ຕັ້ງ​ປະຕິບັດ​ມະຕິ IX ຂອງ​ພັກ ​ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​ຄວາມ​ຕັດສິນ​ໃຈ​ຕາມ​ທິດ​ກ້າວ​ຂຶ້ນ, ສ້າງ​ບາດກ້າວ​ບຸກທະລຸ​ໃຫ້​ໄດ້ ​ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ພັກ, ພະນັກງານ ​ແລະ ບັນດາ​ຊັ້ນ​ຄົນ​ໃນ​ທົ່ວ​ສັງຄົມ​​ເຂົ້າ​ສູ່​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ.

ທ່ານ ບຸນ​ມີ ມະນີ​ວົງ ​ໄດ້​ກ່າວ​ວ່າ: ການ​ເຊື່ອມ​ຊຶມ​ຄັ້ງ​ນີ້ ​​ໄດ້​ສຸມ​ໃສ່​ເອກະສານ 3 ບົດ ​ໃຫ້​ບັນດາ​ທ່ານ​ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ ​ແລະ ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ນະ​ໂຍບາຍ​ໃໝ່ ​ເຊິ່ງບັນດາ​ທ່ານ​ທີ່​ໄດ້​ເຂົ້າ​ຮ່ວມ​ຍັງ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ ​ແລະ​ ປະກອບ​ຄຳ​ເຫັນ​ທີ່​ມີ​ລັກສະນະ​ສຳ​ມະ​ນາ​ເປີດ​ກວ້າງ​ປະຊາທິປະ​ໄຕ ​ໃນ​ການ​ອອກ​ຄຳ​ຄິດ​ຄຳ​ເຫັນ ​ເພື່ອ​ພ້ອມ​ກັນ​ຕີ​ລາຄາ, ​ເອກະ​ພາບ​ຕໍ່​ບັນຫາ ​ແລະ ຕັດສິນ​ໃຈ​ແກ້​ໄຂ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ ​ແລະ ຜັນ​ຂະຫຍາຍ​ເນື້ອ​ໃນ​ມະຕິ X ມາ​ເປັນ​ແຜນ​ພັດທະນາ​ໃນ​ຂົງ​ເຂດ​ອຸດສາຫະກຳ ​ແລະ ການ​ຄ້າ ​ໃຫ້​ມີ​ບາດກ້າວ​ຂະຫຍາຍຕົວ​ຂຶ້ນ.

 

[ສູນສະຖິຕິ ແລະ ຂ່າວສານ]