ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 1 ປະຈຳປີ 2016 (1th Lao Home & Living Fair 2016)
By sonsathit rasavong On 31 May, 2016 At 09:30 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ຕອນບ່າຍ​ຂອງ​ວັນ​ທີ 26 ພຶດສະພາ 2016 ທີ່​ຜ່ານ​ມາ, ກົມ​ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ຖະ​ແຫຼ​ງຂ່າວ​ກຽມ​ຈັດ​ງານ​ວາງສະ​ແດງ​​ເຄື່ອງ​ເຮືອນ​ລາວ​ ຄັ້ງ​ທີ 1 ປະຈຳ​ປີ 2016 (1th Lao Home & Living Fair 2016) ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ່ 18 -24 / 07 / 2016 ທີ່ ​ສູນ​ການ​ຄ້າ​ລາວ​-ໄອ​ເຕັກ (ຕຶກ​ເກ​ົ່າ) ນະຄອນຫຼວງ​ວຽງ​ຈັນ ​ໂດຍ​ການ​ເປັນ​ປະທານຮ່ວມຂອງ ທ່ານ ສົມ​ຫວັງ ​ນິນ​ທະ​ວ​ົງ ຫົວໜ້າ​ກົມ​ສົ່ງ​ເສີມ ​ແລະ ພັດທະນາສິນຄ້າ ກະຊວງ ອຄ, ທ່ານ ຄຳ​ໄພ ສົມ​ຊະນະ ປະທານ​ສະມາຄົມ​ເຟີ​ນີ​ເຈີ​ລາວ,​ ທ່ານ ກອງ​ມາລາ ພົມມາ​ໄລ ຮອງປະທານ​ສະມາຄົມ​ເຟີ​ນີ​ເຈີ​ລາວ, ບັນດາ​ທ່ານ​ຫົວໜ້າ​ກົມ, ຕົວ​ແທນຫົວ​ໜ່ວຍ​ວິສາ​ຫະກິດ ​ແລະ ສື່​ມວນ​ຊົນ ພ້ອມ​ດ້ວຍພາກສ່ວນ​ທີ່​ກ່ຽວ​ຂອງ​ເຂົ້າ​ຮ່ວມ.

ຈຸ​ດປະສົງ​ຂອງ​ການຈັດ​ງານ​ໃນ​ຄັ້ງ​ນີ້​ກໍ​ເພື່ອ​ເຜີຍ​ແຜ່​ໃຫ້​ສັງຄົມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ ກ່ຽວ​ກັບ​ຜະລິດ​ຕະພັນ​ເຄື່ອງ​ເຮືອນ​ລາວ​ຫຼາຍ​ຂຶ້ນ ສົ່ງເສີມຜູ້​ຜະລິດ​ສາມາດ​ເຂົ້າ​ຫາ​ຕະຫຼາດ ​ແລະ​ ຈຳໜ່າຍ​ສິນຄ້າ​ໄດ້​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແລະ ກ້າວ​ເຂົ້າ​ສູ່​ການ​ສ້າງ​ຕາ​ໜ່າງການວາງສະ​ແດງ – ຂາຍ​ສິນຄ້າ​ ກັບ​ພາກ​ພື້ນ ​ແລະ ສາກົນ​ໃນ​ອະນາ​ຄົດ​ ​ເພື່ອ​ຮັບຮອງ​ຕະຫຼາດ AEC.

ທ່ານ ສົມ​ຫວັງ ​ນິນ​ທະ​ວ​ົງ ​ໄດ້​ກ່າວ​ວ່າ: ພັກ – ລັດຖະບານ​ເຮົາ ຍາມ​ໃດ​ກໍ​່ໃຫ້​ຄວາມ​ສຳຄັນ ​ແລະ ​ເອົ​າ​ໃຈ​​ໃສ່​ຢ່າງ​ເປັນ​ເຈົ້າ​ການ​ໃນ​ວຽກ​ງານ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ພາ​ພື້ນ ​ແລະ ສາກົນ, ຖື​ວ່າ​ເປັນ​ໜຶ່ງ​ໃນ​ວຽກ​ງານບູລິມະ​ສິດ​ໃນ​ການ​ສຸກ​ຍູ້ ສົ່ງ​ເສີມ ​ແລະ ພັດທະນາ ​ເສດຖະກິດ – ສັງຄົມ ຂອງ​ປະ​ເທດ​ຊາດ.

ໃນທ່າມກາງ​ທົ່ວພັກ – ລັດ ​ແລະ ປວງ​ຊົນ​ລາວ​ທັງ​ຊາດ​ ພວມ​ເຊື່ອມ​ຊຶມມະຕິ​ກອງ​ປະຊຸມ​ໃຫຍ່ຂອງພັກສະ​ໄໝ​ທີ X ​ແລະ​ ປະຕິບັດ​ຕາມຄຳ​ສັ່ງ​ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ຄວາມ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ ​ແລະ ກວດກາ​ການ​ຂຸດ​ຄົ້ນ​ໄມ້, ​ເຄື່ອນ​ຍ້າຍ​ໄມ້ ​ແລະ ທຸລະ​ກິດ​ໄມ້​ຂອງ​ ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ ສະບັບ​ເລກ​ທີ 15/ນຍ, ລົງ​ວັນ​ທີ 13 ພຶດສະພາ 2016 ​​​ເພື່ອ​ໃຫ້​​ສອດ​ຄ່ອງ​ກັບ​ແນວທາງ​ດັ່ງກ່າວ ຈຶ່ງ​ເຫັນ​ໄດ້​ຄວາມ​ສຳຄັນ​ໃນ​ການ​ອະນຸລັກ​ຮັກສາ​ປ່າ​ໄມ້, ການ​ນຳ​ໃຊ້​ໄມ້​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ ​ແລະ ​ມີ​ໄມ້​ໄວ້​​ໃຊ້ຢ່າງ​ຢືນ​ຍົງ​ໂດຍ​ໃຫ້​ມີ​ການ​ປຸງ​ແຕ່ງ​ໃຫ້​ເປັນ​ຜະ​ລິດ​ຕະພັນ​ສຳ​ເລັດ​ຮູບ​ຈາກ​ໄມ້, ຫວາຍ ​ແລະ ​ໄມ​້ປ່ອງ ​ໃຫ້​ມີ​ຫຼາກ​ຫຼາຍ​ຜະລິດ​ຕະພັນ ​ຕາມ​ທີ່​ສັງຄົມປະຈຸ​ບັນຕ້ອງການ ​ແລະ ​ເປັນ​ທີ່​ນິຍົມ​ກັນ​ຢູ່​ ດ້ວຍ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ ​ແລະ ທັງ​ເປັນ​ການ​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ຜະລິດ​ຕະພັນ​ເຟີ​ນີ​​ເຈີ​ໄມ້​ລາວ ​ໃຫ້​ກາຍ​ເປັນ​ສິນ​ຄ້າທີ​ມີ​ຄຸນ​ນະພາ​ບ ​ແລະ ລາຄາ​ສູງ​ຕົງຕາມຄວາມ​ຕ້ອງການ​ຂອງ​ລູກ​ຄ້າ ​ແລະ ຕະຫຼາດ ​ເຮັດ​ໃຫ້​ສາມາດ​ສົ່ງ​ອອກ​ຕ່າງປະ​ເທດ​ໄດ້, ຍັງເປັນ​ການ​ສົ່ງ​ເສີມ​ດ້ານ​ສີ​ໄມ້​ລາຍ​ມືຂອງ​ຄົນ​​ລາວ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳໃຫ້​ກັບປະຊາຊົນບັນດາ​ເຜົ່າ, ຕ້ານ​ໄພ​ຫວ່າງ​ງານ, ຊ່ວຍ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ​ໃນ​ອະນາຄົດ.

​ໃນ​ຕອນ​ທ້າຍ​ຂອງ​ງານ ທ່ານ ກອງມາລາ ພົມມາໄລ ຮອງປະທານ ສະມາຄົມເຟີນີເຈີລາວ ​​ໄດ້​ກ່າວວ່າ: ການຈັດງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 1 ປະຈໍາປີ 2016 ຈະ​ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 18 – 24 / 07 / 2016 ທີ່ສູນການຄ້າລາວ – ໄອເຕັກ, ຈຸດປະສົງຂອງການຈັດງານ ແມ່ນເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຕາມເນື້ອໃນຈິດໃຈຂອງຂັ້ນເທິງວາງອອກໃຫ້ປະກົດຜົນເປັນຈິງ ພ້ອມ​ທັງ​ເປັນ​ການສ້າງຂະບວນການຕ້ອນຮັບການເຂົ້າເປັນປະຊາຄົມເສດຖະກິດອາຊຽນ AEC.

ປະເພດສິນຄ້າທີ່ນໍາມາເຂົ້າວາງສະແດງມີ: ຜະລິດຕະພັນເຄື່ອງເຟີນີເຈີທີ່ຜະລິດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ຈາກວັດສະດຸເສດເຫຼືອຕ່າງໆ ທີ່ເຮັດເປັນເຄື່ອງເຟີນີເຈີ, ຜະລິດຕະພັນຫັດຖະກໍາ ແລະ ເຄື່ອງແກະສະຫຼັກຕ່າງໆ, ຜະລິດຕະພັນໄມ້ພ້​ອມດ້ວຍເຄື່ອງຈັກສານຕ່າງໆ ​ຊຶ່ງຫ້ອງວາງສະແດງສິນຄ້າ ​- ຂາຍ ທັງ​ໝົດ​ມີ​ປະມານ 300 ຫ້ອງ, ​ໃນ​ນັ້ນປະກອບ​ມີຫົວໜ່ວຍທຸລະກິດມາ​ຈາກ​ຕ່າງ​ແຂວງ ປະມານ 50 ຫ້​ອງ ແລະ ປະເທດອ້ອມຂ້າງ 40 ຫ້​ອງ ເຂົ້າຮ່ວມ, ກິດຈະກໍາພາຍໃນງານ ມີການວາງສະແດງ, ຂາຍສິນຄ້າ ແລະ ມີການສາທິດການຜະລິດເຄື່ອງເຟີນີເຈີໄມ້, ແກະສະຫຼັກໄມ້, ມີການຈົກສະຫຼາກຊິງລາງວັນ ແລະ ການສະແດງສິນລະປະ.

 

ຂ່າວ​ໂດຍ: ຕິ່ງ​ຄຳ ຈັນທະ​ພອນ (​ກົມ​ແຜນການ ​ແລະ​ ການ​ຮ່ວມ​ມື, ກະຊວງ ອຄ)

Untitled-1

2222