ກະຊວງ ອຄ ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ໃຫ້ຄະນະບໍລິຫານງານພັກທົ່ວກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ
By sonsathit rasavong On 26 May, 2016 At 08:17 AM | Categorized As ຂ່າວພາຍໃນ | With 0 Comments

 

​ໃນ​ຕອນ​ເຊົ້າ​ຂອງ​ວັນທີ 23 ພຶດສະພາ 2016 ຜ່ານມາ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ)​ ​ໄດ້​ຈັດ​ກອງ​ປະຊຸມ​ເຊື່ອມ​ຊຶມມະຕິ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວປ​ະ​ເທດ ຄັ້ງ​ທີ X ຂອງ​ພັກຂຶ້ນ ທີ່​ຫ້ອງ​ປະຊຸມ​ໃຫຍ່​ຂອງ​ກະຊວງ ອຄ ​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະທານ​ໂດຍ ສະຫາຍ ນາງ ​ເຂັມ​ມະນີ ພົນ​ເສນາ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ມີ​ບັນດາ​ສະ​ຫາຍ​ໃນ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ, ຮອງ​ລັດຖະມົນຕີ​ກະຊວງ, ຫົວໜ້າ​ກົມ, ຮອງ​ຫົວໜ້າ​ກົມ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ການ​ຄ້າ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດ​ຖະກິດ​ການ​ຄ້າ, ບັນດາ​ເລຂາ​ຄະນະ​ພັກ​ຮາກ​ຖານ, ​ເລຂາ, ຮອງ​ເລຂາ​ໜ່ວຍ​ພັກ​ລັດ​ວິ​ສາ​ຫະກິດ ​ແລະ ບໍລິສັດ​ອ້ອມ​ຂ້າງ​ອົງຄະ​ນະ​ພັກ​ກະຊວງ ລວມທັງ​ໝົດ 242 ທ່ານ.

ກອງ​ຊຸມ​ດັ່ງກ່າວ​ຈະ​ຈັດ​ຂຶ້ນ​ເປັນ​ເວລາ 3 ວັນ​ເຕັມ, ​ເລີ້ມ​ແຕ່​ວັນ​ທີ 23 – 25 ພຶດສະພາ 2016 ​ເຊິ່ງ​ເນື້ອ​ໃນ​ໃນ​ເອກະສານ​ທີ່​ຈະ​ເຜີຍ​ແຜ່​ເຊື່ອມ​ຊຶມ​ທັງ​ໝົດ​ປະກອບ​ມີ 3 ບົດ​ຄື: ບົດ​ທີ 01 ຜົນສຳ​ເລັດ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ; ບົດ​ທີ 02 ບັນດາ​ຄາດໝາຍ​ໃຫຍ່​ສຳລັບ​ຮອດ​ປີ 2030, 2025 ​ແລະ 2020; ບົດ​ທີ 03 ທິດ​ທາງ​ວຽກ​ງານ​ຈຸດ​ສຸມ​ສຳລັບ​ໄລຍະ​ແຕ່​ປີ 2016 – 2020 ​ເພື່ອ​ນຳພາ​ປະ​ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ຄວາມ​ດ້ອຍ​ພັດທະນາ.

 

[ບົດ​ຂ່າວ: ສູນ​ສະຖິຕິ ​ແລະ ຂ່າວສານ]

web002

???????????????????????????????

web004