ທ່ານ ສົມສະຫວາດ ເລັ່ງສະຫວັດ ເນັ້ນກະຊວງ ອຄ ເອົາໃຈໃສ່ 3 ບັນຫາ
By sonsathit rasavong On 26 May, 2016 At 07:10 AM | Categorized As ຂ່າວພາຍໃນ | With 0 Comments

 

ວັນທີ 18 ພຶດສະພາ ຜ່ານມາ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ການຜະລິດ ແລະ ຈໍລະຈອນ ໄດ້ໂອ້ລົມການນຳກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງທ່ານ ເນັ້ນ 3 ບັນຫາ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງກະຊວງ ບັນລຸຕາມລະດັບຄາດໝາຍ.
ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວວ່າ: ກ່ອນອື່ນທ່ານໄດ້ຊົມເຊີຍ ຜົນງານທີ່ກະຊວງ ຍາດໄດ້ໃນໄລຍະຜ່ານມາ ໂດຍສະເພາະການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ, ການເປີດປະຊາຄົມເສດຖະກິດອາຊຽນ. ໃນນັ້ນ ບັນຫາທີຂະແໜງອຸດສາຫະກຳ ແລະ ການຄ້າຕ້ອງເບິ່ງຄືນ ແມ່ນຈິນຕະນາການຕ້ອງໄດ້ຫັນປ່ຽນ ຕ້ອງເບິ່ງຢ່າງຮອບດ້ານ ເຫັນໄດ້ອັນໃດເປັນກາລະໂອກາດ ອັນໃດເປັນສິ່ງທ້າທາຍ ໃນເງື່ອນໄຂຂອງການເຊື່ອມໂຍງ, ຊອກໃຫ້ເຫັນໄດ້ບັນຫາ ເພື່ອນຳມາຫາລືກັນແກ້ໄຂໃຫ້ດີຂຶ້ນເປັນກ້າວໆ. ທ່ານຍັງຍົກຕົວຢ່າງໃຫ້ເຫັນວ່າ ດຽວນີ້ຕົ້ນທຶນການຜະລິດຂອງປະຊາຊົນເຮົາຍົກສູງຂຶ້ນ ເຮັດໃຫ້ການຜະລິດຂອງເຮົາຢູ່ໃນທ່າທີ່ທົດຖອຍ, ດັ່ງກ່າວ ພະນັກງານລັດເຮົາຕ້ອງພ້ອມກັນຊອກບັນຫາ ແລະ ຮ່ວມກັນແກ້ໄຂ.
ບັນຫາ ສອງ ໃຫ້ເບິ່ງຄືນການບຸກທະລຸດ້ານລະບອບລະບຽບການ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມທີ່ເປັນຂະແໜງການທີ່ອອກທະບຽນ, ການກວດກາ, ການຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ.
ບັນຫາ ສາມ ແມ່ນບຸກທະລຸດ້ານຊັບພະຍາກອນມະນຸດ, ໃນເງື່ອນໄຂການເຊື່ອມໂຍງ ສຳຄັນພະນັກງານຕ້ອງມີຄວາມຮູ້ ຄວາມສາມາດ, ພາສາຕ່າງປະເທດ.

[ບົດ​ຂ່າວ: ໜັງສືພິມ​ເສດຖະກິດ-​ການ​ຄ້າ, ສະບັບ​ວັນ​ທີ 20 ພຶດສະພາ 2016]

web0001

IMG_2311