ກອງປະຊຸມທົບທວນຄືນ ໂຄງການ RELATED ຄັ້ງທີສອງ ແລະ ນຳສະເໜີຂໍ້ລິເລີ່ມຂອງ ໂຄງການ IAI
By sonsathit rasavong On 26 May, 2016 At 07:51 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ວັນ​ທີ 17 ພຶດສະພາ 2016 ທີ່ຜານມາ. ກ​ະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ກາ​ນ​ຄ້າ, ກ​ະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແລ​ະ ໂຄງ​ການ GIZ ໄດ້​ຮ່ວມ​ກັນ​ຈັດ​ກ​ອງ​ປະ​ຊຸມ ທົບ​ທວນ​ຄື​ນ ​ໂຄງ​ການ ເຊື່ອມ​ໂຍງ​ເສດ​ຖະ​ກິດ​ຂອງ ສ​ປ​ປ ​ລາວ​ ເພື່ອ​ພັດ​ທະ​ນາ​ດ້​ານ​ເສດ​ຖະ​ກິດ ແລະ ການ​ຄ້າ (RELATED Project) ແລະ ປຶກ​ສາ​ຫາ​ລືກ່ຽວ​ກັບ ຂໍ້ລິເລີ່ມຂອງໂຄງ​ການ ການເຊື່ອມໂຍງພາຍໃຕ້ຂອບຕະຫຼາດ ແລະ ຖານຜະລິດໜຶ່ງດຽວໃນອາຊຽນ (IAI) ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຂອງ ປະ​ເທດ​ເຢຍ​ລະ​ມັນ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈັດ​ຂື້​ນ​ທີ່ ໂຮງ​ແຮມ​ເມ​ີ​ກຽວ, ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​​ການ​ເປັນ​ປະ​ທານ​ຂອງ​ທ່ານ ສີ​ລິ​ສຳ​ພັນ ວໍ​ຣ​ະ​ຈິດ ຫົວ​ໜ້າ​ກົມ​ແຜນ​ການ ແລະ ການ​ຮ່ວມ​ມື, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ ປະ​ທານ​ຮ່ວມ​ໂດຍ​ທ່ານ Ernst Hustaedt, ຜູ້​ອຳ​ນວຍກ​ານ ໂຄງ​ການ GIZ ປ​ະ​ຈຳ​ລາວ  ແລະ ມີ​ຜູ້​ເຂົ້າ​ຮ່ວມ​​ຈາກຕ​ົວ​ແທນ​​ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ ແລະ ພາ​ກ​ສ່ວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການຂອງ​ໂຄງ​ການ RELATED ແລະ IAI ຈຳ​ນວນ 47 ທ່ານ.

ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ໄປ​ເປັນ​ເວ​ລາ​ເຄິ່ງມື້ ໂດຍ​ໄດ້​ພ້ອມ​ກັນ​ທົບ​ທວນ​ຄືນ ແລະ ປຶກ​ສາ​ຫາ​ລື ບັ​ນ​ດາ​ຄວາມ​ຄືບ​ໜ້າ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ RELATED ຕະ​ຫຼອດ​ໄລ​ຍະ​ເວ​ລາ 6 ເດືອນ ທີ່​ຜ່ານ​ມາ ແລະ ຍັງ​ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບັນ​ດາ​ສິ່ງ​ຈຳ​ເປັນ​ໃນ​ການ​ປັບ​ປຸງສຳ​ລັບ​ແຜນ​ວຽກ ປະ​ຈຳ​ສົກ​ປີ 2015-2016 ກ່ອນ​ສົ່ງ​ໃຫ້​ຄະ​ນະ​ກຳ​ມະ​ການ ຊີ້​ນຳ​ແຜນ​ງານ​ຈັດ​ຕັ້ງ​ປະ​ຕ​ິ​ບັດ​ໂຄງ​ການ (Programm Executive Committee) ເພື່ອ​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ.

ນອກນັ້ນ, ກ​ອງ​ປະ​ຊຸມ​ຍັ​ງ​ໄດ້ນຳ​ສະ​ເໜີ ແລະ ພ້ອມ​ກັນ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຂອບ​ເຂດ ຂອງ​ໂຄງ​ການ​ຊ່ວຍ​ເຫຼືອ​ໃໝ່ ພາຍ​ໃຕ້​ໂຄງ​ການ ຮ່ວມ​ມື​ຂອງ​ເຢຍ​ລະ​ມັນ ແລະ ອາ​ຊຽນ ໃນ​ການ​ໃຫ​້​ການ​ຊ່ວຍ​ເຫຼືອ​ການ​ເຊື່ອມ​ໂຍງ​ເຂົ້າ​ອາ​ຊຽນ​ຂອງ​ບັນ​ດາ​ປະ​ເທດ CLMV ຫຼື ເອີ້ນ​​ວ່າ ໂຄງ​ການ IAI.

ໃນ​ບົດ​ກ່າວ​ເປີດ​ຂອງ​ທ່ານ ສີ​ລິ​ສຳ​ພັນ ວໍ​ຣະ​ຈິດ ​ໄດ້​ເນັ້ນ​ໃຫ້ເຫັນ​ວ່າ “ໂຄງ​ການນີ້ ແມ່ນ​ໂຄງ​ການ​ໜຶ່ງ​ທີ່​ໄດ້​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ​ພາກ​ລັດ ແລະ ເອ​ກະ​ຊົນ ແນ​ໃສ່​ໃນ​ການ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ​​ທີ່ມີ​ເປົ້າ​ໝາຍ ແລະ ສ່ວນ​ຕົວ​ແລ້ວ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ນີ້ເປັນ​ໂອ​ກາດ​ອັນ​ດີ ສຳ​ລັບ​ການເຮັດ​ວຽກ​ຮ່ວມ​ກັນ​ລະ​ຫວ່າງ ໂຄງ​ການ RELATED ແລະ ໂຄງ​ການ​ອື່ນໆ ທີ່​ສະ​ໜັບ​ສະ​ໜູນ ແກ່​ການ​ພັດ​ທະ​ນາ​ຂະ​ແໜງ​ກາ​ນ​ຄ້າ ແລະ ພາກ​ເອ​ກະ​ຊົນຂອງ​ພວກ​ເຮົາ”.

ທ່ານ Ernst Hustaedt, ຜູ້​ອຳ​ນວຍກ​ານ ໂຄງ​ການ GIZ ປ​ະ​ຈຳ​ລາວ ກໍ່​ໄດ້​ກ່າວ ວ່າ ພາຍ​ຫຼັງ ສອງ​ປີ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ RELATED ແລະ ​ກະກຽມ​ຈະ​ເລີ່​ມ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ IAI, ກອງ​ປະ​ຊຸມມື້ນີ້ ຈິ່ງ​ເປັນ​ໂອ​ກາດ​ອັນ​ມີ​ຄຸນ​ຄ່າ​ທີ່​ສຸດ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ດາຄວາມ​ຄືບ​ໜ້າ, ສິ່ງ​ທ້າ​ທາຍ ແລະ ບັ​ນ​ດາ​ແນວ​ຄວາມ​ຄິດ ສຳ​ລັບ​ການ​ເຊື່ອມ​ໂຍງ​ເຂົ້າ​ອາ​ຊ່ຽນ​ຂອງ ສ​ປ​ປ ​ລາວ ໃນ​ອະ​ນາ​ຄົດ. ຂ້າ​ພະ​ເຈົ້າ​ຫວັງ​ຢ່າງ​ຍິ່ງວ່າ ພວກ​ເຮົາ ຈ​ະ​ໄດ້​ພ້ອມ​ກັນ ສຸມ​ໃສ່ ການ​ປຶກ​ສາ​ກາ​ລື ວ່າ​ຈະ​ເຮັດ​ແນວ​ໃດ ເພື່ອ​ໃຫ້ໂຄງ​ການ RELATED ແລະ ໂຄງ​ການ IAI ສາ​ມາດ​ປະ​ກອບ​ສ່ວນ​ແກ່ຜົນ​ສຳ​ເລັດ​ຂອງ ສ​ປ​ປ ລາວ ​ໃນ​ເວ​ທີ AEC ໄດ້​ຫຼາຍ​ຂື້​ນ​ກ່​ວາ​ເກົ່າ”.

ໂຄງ​ການ ເຊື່ອມ​ໂຍງ​ເສດ​ຖະ​ກິດ​ຂອງ ສ​ປ​ປ ​ລາວ​ ເພື່ອ​ພັດ​ທະ​ນາ​ດ້​ານ​ເສດ​ຖະ​ກິດ ແລະ ການ​ຄ້າ (RELATED) ມີ​ໄລ​ຍະ​ເວ​ລາ 3ປ​ີ (2014-2017) ເຊິ່ງ​ມີ​ມູນ​ຄ່າ 6.4 ລ້ານ ຢູ​ໂຣ.

 

[ກົມແຜນການ ແລະ ການຮ່ວມມື, ກະຊວງ ອຄ]

IMG_5910

IMG_5893-2

IMG_5971