ສະພາບລາຄາຊີ້ນໝູແຕ່ນີ້ຮອດຫຼັງປີໃໝ່ ລາວ ປີ 2016 ລາຄາຈະບໍ່ມີການປ່ຽນແປງ
By admin On 7 Apr, 2016 At 01:13 PM | Categorized As ຂ່າວພາຍໃນ | With 0 Comments

ຜ່ານການລົງເກັບກໍາຂໍ້ມູນຢູ່ນະຄອນຫຼວງວຽງຈັນ ແລະ ການຄົ້ນຄ້ວາວິໄຈຂອງກົມການຄ້າພາຍໃນ, ໄດ້ຍັ້ງຢືນວ່າ ລາຄາຊີ້ນໝູແຕ່ນີ້ຮອດຫຼັງປີໃໝ່ລາວ 2016 ລາຄາຈະບໍ່ມີການເໜັງຕີງຫຼື ປ່ຽນແປງ.ຈາກການຕິດຕາມ ແລະ ເກັບກໍາຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງ ແລະ 4 ຟາມໃຫ່ຍຢູ່ນະຄອນຄອນຫຼວງ ຄື: ຊີພີ, ເບຕາໂກ, ແສງເດືອນຟາມ ແລະ ຍູດີຟາມ ກ່ຽວກັບສະພາບການຜະລິດ ເພື່ອການສະໜອງຄວາມຕ້ອງການບໍລິໂພກ, ເຫັນວ່າການສະໜອງມີພຽງພໍກັບຄວາມຕ້ອງການບໍລິໂພກຊີ້ນໝູ ແລະ ອີງໃສ່ຕົວເລກຂໍ້ມູນຈາກກົມລ້ຽງສັດ ແລະ ການປະມົງ ແລະ ຂໍ້ມູນໂພຊະນາການ ແລະ ປະຊາກອນແລ້ວ ເຫັນວ່າ: ການຜະລິດ ເພື່ອສະໜອງຊີ້ນ ແມ່ນສາມາດຜະລິດໄດ້ 84,003 ໂຕນ/ປີ ແລະ ຄວາມຕ້ອງການບໍລິໂພກມີປະມານ 63,495 ໂຕນ/ປີ ໃນຂອບເຂດທົ່ວປະເທດ; ສໍາລັບໃນໄລຍະບຸນປີໃໝ່ລາວ 2016 ທີ່ຈະມາເຖິງນີ້, ເຖິງແມ່ນວ່າແນວໂນ້ມຄວາມຕ້ອງການບໍລິໂພກຊີ້ນໝູຈະເພີ່ມສູງຂຶ້ນໂດຍສະເພາະໃນໄລຍະປີໃໝ່ລາວ (ກ່ອນ 10 ວັນ),ສະເລ່ຍຄວາມຕ້ອງການບໍລິໂພກຊີ້ນໝູແມ່ນເພີ່ມຂຶ້ນປະມານ 32.2%ຂອງການບໍລິໂພກຊີ້ນໝູໃນວັນປົກກະຕິ ຫຼື ເທົ່າກັບ 235.7 ໂຕນ/ມື້ ກໍ່ຕາມ, ການຜະລິດເພື່ອສະໜອງກັບຄວາມຕ້ອງການດັ່ງກ່າວກໍ່ສາມາດສະໜອງໄດ້ຢ່າງປົກກະຕິ ແລະ ພຽງພໍ; ສໍາລັບນະຄອນຫຼວງວຽງຈັນເຫັນວ່າຄວາມຕ້ອງການໃນການບໍລິໂພກຊີ້ນໃນຊ່ວງ10 ວັນ ກ່ອນປີໃໝ່ລາວ ແມ່ນຈະເພີ່ມຂືຶ້ນສະເລ່ຍປະມານ 42.4% ຂອງການບໍລິໂພກໝູໃນວັນປົກກະຕິ ຫຼື ເທົ່າກັບ 56.6 ໂຕນ/ມື້; ສ່ວນການຜະລິດເພື່ອສະໜອງຄວາມຕ້ອງການບໍລິໂພກແມ່ນ 39.8 ໂຕນ/ມື້, ເຫັນວ່າຜິດດ່ຽງ ຫຼື ບໍ່ພຽງພໍຢູ່ປະມານ16.7ໂຕນ/ມື້; ຕໍ່ກັບບັນຫາດັ່ງກ່າວນະຄອນຫຼວງຈະໄດ້ມີການນໍາເຂົ້າໝູ ຫຼື ຊີ້ນໝູຈາກຕ່າງແຂວງ ແລະ ຊີ້ນໝູແຊ່ແຂງຈາກຕ່າງປະເທດຈໍານວນໜຶ່ງແຕ່ກໍ່ເປັນການນໍາເຂົ້າປົກກະຕິ ເພື່ອມາສະໜອງຄວາມຕ້ອງການບໍລິໂພກຢູ່ນະຄອນຫຼວງວຽງຈັນໂດຍສະເພາະໃນໃນໄລຍະບຸນປີໃໝ່ດັ່ງກ່າວ. ອີກດ້ານໜຶ່ງອີງຕາມຂໍ້ມູນຕົວຈິງຂອງບັນດາຟາມໃຫ່ຍໆ ຄື: ຊີພີ, ເບຕາໂກ, ແສງເດືອນຟາມ ແລະ ຍູດີຟາມ ໃຫ້ຮູ້ວ່າປະຈຸບັນຮອບວຽນການລ້ຽງໝູຂອງບັນດາຟາມແມ່ນລ້ຽງພ້ອມກັນ ເຮັດໃຫ້ໝູອັ່ງ ແລະ ນໍ້າໜັກເກີນມາດຖານ 100 ກິໂລ/ໂຕ ຈຶ່ງເປັນສາເຫດເຮັດໃຫ້ການສະໜອງພຽງພໍກັບຄວາມຕ້ອງການບໍລິໂພກຊີ້ນໝູຢູ່ໃນຕະຫຼາດນະຄອນຫຼວງ ແລະ ການກໍານົດລາຄາຂາຍຍົກໝູເປັນ, ແມ່ນປະຕິບັດຕາມໂຄງປະກອບລາຄາທີ່ພາກລັດກໍານົດໃຫ້ ເຊັ່ນ:18,000 ກີບ/ກິໂລ.ບວກກັບການກໍານົດມາດຕະການຄວບຄຸມລາຄາຂອງພະແນກ ອຄ ນະຄອນຫຼວງ ແລະ ການຊີ້ນໍາຢ່າງໃກ້ຊິດຂອງຄະນະນໍາກະຊວງອຸດສາຫະກໍາ ແລະ ການຄ້າ ກໍຄືກົມການຄ້າພາຍໃນ, ເປັນຕົ້ນແມ່ນໃຫ້ຈັດຕັ້ງປະຕິບັດແຈ້ງການສະບັບເລກທີ 2402/ອຄ.ຄພນ, ລົງວັນທີ 1 ທັນວາ 2015 ຢ່າງເຂັ້ມງວດ ໃນການຕິດຕາມ, ກວດກາ, ແກ້ໄຂສະພາບການປັ່ນປ່ວນ, ກັກຕຸນ ແລະ ສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະດັ່ງກ່າວ.

ຍ້ອນສາເຫດດັ່ງກ່າວຂ້າງເທິງນັ້ນ; ຈຶ່ງເຮັດໃຫ້ລາຄາຊີ້ນໝູເລີ່ມແຕ່ເດືອນ ມັງກອນ ປີ 2016 ເປັນຕົ້ນມາ ແລະ ໃນໄລຍະບຸນປີໃໝ່ລາວທີ່ຈະມາເຖິງນີ້ມີລາຄາບໍ່ປ່ຽນແປງ ຫຼື ມີລາຄາປົກກະຕິ ເຊັ່ນ: ລາຄາຊີ້ນໝູປະເພດ 1 37,000 ກີບ/ກິໂລ ແລະ ປະເພດ 235,000 ກີບ/ກິໂລ (ລາຄາຕາມການກໍານົດໂຄງປະກອບລາຄາທີ່ພາກລັດແນະນໍາ).

About -