ກະຊວງ ອຄ ຈັດກອງປະຊຸມເຊື່ອມຊຶມເອກະສານກະກຽມເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII
By sonsathit rasavong On 19 Feb, 2016 At 12:03 AM | Categorized As ຂ່າວພາຍໃນ | With 0 Comments

 

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ​້ຈັດ​ກອງ​ປະຊຸມ​ເຊື່ອມ​ຊຶມ​ເອກະສານ​ກະກຽມ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ​ໃຫ້​ພະນັກງານ​ທີ່​ຂຶ້ນ​ກັບ ກະຊວງ ອຄ ​ເພື່ອ​ໃຫ້​ເຂົ້າ​ໃຈ​ຈຸດປະສົງ, ​ເປົ້າ​ໝາຍ ຮັບປະກັນ​ຜົນສຳ​ເລັດ​ໃນ​ບັ້ນ​ເລືອກ​ຕັ້ງ ​ແລະ ສາມາດ​ເລືອກ​ໄດ້​ບຸກຄົນ​ທີ່​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ.

ກອງ​ປະຊຸມ​ດັ່ງກ່າວ ມີ​ຜູ້​ເຂົ້າ​ຮ່ວມ​ທົ່ວ​ກະຊວງ ອຄ, ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ ​ແລະ ລັດ​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ​ກະຊວງ ອຄ ທັງ​ໝົດ 533 ທ່ານ ​ໂດຍ​ແບ່ງ​ເປັນ 2 ວັນ​ຄື: ວັນ​ທີ 17 ກຸມພາ 2016 ມີ​ຜູ້​ເຂົ້າ​ຮ່ວມ 279 ທ່ານ ​ແລະ ວັນ​ທີ 18 ກຸມພາ 2016 ມີ​ຜູ້​ເຂົ້າ​ຮ່ວມ 256 ທ່ານ, ​ໃນ​ແຕ່​ລະ​ວັນ​ຈະ​ຈັດ​ເຄິ່ງຄາບ ຄື: 8:00-12:00 ​ໂມງ ​ໂດຍ​ການ​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ຂອງ ທ່ານ ສຽວສະຫວາດ ສະ​ແຫວ​ງສຶກສາ ​ແລະ ທ່ານ ບຸນ​ມີ ມະນີ​ວົງ ລັດຖະມົນຕີ​ຊ່ວຍ​ວ່າກາ​ນກະ​ຊວງ ອຄ.

ທ່ານ ສຽວ​ສະຫວາດ ສະ​ແຫວ​ງສຶກສາ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ອຄ ກ່າວ​ວ່າ: ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ແລະ ສະພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ​ຄັ້ງ​ນີ້ ຖື​ເປັນ​ບຸນ​ປາງ​ໃຫຍ່​ທີ່​ປະຊາຊົນ​ລາ​ວບັນດາ​ເຜົ່າ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຈະ​ໄດ້​ພ້ອມ​ກັນ​ໄປ​ໃຊ້​ສິດ​ຂອງ​ຕົນ​ເອງ​ເລືອກ​ເອົາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເພື່ອ​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ​ໃນ​ແຕ່ລະ​ເຂດ, ສຳລັບ​ການ​ເຊື່ອມ​ຊຶມ​ເອກະສານ​ຄັ້ງ​ນີ້ ມັນ​ກໍ່​ຄື​ການ​ເລືອກ​ຕັ້ງ​ຫຼາຍ​ຄັ້ງ​ທີ່​ຜ່ານ​ມາ ຕ້ອງ​ມີ​ເອກະສານ​ທີ່​ມີ​ລັກ​ສະ​ນະລະບຽບ​ການ​ເລືອກ​ຕັ້ງ, ຫຼັກການ​ເລືອກ​ຕັ້ງ, ຄວາມ​ເປັນ​ເອກະລາດ ອະ​ທິ​ປະ​ໄຕ ​ໃນ​ການ​ໃຊ້​ສິດຂອງ​ປະຊາຊົນ​ລາວ. ສະ​ນັ້ນ, ຮຽກຮ້ອງ​ໃຫ້​ຜູ້​ເຂົ້າ​ຮ່ວມ​ຈົ່ງ​ໄດ້​ຕັ້ງ​ໃຈ​ຮັບ​ຟັງ​ເພື່ອ​ໃຊ້​ສິດຂອງ​ຕົນ​ໃຫ້​ໄດ້​ຕາມ​ລະດັບ​ຄາດໝາຍ ​ແລະ ​ເມື່ອ​ເວລາ​ກັບ​ຄືນ​ສູ່​ຄອບຄົວ​ກໍ່​ຕ້ອງ​ໄດ້​ນຳ​ເອົາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ຮູ້​ເຜີຍ​ແຜ່​ໃຫ້​ສະມາຊິກ​ໃນ​ຄອບຄົວ, ໝູ່​ເພື່ອນ ຫຼື ​ໃຫ້​ຄຳ​ແນະ​ນຳ​ທີ່​ຖືກຕ້ອງ​ໃນ​ການ​ໄປ​ໃຊ້​ສິດ​ຂອງ​ຕົນ.

ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ອຄ ກ່າວ​ຕື່ມ​ອີກ​ວ່າ: ​ເອກະສານ​ທີ່​ນຳ​ມາ​ເຜີຍ​ແຜ່​ໃນ​ຄັ້ງ​ນີ້​ປະກອບ​ມີ: ມະຕິ​ກົມ​ການ​ເມືອງ ​ເລກທີ 29/ກມສພ, ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ການ​ປົກ​ປັກ​ຮັກສາ​ພັດທະນາ​ປະ​ເທດ​ຊາດ 40 ປີ, ພາລະ​ບົດບາດ​ສິດ​ໜ້າ​ທີ່​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ແລະ ສະພາ​ແຂວງ, ​ເອກະສານ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ​ເອກະສານ​ກົດໝາຍ​ວ່າ​ດ້ວຍ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ແລະ ​ເອກະສານ​ໂຄສະນາ​ປຸກລະດົມ​ຂະ​ບວນການ.

 

[ບົດ​ຂ່າວ: ໜັງສືພິມ​ເສດຖະກິດ-ການ​ຄ້າ]

[ສະບັບ​ວັນ​ທີ: 19 ກຸມພາ 2016]

???????????????????????????????