ແລກປ່ຽນຄວາມຄິດເຫັນຫຼັງເຂົ້າເປັນສະມາຊິກອົງການໆຄ້າໂລກ ຂອງ ສປປ ລາວ ຄົບຮອບ 3 ປີ
By sonsathit rasavong On 11 Feb, 2016 At 03:12 AM | Categorized As ຂ່າວພາຍໃນ | With 0 Comments

 

ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງ​ປະ​ເທດ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ຈັດ​ເວທີ​ສົນທະນາ​ແລກປ່ຽນ​ຄຳ​ຄິດ​ເຫັນ​ພາຍຫຼັງ​ເຂົ້າ​ເປັນ​ສະມາຊິກ​ອົງການໆ​ຄ້າ​ໂລກ (ອຄລ) ຂອງ ສປປ ລາວ ຄົບຮອບ 3 ປີ.

ກອງ​ປະຊຸມ​ດັ່ງກ່າວ​ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ ຜ່ານ​ມາ​ທີ່​ກະຊວງ ອຄ ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ດຣ. ລາວ​ຮົວ ​ເຈີ​ຈິງ ຫົວໜ້າ​ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ ກະຊວງ ອຄ, ມີ​ຄະນະ​ຊ່ຽວຊານ​ຈາກ​ຂະ​ແໜງ​ການ​ກ່ຽວຂ້ອງ, ຜູ້​ເຂົ້າ​ຮ່ວມ​ຈາກ​ພາກ​ລັດ, ສະ​ຖາ​ບັນ​ການ​ສຶກສາ.

ທ່ານ ດຣ. ​ລາວ​ຮົວ ​ເຈີ​ຈິງ ​ໄດ້​ກ່າວ​ວ່າ: ກອງ​ປະຊຸມ​ມີ​ຂຶ້ນ​ເພື່ອທົບ​ທວນຄືນ​ວຽກ​ງານ ​ແລະ ພັນທະ​ພາຍຫຼັງ​ການ​ເຂົ້າ​ເປັນ​ສະມາຊິກ​ອົງການໆ​ຄ້າ​ໂລກ (ອຄລ) ຂອງ ສປປ ລາວ ​ໃນ​ໄລຍະ 3 ປີຜ່ານມາ ນັບ​ຈາກ​ວັນ​ທີ 2 ກຸມພາ 2013 ​ເປັນ​ຕົ້ນ​ມາ.

ທ່ານ​ກ່າວ​ວ່າ: ສປປ ລາວ ​ໃນ​ນາມ​ເປັນ​ສະມາຊິກ​ໃໝ່ ​ແລະ ປະ​ເທດ​ດ້ອຍ​ພັດທະນາ​ຕ້ອງ​ຍາດ​ແຍ່ງ​ເອົາ​ຜົນ​ປະ​ໂຫຍດຈາກ​ການ​ເຂົ້າ​ເປັນ​ສະມາຊິກ​ອົງການ ອຄລ ​ເປັນ​ຕົ້ນ​ແມ່ນ​ການ​ຮຽນ​ຮູ້​ກົດ​ກະຕິ​ກາ​ຂອງ​ສາກົນ​ທີ່​ອາດ​ສົ່ງ​ຜົນ​ຕໍ່​ທຸລະ​ກິດ​ລະຫວ່າງ​ປະ​ເທດ ​ໂດຍ​ສະ​ເພາະ​ທຸລະ​ກິດ​ທີ່​ຕິດ​ພັນ​ກັບ​ການ​ນຳ​ເຂົ້າ – ສົ່ງ​ອອກ, ການຈັດ​ຕັ້ງ​ປະຕິບັດ​ພັນທະ​ສັນຍາ​ໃຫ້​ທ່ວງທັນ​ກັບ​ກຳນົດ​ເວລາ ​ແລະ ກະກຽມ​ບຸກຄະລາ​ກອນ​​ໃຫ້​ມີ​ຄວາມ​ຮູ້​ຄວາ​ມສາມາດ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້ ສປປ ລາວ ສາມາດ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ເວທີ​ການ​ເຈລະຈາ ​ແລະ ຂະ​ບວນການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂອງ ອຄລ ​ເຊິ່ງ​ເປັນ​ກົນ​ໄກ​ທີ່​ມີ​ປະສິດທິ​ຜົນ​ສູງ​ສຸດ ​ໃນ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ.

ທ່ານ​ຫົວໜ້າ​ກົມ​ກ່າວ​ຕື່ມ​ອີກ​ວ່າ: ສຳລັບ​ໂອກາດ​ທີ່​ຈະ​ໄດ້​ຊ່ວຍ​ຍົກ​ບົດບາດ​ທາງ​ດ້ານ​ການ​ເມືອງ​ໃນ​ເວທີ​ສາກົນ​ໃຫ້​ສູງ​ຂຶ້ນ, ລວມທັງ​ການ​ເຂົ້າ​ຮ່ວມ​ກຸ່ມ​ເພື່ອ​ເພີ່ມ​ບົດບາດ ​ແລະ ອຳນາດ​ຕໍ່​ລອງ​ທາງ​ດ້ານ​ເສດຖະກິດ, ການ​ຂະ​ຫຍາ​ຍຕົວ​ທາງ​ດ້ານ​ເສດຖະກິດ ຜ່ານ​ການ​ເປີດ​ກວ້າງ​ທາງ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶຶນ, ການ​ປັບປຸງ​ຄວາມ​ສາມາດ​ການ​ແຂ່ງຂັນ ​ໂດຍ​ຜູ້​ຜະລິດ​ສາມາດ​ເລືອກຊື້ວັດຖຸ​ດິບ​ມີ​ລາຄາ​ຖືກ​ກວ່າ ​ແລະ ຄຸນ​ນະພາ​ບດີກ​ວ່າ; ​ໃນ​ຂະນະ​ດຽວ​ກັນ​ຜູ້​ຊົມ​ໃຊ້​ກໍ່​ມີ​ທາງ​ເລືອກ​ທີ່​ຫຼາຍ​ຂຶ້ນ, ລະບຽບ​ກົດໝາຍ​ພາຍ​ໃນ​ທີ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສອດຄ່ອງ​ກັບ​ຫຼັກການໆ​ຄ້າ​ສາກົນ ​ເພື່ອ​ສ້າງ​ພື້ນຖານ ​ແລະ ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ການ​ລົງທຶນ​ຕ່າງປະ​ເທດ.

ຈາກ​ການ​ສຳພາດ​ນັກ​ສຶກສາ​ທີ່​ໄດ້​ເຂົ້າ​ຮ່ວມ​ຮັບ​ຟັງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ຫຼາຍ​ນ້ອງ​ກໍ່​ໄດ້​ໃຫ້​ຄວາມ​ເຫັນ​ວ່າການ​ໄດ້​ເຂົ້າ​ເປັນ​ສະມາຊິກ ອຄລ ມີ​ຄວາມ​ສຳຄັນ​ຫຼາຍ​ໃນການ​ພັດທະນາ​ເສດຖະກິດ ​ເພາະ​ເປັນ​ອົງການ​ທີ່​ສ້າງ​ເຄືອ​ຂ່າຍ​ທາງ​ການ​ຄ້າ​ທີ່​ມີ​ຄວາມ​ເປັນ​ເອກະ​ພາບ ​ແລະ ຍຸຕິ​ທຳ​ທີ່​ສຸດ. ພ້ອມ​ກັນ​ນັ້ນ, ຍັງ​ຮຽກຮ້ອງ​ໃຫ້​ພາກ​ລັດ​ໂດຍ​ສະ​ເພາະຂະ​ແໜງ​ການກ່ຽວຂ້ອງ​ລົງ​ເຜີຍ​ແຜ່​ລະບຽບ ​ແລະ ຫຼັກການ​ຕ່າງໆ​ໃຫ້​ປະຊາຊົນ, ນັກທຸລະກິດ​ຕາມ​ທ້ອງ​ຖິ່ນ, ຊາວ​ກະສິກອນ ບັນດາ​ຜູ້​ຜະລິດ​ຕ່າງໆ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ກວ້າງຂວາງ ​ເພາະ​ເຂົາ​ເຈົ້າ​ເຫຼົ່າ​ນັ້ນ​ຈະ​ເປັນຫົວ​ໃຈ​ສຳຄັນ​ເພື່ອ​ຮັບ​ເອົາ​ຂໍ້​ມູນ​ຈາກ​ພາກ​ລັດ​ເພື່ອ​ນຳ​ໄປ​ຜັນ​ຂະຫຍາຍ​ສ້າງ​ເສດຖະກິດ​ຕົວ​ຈິງ.

 

[ບົດ​ຂ່າວ: ໜັງສືພິມ​ເສດຖະກິດ-​ການ​ຄ້າ]

ftpdd1

ftpdd2

ftpdd4

ftpdd3

ftpdd5