ສະພາທີ່ປຶກສາທຸລະກິດອາຊຽນ ຫາລື 3 ຫົວຂໍ້ເພື່ອສ້າງຄວາມເຂັ້ມແຂງຫຼັງເຂົ້າເປັນປະຊາຄົມເສດຖະກິດອາຊຽນ
By sonsathit rasavong On 10 Feb, 2016 At 11:01 PM | Categorized As ຂ່າວພາຍໃນ | With 0 Comments

 

ກອງ​ປະຊຸມ​ສະພາທີ່​ປຶກສາ​ທຸລະ​ກິດ​ອາ​ຊຽນຄັ້ງ​ທີ 2 (ASEAN-BAC) ​ໄດ້​ຍົກ 3 ຫົວ​ຂໍ້ ​ໂດຍ​ສະ​ເພາະ​ແຜນ​ງານ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ພາຍຫຼັງ​ປີ 2015, ການ​ຫຼຸດ​ຊ່ອງ​ວ່າງ​ລະ​ຫວ່າງ​ປະ​ເທດ CLMV ກັບ​ອີກ 6 ປະ​ເທດ​ໃນ​ອາ​ຊຽນ ​ແລະ ຫົວ​ຂໍ້​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ ກາງ (SMEs) ​ໃນ​ການ​ພັດທະນາ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃຫ້​ພາກ​ລັດ ​ແລະ ທຸລະ​ກິດ​ຫາລື​ແລກປ່ຽນ​ຄວາມ​ຄິດ​ເຫັນ​ນຳ​ກັນ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ພາກ​ທຸລະ​ກິດ​ຫຼັງ​ປີ 2015 ​ແລະ ຄວາມ​ພ້ອມ​ຮອບດ້ານ​ໃນ​ການ​ເປັນ​ປະທານ​ອາ​ຊຽນຂອງ ສປປ ລາວ ປີ 2016.

ກອງ​ປະຊຸມ​ຄັ້ງ​ນີ້, ​ແມ່ນ​ໄດ້​ເນັ້ນ​ໃສ່​ກ່ຽວ​ກັບ​ແຜນ​ງານ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນພາຍຫຼັງ​ປີ 2015 (Post-2015 Agenda of the AEC) ​ແລະ ຜົນ​ຂອງ​ຂະ​ບວນການ​ເຊື່ອມ​ໂຍງ​ສັງຄົມ ​ແລະ ​ເສດຖະກິດ​ອາ​ຊຽນ ​ໃນ​ທ້າຍ​ປີ 2015 ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ກ່ຽວ​ກັບ ສປປ ລາວ ທີ່​ຈະ​ໄດ້​ຮັບ​ໜ້າ​​ໃນ​ການ​ເປັນ​ປະທານ​ອາ​ຊຽນ ​ໃນ​ປີ 2016.

ທ່ານ ອຸ​ເດດ ສຸວັນນະ​ວົງ ຮອງ​ປະທານ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດລາວ  (ສຄອ) ທັງ​ເປັນ​ປະທານ ASEAN-BAC ​ໄດ້​ນຳ​ສະ​ເໜີ​ໃນ​ຫົວ​ຂໍ້: “ການ​ຫຼຸດ​ຊ່ອງ​ວ່າງ​ລະຫວ່າງ​ປະ​ເທດ CLMV ກັບ​ອີກ 6 ປະ​ເທດ​ໃນ​ອາ​ຊຽນ” ​ໂດຍ​ມີ​ລາຍ​ລະອຽດ​ກ່ຽວ​ກັບ ສປປ ລາວ ກັບ​ບັນດາ​ປະ​ເທດ​ດ້ອຍ​ພັດທະນາ​ອື່ນໆ ​ເພື່ອ​ໃຫ້​ສາມາດ​ກ້າວ​ທັນ ​ຫຼື ທຽບ​ເທົ່າ​ກັບ​ປະ​ເທດ​ອື່ນໆ​ໃນ​ອາ​ຊຽນ ​ແລະ ​ໄດ້​ມີ​ການ​ສົນທະນາ​ປຶກສາ​ຫາລື ​ໂດຍ​ຊ່ຽວຊານ​ຮັບ​ເຊີນ, ຄະນະ​ທີ່​ປຶກສາ​ຫຼັກ​ໂຄງການ​ກົດ​ລະບຽບ ​ແລະ ນະ​ໂຍບາຍ​ການ​ແຂ່ງຂັນ (Principle Advisor for the Competition Policy and Law Project), ຜູ້​ປະສານ​ງານ​ແຜນການ​ພັດທະນາ​ເສດຖະກິດ​ອາ​ຊຽນ (Coordinator of the Economic Development Programme of ASEAM) ​ແລະ ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ກັບປະ​ເທດ​ເຢຍລະ​ມັນ (German Development Cooperation) ​ແລະ ຄະນະ​ບໍລິຫານ​ງານ​ສະພາ​ທຸລະ​ກິດ EU-ASEAN.

ທ່ານ Fabien Lum, Senior EVP ​ແລະ ທ່ານ ສົມ​ດີ ອິນ​ມີ​ໄຊ ຫົວໜ້າ​ກົມ​ສົ່ງ​ເສີມ​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ນຳ​ສະ​ເໜີ​ຫົວ​ຂໍ້​ກ່ຽວ​ກັບ “ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ ກາງ ​ແລະ ບົດບາດ​ຂອງ​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ ກາງ ​ໃນ​ການ​ພັດທະນາ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ” ​ເພື່ອ​ກຳນົດ​ບົດບາດ​ຂອງ SMEs ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ.

ທ່ານ Tan Sri Dato’ Dr. MohdMunir Abdul Majid, ປະທານ​ທະນາຄານ Maumalate, ປະ​ເທດ​ມາ​ເລ​ເຊຍ. ​ໄດ້​ມີ​ການ​ນຳ​ສະ​ເໜີ​ກ່ຽວ​ກັບ​ການ​ປະກອບ​ຄຳ​ເຫັນ​ຂອງ​ສະພາ​ທີ່​ປຶກສາ​ທຸລະ​ກິດ​ອາ​ຊຽນ ກ່ຽວ​ກັບ​ແຜນ​ງານ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນພາຍຫຼັງ​ປີ 2015 ​ເຊິ່ງທຸກ​ພາກສ່ວນ​ຕ້ອງ​ເປັນ​ເຈົ້າ​ການ​ຮ່ວມ​ມື​ກັນ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ ​ໂດຍ​ສະ​ເພາະ​ພາກ​ລັດ​ຕ້ອງ​ເປັນ​ຜູ້​ສະໜອງ​ຂໍ້​ມູນ​ໃຫ້​ພາກ​ທຸລະ​ກິດ ​ແລະ ພາກ​ທຸລະ​ກິດ​ຕ້ອງ​ເອົາ​ໃຈ​ໃສ່​ໃນ​ການຈັດ​ຕັ້ງ​ທຸລະ​ກິດ​ຂອງ​ຕົນ.

ກອງ​ປະຊຸມ​ດັ່ງກ່າວ​ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ ຜ່ານ​ມາ​ທີ່​ໂຮງ​ແຮມ​ລາວ​ພາ​ຊາ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ກຳມະການ​ສູນ​ກາງ​ພັກ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ ສີສະ​ຫວາດ ທິຣະວົງ ປະທານ​ສະ​ພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງຊາດ​ລາວ, ທ່ານ Tan Sri Dato’ Dr. Mohdmunir Abdul Majid ປະ​ທານ​ທະນາຄານ Maumalate, ທ່ານ Guy Apovy, ປະທານ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ ​ເອີຣົບ ປະຈຳ ສປປ ລາວ ​ແລະ ທ່ານ ອຸ​ເດດ ສຸວັນນະ​ວົງ ປະທານ​ສະພາ​ທີ່​ປຶກສາ​ທຸລະ​ກິດ​ອາ​ຊຽນ (ASEAN-BAC).

 

[ພາບ ​ແລະ ບົດ​ຂາວຈາກ: ໜັງ​ສື​ພິມ​ເສດຖະກິດ-​ການ​ຄ້າ]

[ສະບັບ​ວັນ​ທີ: 08 ກຸມພາ 2016]