ລັດຖະມົນຕີວ່າການກະຊວງ ອຄ ພົບປະກັບເລຂາທິການໃຫຍ່ອາຊຽນ
By sonsathit rasavong On 10 Feb, 2016 At 11:06 PM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ວັນ​ທີ 4 ກຸມພາ ຂອງ​ອາທິດ​ທີ່​ຜ່ານ​ມາ ຢູ່​ກະຊວງ​ອຸດສາຫະກຳ​ ​ແລະ ການ​ຄ້າ, ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ໃຫ້​ກຽດ​ຕ້ອນຮັບ ​ແລະ ພົບ​ປະ​ກັບ ທ່ານ ​ເລ ​ເລື່ອງ ມິນ ​ເລຂາທິການ​ໃຫຍ່​ອາ​ຊຽນ ພ້ອມ​ຄະນະ​ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ​ໃນ​ປີ 2016.

​ໃນ​ໂອກາດ​ນີ້, ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ສຳລັບ​ການ​ຊ່ວຍ​ເຫຼືອ​ອັນ​ຕໍ່​ເນື່ອງ​ຂອງ​ກອງ​ເລຂາ​ອາ​ຊຽນ ຕໍ່​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ທັງ​ດ້ານ​ເນື້ອ​ໃນ ​ແລະ ການ​ປະສານ​ງານ​ລະຫວ່າງ​ອົງ​ກອນ ຫຼື ກົນ​ໄກ​ຕ່າງໆ​ຂອງ​ອາ​ຊຽນ ລວມທັງ​ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ ສປປ ລາວ ​ໃນ​ການ​ເປັນ​ປະທານອາ​ຊຽນ ຄັ້ງ​ທຳ​ອິດ​ໃນ​ປີ 2004 – 2005 ​ແລະ ທັງ​ຊົມ​ເຊີຍ​ຕໍ່​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ອັນ​ສຳຄັນ​ຂອງ​ກອງ​ເລຂາ​ອາ​ຊຽນ​ໃນ​ຂະ​ບວນການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໂດຍ​ສະ​ເພາະ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ສຳລັບ​ສ້າງ​ປະຊາ​ຄົມ​ອາ​ຊຽນ 2009 – 2015.

ນອກ​ນັ້ນ ທ່ານ ລັດຖະມົນຕີ​ວ່າການ ຍັງ​ໄດ້​ຢຳ້​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເປ​ັນປະທານ​ອາ​ຊຽນຂອງ ສປປ ລາວ ​ໃນ​ປີ 2016 ​ເຊິ່ງ​ເປັນ​ປີ​ທີ່​ອາ​ຊຽນກາຍ​ເປັນ​ປະຊາ​ຄົມ​ອາ​ຊຽນ ​ແລະ ​ທັງ​ເປັນ​ປີ​ເລີ່​ມຕົ້ນ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ວິ​ໄສ​ທັດ ປະຊາ​ຄົມ​ອາ​ຊຽນ 2025 ​ແລະ ​ແຜນ​ແມ່​ບົດ​ສຳລັບ​ເສົາ​ຄ້ຳ​ປະຊາ​ຄົມ​ອາ​ຊຽນ ​ແລະ ຝ່າຍ​ລາວ​ເຮົາ​ຍັງ​ໄດ້​ແຈ້ງ​ບຸລິມະສິດ ສຳລັບ​ການ​ເປັນ​ປະທານ​ອາ​ຊຽນຂອງ ສປປ ລາວ ​ໂດຍ​ຈະ​ເສີມ​ຂະຫຍາຍ​ຜົນສຳ​ເລັດ​ທີ່​ອາ​ຊຽນສາມາດ​ຍາດ​ມາ​ໄດ້ ​ໃນ​ເດືອນ 5 ທົດ​ສະ​ວັດ​ທີ່​ຜ່ານ​ມາ ​ແລະ ຈັດ​ຕັ້ງ​ປະຕິບັດ​ວິ​ໄສ​ທັດ ປະຊາ​ຄົມ​ອາ​ຊຽນ ​ໃຫ້​ມີ​ປະສິດທິພາບ​ຕາມ​ຄຳ​ຂວັນ “ຫັນ​ວິ​ໄສ​ທັດ​ໃຫ້​ເປັນ​ຮູບ​ປະ​ທຳ​ເພື່ອ​ຄວາມ​ເຂັ້ມ​ແຂງ​ຂອງ​ປະຊາ​ຄົມ​ອາ​ຊຽນ” ສຳລັບ​ການ​ເປັນ​ປະທານ​ອາ​ຊຽນຂອງ ສປປ ລາວ ​ໃນ​ປີ 2016.

​ໃນ​ໂອ​ການ​ດຽວ​ກັນ, ພະນະ​ທານ​ເລຂາທິການ​ໃຫຍ່​ອາ​ຊຽນ ກໍ່​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່​ການ​ຮັບ​ກຽດ​ເປັນ​ປະທານ​ອາ​ຊຽນຂອງ ສປປ ລາວ ຄັ້ງ​ທີ 2 ​ເຊິ່ງ​ເປັນ​ປີ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ ​ແລະ ສັບ​ອາ​ຊຽນ ​ແລະ ຢັ້ງຢືນ​ວ່າ ກອງ​​ເລຂາ​ອາ​ຊຽນກຽມພ້ອມ​ໃຫ້ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​​ເຫຼືອ​ການ​ເປັນ​ປະທານ​ອາ​ຊຽນ ຂອງ ສປປ ລາວ ​ເພື່ອ​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ກວ່າ​ເກົ່າ​ຂອງ​ອາ​ຊຽນ ​ໃນ​ປີ 2016 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໜ້າ.

 

[ພາບ ແລະ ບົດຂ່າວ: ສູນ​ສະຖິຕິ ​ແລະ ຂ່າວ​ສານ]

???????????????????????????????

???????????????????????????????