ກອງປະຊຸມວຽກງານກວດກາຂອງກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ປະຈຳປີ 2015
By sonsathit rasavong On 10 Feb, 2016 At 10:58 PM | Categorized As ຂ່າວພາຍໃນ | With 0 Comments

 

ກອງ​ປະຊຸມ​ວຽກ​ງານ​ກວດກາ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ປະຈຳ​ປີ 2015 ​ໄດ້​ຍົກ​ໃຫ້​ເຫັນ​ຫຼາຍ​ດ້ານ​ທີ່​ປະສົບຜົນສຳ​ເລັດ ​ແລະ ຫຼາຍ​ດ້ານ​ທີ່​ຍັງ​ເປັນ​ສິ່ງ​ທ້າ​ທາຍ ​ໂດຍ​ສະ​ເພາະ​ການ​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ​ຍັງ​ບໍ່​ທັນ​ຫຼາກ​ຫຼາຍ, ຂໍ້​ມູນ​ການ​ເຊື່ອມ​ໂຍງ​ຍັງ​ບໍ່​ທັນ​ໄດ້​ເຜີຍ​ແຜ່​ຢ່າງ​ກວ້າງຂວາງ.

ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ ອຄ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ວ່າ: ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ຂອງ​ກົມ​ກວດກາ ກໍ່​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ເປັນ​ປົກກະຕິ ​ແລະ ສາມາດ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ໄດ້​ສິ່ງ​ຫຍໍ້​ທໍ້, ຂໍ້​ຂາດ​ຕົກ​ບົກ​ຜ່ອງ ​ເພື່ອ​ປະກອບສ່ວນ​ອັນ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ບົດບາດ​ການ​ນຳພາ​ຂອງ​ພັກ, ຍົກ​ສູງ​ຄວາມ​ສັກສິດ​ໃນ​ການ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ສັງຄົມ​ໃຫ້​ເຂົ້າ​ສູ່​ລະບຽບທີ່​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

ທ່ານ​ລັດຖະມົນຕີ ກ່າວ​ຕື່ມ​ອີກ​ວ່າ: ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ທີ່​ຍາດ​ມາ​ໄດ້​ນັ້ນ ​ເມື່ອ​ທຽບ​ກັບ​ຄາດໝາຍ​ສູ້​ຊົນ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ​ແລະ ກອງ​ປະຊຸມ​ວຽກ​ງານ​ກວດກາ​ຄັ້ງ​ທີ II ວາງ​ອອກ ​ໂດຍ​ທຽບ​ໃສ່​ແຜນການ​ວຽກ​ງານ​ກວດກາ​ຂອງ​ກະຊວງ ອຄ ປີ 2015 ​ເຫັນ​ວ່າ ຕ້ອງ​ໄດ້​ສູ້​ຊົນ​ປັບປຸງ​ບາງ​ດ້ານ​ ​ເປັນ​ຕົ້ນ​ການຈັດ​ຕັ້ງ​ເຊື່ອມ​ຊຶມ ​ແລະ ຜັນ​ຂະຫຍາຍ​ມະຕິ​ຄຳ​ສັ່ງ​ຂອງ​ພັກ, ຂໍ້​ກຳນົດ​ກົດໝາຍ ​ແລະ ລະບຽບ​ການ​ຕ່າງໆ ມີ​ບາງ​ກົມ​ກອງ​ໜ່ວຍ​ພັກ​ຍັງ​ຊັກ​ຊ້າ ​ແລະ ບໍ່​ທົ່ວ​ເຖິງ​ເລິກ​ເຊິ່ງ, ດຳ​ເນີນ​ຊີວິດ​ການ​ເມືອງ​ປົວ​ແປງ​ພາຍ​ໃນ​ພັກ ​ແລະ ປັບປຸງ​ກໍ່ສ້າງ​ພັກ ການ​ເຄົາລົບ ​ແລະ ປະຕິບັດ​ລະບຽບ​ພັກ, ​ເຖິງ​ວ່າ​ຄະນະ​ກວດກາ​ແຕ່ລະ​ຂັ້ນ​ມີ​ຄວາມ​ພະຍາຍາມ​ໃນ​ການ​ເຄື່ອ​ໄຫວ ​ແຕ່​ການ​ເຄື່ອນ​ໄຫວ​ມີ​ລັກ​ສະ​ນະ​ລໍຖ້າ ​ແຕ່​ຄຳ​ສັ່ງ​ຫຼາຍ​ກວ່າ ບໍ່​ຫັນ​ເປັນ​ເຈົ້າ​ການ​ເຄື່ອນ​ໄຫວ ​ແລະ ອື່ນໆ.

ຂະນະ​ທີ່ ທ່ານ ພັນ ວິ​ໄລ​ສົມ ຫົວໜ້າ ກົມ​ກວດກາ​ການ​ຄ້າ, ກະຊວງ ອຄ ​ໄດ້ກ່າວ​ໃນ​ກອງ​ປະຊຸມ​ວຽກ​ງານ​ກວດກາ​ການ​ຄ້າ​ປະຈຳ​ປີ 2015 ວ່າ: ຜ່ານ​ການ​ຕິດຕາມ, ກວດກາ​ໃນ​ໜຶ່ງ​ປີຜ່ານມາ​ເຫັນ​ວ່າ​ບັນດາ​ອົງການ​ລັດ​ແຕ່ລະ​ຂັ້ນ​ຂອງຂະ​ແໜງ ອຄ ​ໄດ້​ເອົາ​​ໃຈ​ໃສ່​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ – ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດສົກ​ປີ 2014 – 2015. ບັນດາ​ຄາດໝາຍ, ບັນດາ​ແຜນການ, ​ແຜນ​ງານ ​ໂຄງການ​ທີ່​ວາງ​ອອກ​ສ່ວນ​ຫຼາຍ​ໄດ້​ຮັບ​ການຈັດ​ຕັ້ງປະຕິບັດ​ສຳ​ເລັດ, ການ​ຄຸ້ມ​ຄອງ​ມະຫາ​ພາກ ​ໄດ້​ຮັບ​ການ​ປັບປຸງ​ຕາມ​ພາລະ​ບົດບາດ​ຂອງ​ບັນດາ​ກົມ​ກອງ.

ທ່ານ​ກ່າວ​ວ່າ: ຄຽງ​ຄູ່​ກັບ​ດ້ານ​ດີ ຍັງ​ມີ​ບາງ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ຄື: ການ​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ​ຍັງ​ບໍ່​ທັນ​ຫຼາຍ, ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ປະລິມານ​ເພື່ອ​ຮອງ​ຮັບ​ຕະຫຼາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ການ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ, ການ​ເຈລະຈາ​ການ​ຄ້າ​ສອງ​ຝ່າຍ – ຫຼາຍ​ຝ່າຍ ການກຽມຄວາມ​ພ້ອມ​ເພື່ອ​ເຂົ້າ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ວຽກ​ນີ້​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເຜີຍ​ແຜ່​ເຊື່ອມ​ຊຶມ​ໃຫ້​ຜູ້​ປະກອບ​ການ ​ແລະ ປະຊາຊົນ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ​ຢ່າງ​ກວ້າງ​ຂວາງ ທົ່ວ​ເຖິງ ​ແລະ ​ເລິກ​ເຊິ່ງ.

ກອງ​ປະຊຸມ​ວຽກ​ງານ​ກວດກາ ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ປະຈຳ​ປີ 2015 ​ໄດ້​ຈັດ​ຂຶ້ນ​ເມື່ອ​ອາທິດ​ຜ່ານມາ ທີ່​ກະຊວງ ອຄ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ ອຄ, ມີ​ທ່ານ​ຮອງ​ລັດຖະມົນຕີ​, ຫົວໜ້າ​ກົມ​ກອງ​ອ້ອມ​ຂ້າງ, ລັດ​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ ລວມທັງ​ພະນັກງານ​ຂອງກົມ​ເຂົ້າ​ຮ່ວມ.

[ບົດ​ຂ່າວຈາກ: ໜັງ​ສື​ພິມ​ເສດຖະກິດ-​ການ​ຄ້າ]

[ສະບັບ​ວັນ​ທີ: 04 ກຸມພາ 2016]