ກົມການຄ້າພາຍໃນ ກະຊວງ ອຄ ເຜີຍແຜ່ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ
By sonsathit rasavong On 13 Jan, 2016 At 01:50 AM | Categorized As ຂ່າວພາຍໃນ | With 0 Comments

 

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ຈັດ​ກອງ​ປະຊຸມ​ເຜີຍ​ແຜ່​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ທາງ​ທຸລະ​ກິດ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ການ​ຄ້າຂາຍ ​​ເພື່ອ​ສ້າງ​ຄວາມ​ເອກະ​ພາບ​ໃນ​ການ​ເຮັດ​ທຸລະ​ກິດ, ປົກ​ປ້ອງ​ຜູ້​ຊົມ​ໃຊ້ ​ແລະ ສ້າງ​ທ່າ​ແຮງ​ທາງ​ການ​ຄ້າ​ໃນ​ເວທີ​ອາ​ຊຽນ.

ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ ​ແລະ ການ​ຄ້າ ​ໄດ້​ກ່າວ​ວ່າ: ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ທາງ​ທຸລະ​ກິດ​ມີ​ຄວາມ​ສຳຄັນ​ຫຼາຍ​ໃນ​ການ​ສ້າງ ສປປ ລາວ ​ໃຫ້​ມີ​ຄວາມ​ສາມາດ​ແຂ່ງຂັນ​ສູງ​ໃນ​ລະດັບ​ພາກ​ພື້ນ ​ແລະ ສາກົນ ​ແລະ ​ເຮັດ​ໃຫ້​ລະ​ບົບກົດໝາຍ​ຂອງ ສປປ ລາວ ​ເຊື່ອມ​ໂຍງ​ກັບ​ສາກົນ.

ກົດໝາຍ​ດັ່ງກ່າວ​ຈະ​ເນັ້ນໃຫ້​ລະບົບ​ເສດຖະກິດ​ຂະຫຍາຍຕົວ ​ແລະ ​ເຮັດ​ໃຫ້​ຜູ້​ຊົມ​ໃຊ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຈາກ​ສະພາບ​ການ​ແຂ່ງຂັນ, ການ​ແຂ່ງຂັນ​ບໍ່​ພຽງ​ແຕ່​ຈະ​ເປັນ​ການ​ສົ່ງ​ເສີມ ​ແລ​ະ ຊຸກຍູ້ ​ໃຫ້​ບັນດາ​ຫົວໜ່ວຍ​ທຸລະ​ກິດ ​ໃຫ້​ມີ​ການ​ຄົ້ນຄວ້າ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນ​ການ​ເຮັດ​ໃຫ້​ຫົວໜ່ວຍ​ທຸລະ​ກິດ​ພັດທະນາ​ສິນຄ້າ ​ແລະ ການ​ບໍລິການ​ຂອງ​ຕົນ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ, ຄຸນ​ນະພາ​ບດີ, ລາຄາ​ຖືກ ​ແລະ ​ເປັນ​ທຳ.

ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ທາງ​ທຸລະ​ກິດ ມີ​ທັງ​ໝົດ 9 ພາກ, 8 ໝວດ ​ແລະ 95 ມາດຕາ ​ເນື້ອ​ໃນ​ສຳຄັນ​ຂອງ​ກົດໝາຍ​ໄດ້​ບັນຈຸ​ໃນ​ມາດ​ຕາ 9 ພຶດຕິ​ກຳ​ທີ່​ເປັນ​ການ​ແຂ່ງຂັນ​ທາງ​ທຸລະ​ກິດ​ທີ່​ບໍ່​ເປັນ​ທຳ ມີ: 1.ການ​ເຮັດ​ໃຫ້​ເຂົ້າ​ໃຈ​ຜິດ, 2.ການລະ​ເມີດ​ຄວາມ​ລັບ​ທາງ​ທຸລະ​ກິດ, 3.ການ​ບັງຄັບ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, 4.ການ​ເຮັດ​ໃຫ້​ຜູ້​ດຳ​ເນີນ​ທຸລະ​ກິດ​ເສື່ອ​ມ​ເສຍ​ຊື່​ສຽງ, 5.ການ​ສ້າງ​ອຸປະສັກ​ຂັດ​ຂວາງ​ຕໍ່​ການ​ດຳ​ເນີນ​ທຸລະ​ກິດ, 6.ການ​ໂຄສະນາ​ທີ່​ບໍ່​ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ, 7.ການ​ສົ່ງ​ເສີມ​ການ​ຂາຍ​ດ້ວຍ​ວິທີ​ທີ່​ບໍ່​ເປັນ​ທຳ, 8.ການຈຳ​ແນ​ກປະຕິບັດ​ໂດຍ​ສະ​ມາ​ຄົມ​ທຸລະ​ກິດ ​ແລະ 9.ພຶດຕິ​ກຳ​ອື່ນໆ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ ​ແລະ ລະບຽບ​ການ​ທີ່​ກ່ຽວຂ້ອງ.

ທ່ານ ບຸນ​ທຽນ ​ແກ້ວ​ສີພາ ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ກ່າວ​ວ່າ: ກົດໝາຍ​ສະບັບ​ນີ້ ຈະ​ເຮັດ​ໃຫ້​ວຽກ​ງານ​ການ​ຄ້າ ​ແລະ ການ​ປົກ​ປ້ອງ​ຜູ້​ຊົມ​ໃຊ້​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ດີ​ຂຶ້ນ ທັງ​ສອດຄ່ອງ​ກັບ​ສາກົນ ​ແລະ ພາກ​ພື້ນ ​ແລະ ​ເປັນ​ການ​ສົ່ງ​ເສີມ​ຜູ້​ຜະລິດ​ພາຍ​ໃນ, ຊາວ​ຄ້າ​ຂາຍ​ຂະໜາດ​ນ້ອຍ ​ແລະ ຄວາມ​ເປັນ​ທຳ​ຂອງ​ຜູ້​ບໍລິ​ໂພ​ກ.

ຕອນ​ທ້າຍ​ກອງ​ປະຊຸມ​ຍັງ​ມີ​ພິທີ​ເຊັນ​ສັນຍາ​ໂຄງການ​ຍະ​ໂຍບາຍ​ການ​ແຂ່ງຂັນ ​ແລະ ກົດໝາຍ​​ໄລຍະ 2 ລະຫວ່າງ ກົມ​ການ​ຄ້າ​ພາຍ​ໃນ ກະຊວງ ອຄ ​ແລະ ​ໂຄງການ​ຊ່ວຍ​ເຫຼືອ​ຂອງ ຈີ​ໄອ​ແຊັດ.

ກອງ​ປະຊຸມ​ດັ່ງກ່າວ​ຈັດ​ຂຶ້ນ​ທ້າຍ​ອາທິດ​ຜ່ານ​ມາ ທີ່​ໂຮງ​​ແຮມ​ແລນ​ມາກ ​ແມ່​ຂອງ ນະຄອນຫຼວງ​ວຽງ​ຈັນ ​ໂດຍ​ການ​ເປັນ​ປະ​ທ່ານ​ຂອງ ​ທ່ານ ສົມຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ ອຄ, ທ່ານ Michael Grau ​ເອກ​ອັກຄະ​ລັກ​ຖະທູດ​ເຢຍລະ​ມັນ ປະຈຳ​ລາວ ມີ​ການ​ນຳ​ຂອງ​ກະຊວງ ອຄ, ຕ່າງ​ໜ້າ​ຈາກ​ພາກ​ລັດ ​ແລະ ອົງການ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

 

[ບົດ​ຂ່າວ: ໜັງສືພິມ​ເສດຖະກິດ-​ການ​ຄ້າ]

IMG_9724

IMG_9717

IMG_9780