ກະຊວງ ອຄ ປະກາດແຕ່ງຕັ້ງຮອງຫົວໜ້າກົມ
By sonsathit rasavong On 13 Jan, 2016 At 01:55 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ວັນ​ພະຫັດ​ ທີ 7 ມັງກອນ 2016 ທີ່​ຜ່ານ​ມາ ທີ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ມີ​ພິທີ​ປະກາດແຕ່ງ​ຕັ້ງ ທາ່ນ ກຽງຄຳ​ໝັ້ນ ​ໂຄດ​ຕະວົງ ຂຶ້ນ​ເປັນ​ຮອງ​ຫົວໜ້າ​ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ ​ແລະ ທ່ານ ຂວັນ​ໃຈ ອ່ຽມສຸທິ ຂຶ້ນ​ເປັນ​ຮອງ​ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ ຄົນ​ໃໝ່, ​ໃຫ້​ກຽດ​ເປັນ​ປະທານ​ໂດຍ ທ່ານ ນາງ ​ເຂ​ັມມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ພ້ອມ​ດ້ວຍ​ຕ່າງ​ໜ້າ​ຈາກ​ບັນດາ​ກົມ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ.

​ໂອກາດ​ດຽວ​ກັນ, ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ກ່າວ​ວ່າ: ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ ​ແລະ ຄວາມ​ກ້າວໜ້າ​ໃນ​ການ​ຝຶກ​ຝົນ​ຫຼໍ່​ຫຼອມຂອງ​ບັນດາ​ພະນັກງານ​ຂັ້ນ​ພະ​ແນ​ກທີ່​ມີ​ຄວາມ​ສາມາດ​ສູງ ຈົນ​ສາມາດ​ກ້າວ​ຂຶ້ນ​ໄປ​ເປັນ​ລະດັບ​ຮອງ​ຫົວໜ້າ​ກົມ​ໄດ້. ພາຍຫຼັງທີ່​ໄດ້​ປະກາດ​ແຕ່ງ​ຕັ້ງ​ໄປ​​ແລ້ວ ບັນ​ດາ​ຮອງ​ຫົວໜ້າ​ກົມ​ຄົນ​ໃໝ່​ຕ້ອງ​ມີ​ຄວາມ​ເສຍສະຫຼະ ​ເພື່ອ​ໜ້າ​ທີ່ວຽກ​ງານ​ອັນ​ໃຫຍ່​ຫຼວງ ​ແລະ ​ເພື່ອ​ຜົນ​ປະ​​ໂຫຍ​ດສ່ວນ​ລວມ ​ເຮັດ​ໃຫ້​ໜ້າ​ທີ່​ວຽກ​ງານ​ປະສົບ​ຜົນສຳ​ເລັດ​ໄປ​ດ້ວຍ​ດີ. ສ່ວນ​ບັນດາ​ກົມ​ຕ່າງໆ ​ຢາກ​ໃຫ້​ເບິ່ງ​ຄືນ​ເຖິງ​ພາລະ​ບົດບາດ, ສິ່ງ​ທີ່​ສາມາດ​ເຮັດ​ໄດ້​ ລວມທັງ​ຂໍ້ຄົງຄ້າງ​ຕ່າງໆ ​ແລະ ປັບປຸງ​ສັບ​ຊ້ອນ​ພະນັກງານ​ໄປ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ​ຕາມ​ຄວາມ​ເໝາະ​ສົມ.

 

[ບົດ​ຂ່າວ: ໜັງ​ສື​ພິມ​ເສດຖະກິດ-​ການ​ຄ້າ]

???????????????????????????????