ພິທີມອບຮັບ ໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ ຮູ້ນຳພາຮອບດ້ານ ຄັ້ງທີ II ປະຈຳສົກປີ 2014-2015 ຂອງໜ່ວຍພັກ ກົມແຜນການ ແລະ ການຮ່ວມມື
By sonsathit rasavong On 7 Jan, 2016 At 10:23 AM | Categorized As ຂ່າວພາຍໃນ | With 0 Comments

​​​​

ໃນ​ຕອນ​ບ່າຍ​ຂອງ​ມື້​ນີ້, ກົມ​ແຜນການ ​ແລະ ກາ​ນຮ່ວມ​ມື ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​​​ຈັດພິທີ​ມອບ​ຮັບ ​ໃບ​ຢັ້ງຢືນ​ເປັນ​ໜ່ວຍ​ພັກ​ເຂັ້ມ​ແຂງ ຮູ້​ນຳພາ​ຮອບດ້ານ ຄັ້ງ​ທີ II ປະຈຳ​ສົກ​ປີ 2014-2015 ຂອງ​ໜ່ວຍ​ພັກ ກົມ​ແຜນການ ​ແລະ ການ​ຮ່ວມ​ມື ຂຶ້ນທີ່​ຫ້ອງ​ປະຊຸມ​ພັກ ກະຊວງ​ ອຄ ​ໂດຍການ​ເປັນ​ປະທານ​ຂອງ​ ທ່ານ ນາງ ​ເຂັມ​ມະນີ ພົນ​ເສ​ນາ ​ເລຂາ​ຄະນະ​ພັກ, ລັດຖະມົນຕີ​ວ່າການ ກະຊວງ​ ອຄ, ທ່ານ ສົມ​ຈິດ ອິນ​ທະ​ມິດ ຄະນະ​ປະຈຳ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ ອຄ, ທ່ານ ສີ​ລິ​ສຳພັນ ວໍຣະຈິດ ຄະນະ​ປະຈຳ​ພັກ​ກະຊວງ, ຫົວໜ້າ​ກົມ​ແຜນການ ​ແລະ ການ​ຮ່ວມມື, ພ້ອມ​ດ້ວຍ​ສະມາຊິກ​ພັກ ກົມ​ແຜນການ ​ແລະ ການ​ຮ່ວມ​ມື ຈຳ​ນວນ 17 ສະຫາຍ ​ແລະ ຕ່າງ​ໜ້າ​ຈາກບັນດາກົມ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ.

​ໃນພິທີ ​ໄດ້​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ສ້າງ​ໜ່ວຍ​ພັກ​ເຂັ້ມ​ແຂງ-​ຮູ້​ນຳພາ​ຮອບດ້ານຄັ້ງ​ທີ II ຂອງ​ໜ່ວຍ​ພັກ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື (ຜຮ) ປະຈຳ​ສົກ​ປີ 2014-2015 ​ແລະ ​ແຜນ​ສ້າງ​ໜ່ວຍ​ພັກ​ເຂັ້ມ​ແຂງ-​ຮູ້​ນຳພາ​ຮອບດ້ານ​ຄັ້ງ​ທີ III ສົກ​ປີ 2015-2016, ຈາກ​ນັ້ນ​ກໍ່​ໄດ້​ຜ່ານ​ມະຕິ​ຕົກລົງຮັບຮອງ​ເອົາ​ໜ່ວຍ​ພັກ ກົມ ຜຮ ​ເປັນ​ໜ່ວຍ​ພັກ​ເຂັ້ມ​ແຂງ-​ຮູ້​ນຳພາ​ຮອບດ້ານ​ຄັ້ງ​ທີ II ​ແລະ ມະຕິ​ຕົກລົງ​ຮັບຮອງ​ເອົາ​ແຜນການ​ສ້າງ​ໜ່ວຍ​ພັກ​ເຂັ້ມ​ແຂງ-​ຮູ້​ນຳພາ​ຮອບດ້ານ​ຄັ້ງ​ທີ III ສົກ​ປີ 2015-2016 ກ່ອນ​ຈະ​ມີ​ການ​ມອບ​ໃບ​ຢັ້ງຢືນ​ໜ່ວຍ​ພັກ​ເຂັ້ມ​ແຂງ-​ຮູ້​ນຳພາ​ຮອບດ້ານ​ຄັ້ງ​ທີ II ​ໃຫ້​ແກ່ ກົມ​​ແຜນການ ​ແລະ ການ​ຮ່ວມມື.

ໃນ​ຕອນ​ທ້າຍ​ຂອງຂອງ​ພີ​ທີ ທ່ານ ນາງ​ ​ເຂັມ​ມະນີ ພົນ​ເສນາ ​ເລຂາ​ຄະນະ​ພັກ ກະຊວງ​ ອຄ ຍັງ​ໄດ້​ກ່າວ​ວ່າ: ​ເພື່ອ​ໃຫ້​ໜ່ວຍ​ພັກ ກົມ​ ຜຮ ​ເປັນ​ໜ່ວຍ​ພັກ​ເຂັ້ມ​ແຂງ-​ຮູ້​ນຳພາ​ຮອບດ້ານ​ ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເນັ້ນ​ໜັກຕື່ມ​ວຽກ​ງານ 3 ສ້າງ ​ແລະ ວຽກ​ງານ​ການ​ຜະລິດ​ເປັນ​ສິນຄ້າ ​ແລະ ຄ້ຳປະກັນ​ສະບຽງ​ອາຫານ, ​ເຮັດ​ແນວ​ໃດ​ໃຫ້​ວຽກ​ງານ​ທີ່​ສະຫຼຸບ​ມາ​ໃຫ້​ມີ​ການ​ເກາະ​ກ່າຍ​ກັນ, ສືບ​ຕໍ່​ຜັນ​ຂະ​ຫຍາ​ຍຫຼັກການ​ລວມສູນ​ປະຊາທິປະ​ໄຕ ​ໃຫ້​ເຫັນ​ໄດ້​ວ່າ​ບົດ​ບາດ​ການ​ນຳພາ​ຂອງ​ພັກ ​ແລະ ປະຊາທິປະ​ໄຕ​ໂດຍ​ລວມ​ເປັນ​ແນວ​ໃດ, ນອກ​ນັ້ນ​ຍັງຕ້ອງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ກໍ່ສ້າງ​ແນວ​ຄິດ​ການ​ເມືອງ​ໃຫ້​ແກ່​ບຸ​ຂະ​ລາ​ກອນພາຍ​ໃນ​ໃຫ້​ມີ​ຄວາມ​​ເຂັ້ມ​ແຂງ, ຮູ້​ນຳພາ ​ແລະ ຈັດ​ຕັ້ງ​ປະຕິບັດ ລວມ​ເຖິງ​ວຽກ​ງານ​ວິຊາ​ສະ​ເພາະ​ອີກ​ດ້ວຍ.

 

[ບົດຂ່າວ: ສູນ​ສະຖິຕິ ​ແລະ ຂ່າວສານ]

???????????????????????????????

???????????????????????????????