ເງິນ 8 ລ້ານ​ໂດ​ລາ​ສ​ະ​ຫະ​ລັດ ຫຼື 64 ຕື້​ກີບ ກຽມພ້ອມແລ້ວ​ທີ່​ຈະສະໜອງສຶນເຊື່ອໃຫ້ແກ່ ​SME ຢູ່ ສ​ ປ ປ ​ລາວ
By admin On 29 Dec, 2015 At 04:25 AM | Categorized As ຂ່າວພາຍໃນ | With 0 Comments

IMG_20151229_094500

IMG_20151229_094405

ໃນ​ຕອນ​ເຊົ້າ​ຂອງ ​ວັນທີ 21 ແລະ 23 ທັນ​ວາ 2015 ທີ່​ຜ່ານ​ມາ ​ຢູ່​​ໂຮງ​ແຮມດອນ​ຈັນພາ​ເລດ, ນະຄອນຫຼວງວຽງຈັນ. ໄດ້​ຈັດ​ພິທີ​ເຊັນ​ສັນຍາ​​ກູ້​ຢືມ​ຕໍ່ຂຶ້ນ ລະ​ຫວ່າງ ກົ​ມ​ສົ່ງ​ເສີມວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ (ກ​ສວ) ​ກັບ​ສອງ​ທະ​ນ​າ​ຄານ​ທຸ​ລະ​ກິດ ​ຊຶ່ງໄດ້​ແກ່ ​ທະ​ນາ​ຄານ ລາວ​ຈີນ ຈຳ​ກັດ ແລະ ​ທະທະ​ນາຄາ​ນ ເອັ​ສ​ທີ ຈຳ​ກັດ ຕາມ​ລຳ​ດັບ. ຈຸດ​ປະສົງຂອງການເຊັນສັນຍາຄັ້ງນີ້ ແມ່ນ​ເປັນ​ການສະໜອງແຫຼ່ງທຶນ​ໃຫ້ແກ່ ​ທະ​ນາ​ຄານທຸ​ລະ​ກິດ ​ ເພື່ອປ່ອຍເງິນ ກູ້ຕໍ່ໃຫ້ແກ່ SME ຢູ່ ສ ປ ປ ລາວ, ໂດຍ​ສະ​ເພາະ​ແມ່ນ​ສະ​ໜອງ​​ເງິນທຶນໄລ​ຍະ​ຍາວ (​​ທຶນ​ຄົງ​ທີ່).

ການສະໜອງທຶນ​ຂອງ ກົມ ກ​ສວ ​​ໃນຄັ້ງ​ນີ້​ ເປັນ​ການ​ສ້າງ​ເງຶ່​ອນ​ໄຂ​ໃຫ້​​ແກ່ທະນາຄານ ​ ​ລາວ​ຈີນ ຈຳ​ກັດ ແລະ ທະ​ນາ​ຄານ ເອັ​ສ​ທີ ຈຳ​ກັດ ​ເພື່ອສະໜອງສິນ​ເຊື່ອ​ໃຫ້​ແກ່ SME ຕ​າມ​ເງຶ່​ອນ​ໄຂ ​ແລະ ມີອັດຕາ​ດອກ​ເບ້ຍ​ທີ່​ສົມ​ເຫດ​ສົມ​ຜົນ. ໂຄງ​ການ​ດັ່ງ​ກ່າວ​ນີ້ ຈະຊ່ວຍ​ເຮັດ​ໃຫ້ SME ​ສາ​ມາດເຂົ້າ​ເຖິງ​ແຫ​ລ່ງທຶນ​ໄດ້​ຫລາຍ​ຂື້ນ ຊຶ່ງ​ຈຳ​ນວນທຶນ​ທີ່ 02 ທະນາຄານ ຈະໄດ້​ຮັບມີມູນ​ຄ່າທຽບ​ເທົ່າ ​4 ລ້ານ​ໂດ​ລາ​ສະ​ຫະ​ລັດ ຕໍ່ ທະ​ນາ​ຄານ (ລວມ​ເປັນ 8 ລ້ານ​ໂດ​ລາ) ​ແລະ ມີ​ເງື່ອນ​ໄຂ​ການ​ປ່ອຍ​ກູ້​ດັ່ງ​ລຸ່ມນີ້:

ເປົ້າ​ໝາຍ​ການ​ປ່ອຍ​ກູ້: ແມ່ນ​ຫົວ​ໜ່ວຍ​ວິ​ສາ​ຫະ​ກິດທີ່​ມີ​ຈຳ​ນວນ​ແຮງ​ງານ​ລະ​ຫວ່າງ01 – 99ຄົນ ​ລົງ​ມາ ຫລື ເປັນທຸ​ລະ​ກິດ SME ຕາມ​ການ​ນິ​ຍາມ​ຂອງ​ລັດ​ຖະ​ບານ (​ດຳ​ລັດ 42/ນຍ, ລົງ​ວັນ​ທີ 20/4/2004);

ວົງ​ເງິນ​ສູງ​ສຸດ: ​ທີ່​ທະ​ນາ​ຄານ​ທຸ​ລະ​ກິດ ປ່ອຍ​ເງິນ​ກູ້​ໃຫ້ແກ່ SME ແມ່ນບໍ່​ເກີດ 200,000 ໂດ​ລາ​ສະ​ຫະ​ລັດ/ລາຍ ໃນ​ອັດ​ຕາ​ດອກ​ເບ້ຍ​ທີ່​​ເຫັນ​ວ່າເໝາະ​ສົມ;

ປະ​ເພດ​ທຶນ:​ ທີ່​ທະ​ນາ​ຄານ​ສະ​ໜອງ​ແກ່ SME ປະ​ກອ​ບ​ມີ:

​ທຶນ​ໄລ​ຍະ​ສັ້ນ (ທຶນໝູນ​ວຽນ) = 30%

ທຶນໄລ​ຍະ​ຍາວ (ທຶນ​ຄົງ​ທີ) = 70%.

ສໍາ​ລັບ​ຂັ້ນ​ຕອນການ​ພິຈາລະນາ ​ແລະ ອະນຸມັດ​ສິນ​ເຊື່ອ​ແກ່ SME ​ນັ້ນ ​ແມ່ນມອບ​ໃຫ້​ເປັນໜ້າທີ່​ ​ແລະ ຄວາມຮັບຜິດຊອບຂອງ ທະນາຄານ​​ທຸ​ລະ​ກິດເອງ, ​ກົມ​ສົ່ງ​ເສີມວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ ຈະ​ເຮັດໜ້າທີ່​ຕິດຕາມ, ປະ​ເມີນ​ຜົນ ​ແລະ ​ແນະ​ນໍາທະນາຄານ​ທຸ​ລະ​ກິດ ​ເພື່ອ​ຮັບປະກັນ​ວ່າການ​ນໍາ​ໃຊ້​ແຫ​ລ່ງທຶນ​ດັ່ງກ່າວ​ສອດຄ່ອງ​ກັບ​ຈຸດປະສົງ ​ແລະ ​ເປົ້າໝາຍ ທີ່​ທາງ​ກົມ​ສົ່ງ​ເສີມວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ​ ກໍານົດ​ໄວ້. ນອກ​ນັ້ນ​ ພວກ​ກົມ​ພວກ​ເຮົາ ຍັງ​ຈະ​ເຮັດໜ້າທີ່​ສະໜັບສະໜູບທາງ​ດ້ານ​ວິຊາ​ການ ​​ໃຫ້ແກ່ SME ​ ໃນ​ການ​ສ້າງ​ແຜນ​ທຸລະ​ກິດ, ການ​ຄຸ້ມ​ຄອງ​ທາງ​ດ້ານ​ການ​ເງິນ ​ເພື່ອ​ສ້າງ​ເງື່ອນ​ໄຂອັນສະ​ດວກ​​ໃຫ້ SME ​ໄດ້​ຮັບ​ເງິນ​ກູ້​ຈາກ​ທະນາຄານ​ດີ​ຂຶ້ນ​ກວ່າ​ເກົ່າ.

About -