ປັບປຸງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ສະບັບ ພາສາອັງກິດ
By admin On 18 Dec, 2015 At 06:10 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

ກອງປະຊຸມປັບປຸງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ສະບັບ ພາສາອັງກິດ

ວັນທີ 15 ທັນວາ 2015 ທີ່ໂຮງແຮມ ເສດຖາ ປາລາສ ນະຄອນຫລວງວຽງຈັນ 

untitled-cpc

ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ​ໃນຖານະທີ່ຮັບຜິດຊອບໂດຍກົງວຽກງານປົກ​ປ້ອງ​ຜູ່​ຊົ​ມ​ໃຊ້​ແລະ ວຽກງານແຂ່ງຂັນທາງທຸລະກິດໄດ້ຈັດກອງ​ປະຊຸມປັບປຸງກົດໝາຍວ່າດ້ວຍການ​ແຂ່ງຂັນ​ທາງ​ທຸລະ​ກິດ ສະບັບ ພາສາອັງກິດວັນທີ 15 ທັນວາ 2015 ທີ່ໂຮງແຮມ ເສດຖາ ປາລາສ ນະຄອນຫລວງວຽງຈັນ ​ຊຶ່ງກອງ​ປະຊຸມ​ດັ່ງກ່າວນີ້​ແມ່ນ​ໄດ້​ຮັບ​ການສະໜັບສະໜູນທຶນ ຈາກ​ອົງການGIZ-CPL2 ລັດຖະບານເຢຍລະມັນ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສຸລະຍົນ ພິລາວົງຮອງຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳແລະ ການຄ້າ​ເຂົ້າຮ່ວມ​ໃນກອງ​ປະຊຸມ​​ມີ​ຜູ້ຕາງໜ້າຈາກພາຍໃນກະຊວງ, ຂະ​ແໜງການ ແລະ ອົງການທີ່ກ່ຽວຂ້ອງເຊັ່ນ: ສຳນັກງານປະທານປະເທດ, ຫ້ອງການລັດຖະບານ, ກະຊວງການຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ ພາກວິຊາເສດຖະສາດ, ພາກວິຊາສັກສອນສາດ, ຜູ້ຊ່ຽວຊານຈາກ ໂຄງການ LUNA2ແລະ ຜູ້ປະສານງານໂຄງການ GIZ ລວມທັງໝົດ 25 ​ທ່ານ.

ຈຸດປະສົງ​ຂອງ​ການ​ຈັດ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ແມ່ນເພື່ອເປັນການຮຽບຮຽງກົດໝາຍວ່າດ້ວຍການ​ແຂ່ງຂັນ​ທາງ​ທຸລະ​ກິດ ສະບັບພາສາ ອັງກິດ ເພື່ອໃຫ້ທັນກັບການຈັດພີມປື້ມກົດໝາຍດັ່ງກ່າວເປັນສອງພາສາໃນຫົວດຽວ ແລະ ແຈກຢາຍໃນງານພິທິເປີດໂຕປື້ມກົດໝາຍດັ່ງກ່າວໃນຕົ້ນປີ 2016 ທີ່ຈະມາເຖີງນີ້. ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ມີການປະກອບຄຳເຫັນ, ສົນທະນາ​ແລກປ່ຽນຄຳເຫັນ ໃສ່ກົດໝາຍວ່າດ້ວຍການ​ແຂ່ງຂັນ​ທາງ​ທຸລະ​ກິດ ສະບັບພາສາອັງກິດ ແມ່ນເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນດີ ໂດຍສະເພາະແມ່ນ ຜູ້ຊ່ຽວຊານຈາກສາກົນ ແລະ ອາຈານຈາກມະຫາວິທະຍາໄລແຫ່ງຊາດ.

About -