ກຽມຄວາມພ້ອມທຸກດ້ານໃນການເຊື່ອມ ໂຍງເສດຖະກິດກັບສາກົນ
By sonsathit rasavong On 30 Nov, 2015 At 02:24 PM | Categorized As ຂ່າວສຳຄັນ | With 0 Comments

 

ກະຊວງອຸດສະຫະກໍາ ແລະ ການຄ້າ ຈັດສໍາມະນາວິທະຍາສາດ, ເສດຖະກິດ ແລະ ການ ຄ້າໃນຫົວຂໍ້ “ກຽມຄວາມພ້ອມທຸກດ້ານ ໃນການເຊື່ອມໂຍງເສດຖະກິດ ກັບສາກົນ” ໃນໂອກາດງານວາງ ສະແດງສິນຄ້າວຽງຈັນ 2015 ​ເພື່ອ​ເປັນ​ການສະ​ເຫລີ​ມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ຂຶ້ນໃນວັນທີ 28 ພະຈິກ 2015 ທີ່ສູນການຄ້າລາວໄອເຕັກມໍ ໂດຍມີທ່ານ ທອງລຸນສີສຸລິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ, ທ່ານນາງ ເຂັມມະນີ ພົນເສນາ ລັດ ຖະມົນຕີວ່າການກະຊວງອຸດສະຫະກໍາ ແລະ ການຄ້າ, ບັນດາລັດຖະມົນຕີຊ່ວຍວ່າການ, ຮອງເລຂາທິ ການໃຫຍ່ອາຊຽນ ​ແລະ ທູຕານຸທູດ, ອົງການຈັດຕັ້ງສາກົນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງລຸນ ສິສຸລິດ ກ່າວວ່າ: ພັກ-ລັດຖະບານເຮົາ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈ ໃສ່ຢ່າງເປັນເຈົ້າການໃນວຽກງານເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ຖືວ່າເປັນໜຶ່ງໃນວຽກ ງານບູລິມະສິດໃນການຊຸກຍູ້, ສົ່ງເສີມ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ, ເຊິ່ງປີນີ້ ສປປ ລາວ ມີອາຍຸຄົບ 40 ປີພໍດີ ແລະ ກໍເປັນປີທີ 30 ທີ່ພັກປະຊາຊົນປະຕິວັດລາວ ໄດ້ກໍາກົດແນວ ທາງນະໂຍບາຍການປ່ຽນແປງໃໝ່ ໃນການເປີດກວ້າງການຮ່ວມມື, ການລົງທຶນກັບຕ່າງປະເທດ. ລັດຖະ ບານ ສປປ ລາວ ເຂົ້າໃຈຢ່າງເລິກເຊິ່ງວ່າ ການເຊື່ອມໂຍງກັບສາກົນເທົ່ານັ້ນ ຈຶ່ງຈະເຮັດໃຫ້ປະເທດຊາດ ໄດ້ຮັບການພັດທະນາ, ສາມາດລົບລ້າງຄວາມທຸກຍາກຂອງປະຊາຊົນ, ສາມາດສ້າງຄວາມເຂັ້ມແຂງໃຫ້ ປະເທດຊາດໄດ້.

ທ່ານ ຮອງນາຍົກລັດຖະມົນຕີກ່າວຕື່ມວ່າ: ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 27 ທີ່ກົວລາ ລໍາເປີ (ມາເລເຊຍ) ກໍໄດ້ຮັບຮອງເອົາຖະແຫລງການ ກົວລາລໍາເປີ 2015 ວ່າດ້ວຍການເປັນປະຊາຄົມອາ ຊຽນຢ່າງເປັນເອກະສັນ ເຊິ່ງເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 1/1/2016 ທີ່ຈະມາເຖິງນີ້ ແລະ ສປປ ລາວ ຈະໄດ້ຮັບເປັນປະທານອາຊຽນຕະຫລອດປີ 2016, ພ້ອມທັງຮ່ວມກັບປະເທດອາຊຽນ ສ້າງແຜນແມ່ບົດ, ສ້າງແຜນງານ ແລະ ກ້າວໄປເຖິງໂຄງການຕ່າງໆເພື່ອປະຕິບັດ AEC ດັ່ງນັ້ນ, ຄວາມພ້ອມຂອງປະເທດ ຕ່າງໆໃນອາຊຽນ ອາດມີລະດັບທີ່ແຕກຕ່າງກັນ. ສະນັ້ນ ສປປ ລາວ ເຮົາຈະຕ້ອງສ້າງໃຫ້ມີຄວາມພ້ອມ ທີ່ກົມກຽວກັນຂອງທຸກພາກສ່ວນໃນສັງຄົມ, ລັດຖະບານ, ພາກທຸລະກິດ, ປະຊາຊົນ ສໍາລັບເສັ້ນທາງ ກ້າວເດີນຂອງອາຊຽນ ຕ້ອງໄດ້ກ້າວໄປໜ້າຕາມວິໄສທັດ ແລະ ເປົ້າໝາຍຂອງອາຊຽນ ຄື: ASEAN ຈະ ກ້າວໄປສູ່ການເປັນຖານການຜະລິດໜຶ່ງດຽວ, ເປັນຖານການລົງທຶນໜຶ່ງດຽວ ແລະ ການເປັນຕະຫລາດ ໜຶ່ງດຽວ, ຄວາມພ້ອມທີ່ແຕກຕ່າງຂອງສະມາຊິກປະເທດອາຊຽນ ນັ້ນຈະເຮັດແນວໃດຈຶ່ງສາມາດໃຫ້ຊ່ອງ ວ່າງຂອງຄວາມແຕກໂຕນດ້ານການພັດທະນາໃນອາຊຽນ ຫຍັບເຂົ້າຫາກັນໃຫ້ໄວເທົ່າທີ່ຈະໄວໄດ້.

 

[ບົດ​ຂ່າວ: ຂປລ]

IMG_0294 - Copy

IMG_0312 - Copy

IMG_0315 - Copy

IMG_0339 - Copy

IMG_0342 - Copy

IMG_0350 - Copy

IMG_0374 - Copy