ເປີດງານວາງສະແດງສີນຄ້າວຽງຈັນ 2015 ສະຫລອງ ຄົບຮອບ 40 ປີ
By sonsathit rasavong On 30 Nov, 2015 At 02:55 PM | Categorized As ຂ່າວສຳຄັນ | With 0 Comments

 

ງານວາງສະແດງສີນຄ້າວຽງຈັນ 2015 ສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ໄດ້ເປີດຂຶ້ນແຕ່ວັນທີ 28 ພະຈິກ ຫາ 7 ທັນວາ 2015 ທີ່ສູນການຄ້າ ລາວ-ໄອເຕັກມໍ, ນະຄອນຫລວງວຽງຈັນ ເຊິ່ງມີບັນດາອົງການຈັດຕັ້ງ ແລະ ທຸລະກິດທັງພາຍໃນ ແລະ ຕ່າງປະເທດ 200 ກວ່າຫົວໜ່ວຍທຸລະກິດ, ມີຫລາຍກວ່າ 350 ຫ້ອງວາງສະແດງ,ໃນນັ້ນມາຈາກພາຍໃນ 159 ຫົວໜ່ວຍ, ມາຈາກຕ່າງແຂວງ 23 ຫົວໜ່ວຍ ແລະ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ 15 ຫົວໜ່ວຍ, ມາຈາກ ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ 50 ຫົວໜ່ວຍ, ໂດຍມີທ່ານ ທອງສິງ ທໍາມະວົງ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ທ່ານ ລິມ ຮົງຮິນ ຮອງເລຂາທິການໃຫຍ່ອາຊຽນ, ມີບັນດາລັດຖະມົນຕີວ່າການ, ຊ່ວຍວ່າການ, ເຈົ້າຄອງ, ເຈົ້າແຂວງ, ທູ ຕານຸທູດ, ພ້ອມດ້ວຍພາກທຸລະກິດພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສະຫະກໍາ ແລະ ການຄ້າກ່າວ ວ່າ: ການຈັດງານວາງສະແດງສິນຄ້າຄັ້ງນີ້ ເພື່ອເປັນການສະເຫລີມສະຫລອງວັນສະຖາປະນາສປປ ລາວ ຄົບຮອບ 40 ປີ, ທັງເປັນການສະແດງໃຫ້ເຫັນເຖິງຜົນສໍາເລັດ ຂອງການສ້າງສາພັດທະນາປະເທດ ຊາດໃນ 40 ປີຜ່ານມາ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວໂດຍສະເພາະ ແມ່ນວາງສະ ແດງບັນດາຜະລິດຕະພັນ-ສິນຄ້າ ທີ່ໄດ້ກາຍເປັນແຫລ່ງລາຍຮັບຂອງເສດຖະກິດແຫ່ງຊາດ ແລະ ບັນດາ ໂຄງການສະໜັບສະໜູນທີ່ປິ່ນອ້ອມ (ODOP) ຮັບການເຕີບໃຫຍ່ພົ່ນເດັ່ນ, ນອກຈາກນັ້ນ ກໍເພື່ອເປັນສ້າງ ໂອກາດໃຫ້ແກ່ພາກທຸລະກິດລາວ ແລະ ຕ່າງປະເທດໄດ້ມີການຕິດຕໍ່ພົວພັນແລກປ່ຽນຊື້-ຂາຍສີນຄ້າ, ແລກປ່ຽນບົດຮຽນປະສົບການ ທາງທຸລະກິດຮ່ວມກັນ. ພ້ອມທັງເປັນການຊຸກຍູ້ການພັດທະນາສິນຄ້າລາວ ໃຫ້ກ້າວໄປສູ່ການຜະລິດມີຍີ່ຫໍ້ຂອງສປປ ລາວ MADE IN LAOS ທັງນີ້ຍັງຈະເປັນໂອກາດທີ່ດີໃຫ້ແກ່ ບັນດານັກທຸລະກິດລາວ ແລະຕ່າງປະເທດ ກໍຄືບັນດາອົງການຈັດຕັ້ງຕ່າງໆ ທີ່ເຂົ້າຮ່ວມງານໄດ້ນໍາສະ ເໜີຜົນງານອັນພົ້ນເດັ່ນຕະຫລອດໄລຍະ 40 ປີຂອງການສ້າງສາແລະ ພັດທະນາປະເທດຊາດ.

ສິນຄ້າ ທີ່ນໍາມາວາງສະແດງຄັ້ງນີ້ປະກອບມີ ເຄື່ອງຫັດຖະກໍາ, ເສື້ອຜ້າ, ອັນຍະມະນີ, ເຟີນີເຈີ, ເຄື່ອງຕົບແຕ່ງເຮືອນ, ເຄື່ອງສໍາອາງ, ຢາປົວພະຍາດ, ອາຫານ, ການບໍລິການທະນາຄານ, ການສຶກສາ, ການທ່ອງທ່ຽວ ແລະ ອື່ນໆ.

 

[ບົດຂ່າວ: ຂປລ]

IMG_0195 - Copy

IMG_0214 - Copy

IMG_0221 - Copy

IMG_0252 - Copy

IMG_0253 - Copy