ກະຊວງ ອຄ ຄຸມເຂັ້ມເລື່ອງມາດຕະຖານຂອງຜູ້ປະກອບການນຳໜ່າຍນ້ຳມັນເຊື້ອໄຟ
By sonsathit rasavong On 10 Nov, 2015 At 11:07 AM | Categorized As ຂ່າວພາຍໃນ | With 0 Comments

 

ປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງຜູ່ຊົມໃຊ້ ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010, ຕາມຫາງສຽງສະທ້ອນຂອງສັງຄົມກ່ຽວກັບການດໍາເນີນທຸລະກິດນໍ້າມັນເຊື້ອໄຟ ທີ່ມີບາງປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ຈໍາ ໜ່າຍນໍ້າມັນ ບໍ່ໄດ້ຄຸນນະພາບ, ມີນໍ້າ ແລະ ສິ່ງເປີະເປື້ອນ ເຈືອປົນ,  ຕໍ່ບັນຫາດັ່ງກ່າວໂດຍປະຕິບັດຕາມກົດໝາຍ ແລະ ລະບຽບການ ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຜູ່ຄຸ້ມຄອງການດໍາເນີນທຸລະກິດ ນໍ້າມັນເຊື້ອໄຟ ທັງເປັນອົງການປົກປ້ອງຜູ່ຊົມໃຊ້ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ. ໃນຊ່ວງເດືອນ ກັນຍາ ປີ 2015 ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ ລົງສົມທົບກັບ ກົມມາດຕະຖານ, ກະຊວງວິທະຍາສາດ ແລະ ເຕັກກໂນໂລຊີ ແລະ ລັດ​ວິ​ສາ​ຫະກິດ​ນໍ້າມັນເຊື້ອໄຟລາວ  ລົງກວດກາເບິ່ງຄວາມສະອາດຂອງນ້ຳມັນ ຢູ່ບັນດາປໍ້າເປົ້າໝາຍ ພົບວ່າ: ສ່ວນຫຼາຍ ບັນດາປໍ້າກໍ່ປະຕິບັດໄດ້ດີ ຕາມມາດຕະຖານ ທີ່ກະຊວງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ອົງການທີ່ກ່ຽວຂ້ອງໄດ້ກໍານົດໄວ້ ແລະ ມີບາງປໍ້າຍັງເຫັນ​​ວ່າມີ​ນ້ຳ​ເຈືອ​ປົນ​ຢູ່​ໃນ​ຖັງ​ບັນຈຸນໍ້າມັນ ໃນປະລິມານ 1.2 – 3 cm ​ເຊິ່ງ​ເກີນ​ມາດຕະຖານ​ທີ່​ກຳນົດ​ໄວ້​ຂອງ​ອົງການ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ​ສະບັບ​ເລກທີ 241/ອວຕ.ສນ, ລົງ​ວັນ​ທີ 12/02/2001 ບໍ່​ໃຫ້​ເກີນ 0.05-0.3 ​cm. ສະນັ້ນ, ທາງຄະນະ​ກວດກາ​ໄດ້​ໃຫ້ ​​ຜູ່​ຮັບຜິດຊອບ​ປ້ຳຢຸດຕິ​ການຈຳໜ່າຍ​ນ້ຳມັນ​ຖັງ​ທີ່ມີນໍ້າເຈືອປົນຊົ່ວຄາວ ຈົນ​ກວ່າ​ຈະ​ມີ​ການ​ອານາ​ໄມ​ໃຫ້​ສະອາດ​ກ່ອນ​ຈຶ່ງ​ສາມາດ​ຈຳໜ່າຍ​ໄດ້, ນອກນີ້ ກໍລະນີ ​ຕົວ​ຖັງ​ທີ່ບໍ່ໄດ້ມາດຕະຖານ ກໍໄດ້ສະເໜີ ໃຫ້ປໍ້າມີການ​ແກ້​ໄຂ​ສ້ອມ​​ແປງ​ຄືນ ໃຫ້ໄດ້ຕາມມາດຕະຖານ ທີ່ກໍານົດໄວ້ ຈິ່ງຈໍາໜ່າຍປົກກະຕິໄດ້. ນອກນັ້ນ, ຄະນະ​ກວດກາ​ຍັງໄດ້ສະເໜີໃຫ້ບໍລິສັດແມ່ກວດກາຄືນ ບັນດາລູກປໍ້າຂອງຕົນ ໃຫ້ປະຕິບັດຕາມລະບຽບ ການທີ່ໄດ້ກໍານົດອອກຢ່າງເຂັ້ມງວດ.

ທາງ​ລັດ​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ​ໄດ້​ນຳ​ຕົວຢ່າງ​ນ້ຳມັນ​ທັງ​ສອງ​ປ້ຳ​ໄປ​ວິ​ໄຈ​ຕື່ມ​ອີກ​ວ່າ​ມີ​ສິ່ງ​ເຈືອ​ປົນ​ອື່ນ​ອີກ ຫຼືບໍ່ ​ແລະ ​ລາຍ​ລະອຽດ​ທາງ​ລັດ​ວິ​ສາ​ຫະກິດ​ໄດ້​ສົ່ງ​ຜົນ​ວິ​ໄຈ​ມາ​ໃຫ້ ​ເຫັນ​ວ່າ​ຄຸນ​ນະພາ​ບຂອງ​ນ້ຳມັນ​ແຕ່ລະ​ປ້ຳທີ່​ທາງ​ເຈົ້າ​ໜ້າ​ທີ່​ກວດກາ​ການ​ຄ້າ ​ແລະ ​ພາກສ່ວນ​ກ່ຽວຂ້ອງ​ໄດ້​ລົງ​ກວດກາ ຜົນ​ທົດ​ລອງ ​ແລະ ​ວິ​ໄຈ​ນ້ຳມັນ​ດັ່ງກ່າວ ຢູ່​ໃນ​​ເກນ​ປົກກະຕິ​ຕາມ ການ​ຢັ້ງຢືນ​ຂອງ​ພະ​ແນ​ກ​ເຕັກນິກ​ລັດ​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ.

ນອກຈາກລົງກວດກາປໍ້ານໍ້າມັນເປົ້າໝາຍ ທີ່ມີນໍ້າ ຫຼື ສິ່ງເປີະເປື້ອນເຈືອປົນແລ້ວ ກົມການຄ້າພາຍໃນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ຍັງໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ ລົງຕິດຕາມການປັບລົງລາຄານໍ້າມັນຂາຍຍ່ອຍ ໃນແຕ່ລະຄັ້ງ ແລະ ຕິດຕາມກວດກາການຊື້ – ຂາຍນໍ້າມັນເຊື້ອໄຟນອກລະບົບ ເປັນແຕ່ລະໄລຍະ ຕາມແຫຼ່ງຂ່າວ ແລະ ຂໍ້ມູນທີ່ທາງ ຜູ່ຊົມໃຊ້ ແລະ ສຽງສະທ້ອນຂອງສັງຄົມ ສົ່ງມາໃຫ້.

ສະນັ້ນ, ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຮຽກຮ້ອງມາຍັງຜູ່ປະກອບການທຸລະກິດ ນໍ້າມັນເຊື້ອໄຟ ໂດຍສະເພາະບັນດາບໍລິສັດແມ່ ໃຫ້ເອົາໃຈໃສ່ຕິດຕາມກວດກາ ລູກປໍ້າທີ່ເປັນຕົວແທນຂອງຕົນ ໃຫ້ໝັ່ນ ກວດກາ ເບິ່ງຖັງເກັບນໍ້າມັນຂອງຕົນຢູ່ຕະຫຼອດ ເພື່ອບໍ່ໃຫ້ມີນໍ້າ ຫຼືສິ່ງເປີະເປື້ອນເຈືອປົນ. ອີກດ້ານໜຶ່ງກໍ່ຮຽກຮ້ອງໃຫ້ເຈົ້າຂອງປ້ຳ ປະຕິບັດ ລະບຽບການຄຸ້ມຄອງ ການດໍາເນີນທຸລະກິດນໍ້າມັນເຊື້ອໄຟ ຢ່າງເຂັ້ມງວດ, ພ້ອມທັງຮຽກຮ້ອງໃຫ້ຜູ່ຊົມໃຊ້ ເປັນເຈົ້າການ ເມື່ອເຫັນວ່າມີການປະຕິບັດບໍ່ຖືກຕ້ອງຕາມລະບຽບຫຼັກການຂອງບັນດາປ້ຳຕ່າງໆ ແຈ້ງໃຫ້ເຈົ້າໜ້າທີ່ກວດກາ ການຄ້າປະຈຳແຕ່ລະເມືອງ ເພື່ອລົງຕິດຕາມກວດກາໃຫ້ທັນການ.

 

ກົມ​ການ​ຄ້າ​ພາຍ​ໃນ

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ

001nne