ກອງປະຊຸມຝຶກອົບຮົມການຂຽນບົດສະເໜີໂຄງການ ແລະ ການຄຸ້ມຄອງໂຄງການລົງທຶນຂອງລັດ
By sonsathit rasavong On 10 Nov, 2015 At 06:37 AM | Categorized As ຂ່າວພາຍໃນ | With 0 Comments

 

​​​ເມື່ອ​ອາທິດ​ຜ່ານ​ມາ, ກົມ​ແຜນການ ​ແລະ ກາ​ນຮ່ວມ​ມື ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​​​ເປີດກອງ​ປະຊຸມ​ຝຶກ​ອົມ​ຮົມ​ການ​ຂຽນ​ບົດ​ສະ​ເໜີ​ໂຄງການ ​ແລະ ກາ​ນຄຸ້ມ​ຄອງ​ໂຄງການ​ລົງທຶນ​ຂອງ​ລັດຂຶ້ນ ທີ່​ຫ້ອງການ​ພະ​ແນ​ກອຸດສາຫະກຳ ​​ແລະ ການ​ຄ້າ ​ແຂວງ​ຊຽງ​ຂວາງ ​ໂດຍ​ພາຍ​ໃນ​ການ​ເປັນ​ປະທານ​ກອງ​ປະຊຸມ​ຂອງ​ ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ອຄ, ​ເຂົ້າ​ຮ່ວມກອງ​ປະຊຸມ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​ມີ​ພະນັກງານ​ຈາກ​ບັນດາ​ກົມ​ອ້ອມ​ຂ້າງ​ກະຊວງ, ຈາກ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ທົ່ວ​ປະ​ເທດ ລວມທັງ​ໝົດ 82 ສະຫາຍ ພ້ອມ​ດ້ວຍນັກ​ສຳ​ມະ​ນາ​ກອນຈາກ​ກົມ​ປະ​ເມີນ​ຜົນ ກະຊວງ​ແຜນການ ​ແລະ ການລົງທຶນ ອີກ 3 ສະຫາຍ.

ຈຸດປະສົງ​​ຂອງ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້​​ເພື່ອ​ເປັນ​ການ​ປຶກສາ​ຫາລືຖອດ​ຖອນ​ບົດຮຽນ​ກ່ຽວ​ກັບ​ການ​ຂຶ້ນ​ແຜນຂໍ​ງົບປະມານ​ຂອງ​ລັດ, ການ​ຂຽນ​ບົດ​ສະ​ເໜີ​ໂຄງການ ​ແລະ ການ​ຄຸ້ມ​ຄອງ​ໂຄງການ​ລົງທຶນ​ຂອງ​ລັດ ທັງ​ນີ້​ກໍ່​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ວິຊາ​ການ ​ໃຫ້​ແກ່​ພະນັກງານ ອຄ ​ໃຫ້​ມີ​ຄວາມ​ພ້ອມຈັດ​ຕັ້ງ​ຜັນ​ຂະ​ຫຍາ​ຍ​ແຜນ​ງານ​ຂອງ​ກະຊວງ ອຄ ​ໂດຍ​ຫັນ​​ເປັນ​ໂຄງການ​ລະອຽດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ສອດ​ຄ່ອງ​ກັບ​ກົດໝາຍ​ການ​ລົງທຶນ​ຂອງ​ລັດ ​ແລະ ບົດ​ແນະ​ນຳຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ປະຈຳ​ສົກ​ປີ, ​ແລະ ​ເພື່ອ​ເປັນ​ການ​ສ້າງ​ຄວາມ​ອາດ​ສາມາດ​ໃຫ້​ແກ່​ພະນັກງານ​ວິຊາ​ການ ອຄ ​ແຂວງ ​ແລະ ກະຊວງ ​ໃນ​ການ​ຍາດ​ແຍ່ງ​ທຶນຊ່ວຍ​ເຫຼືອ​ຂອງ​ຕ່າງປະ​ເທດ ​ແລະ ​ໂຄງການ​ຂອງ​ລັດ ​ເຂົ້າ​ໃນ​ການ​ພັດທະນາ​ຂະ​ແໜງ​ການ​ຂອງ​ຕົນ​ໃຫ້​ມີ​ປະສິດທິພາບ ຖືກຕ້ອງ​ຕາມ​ລະບຽບ​ຫຼັກການ​ຂອງ​ຜູ້​ໃຫ້​ທຶນ.

ຕະຫຼອດ​ໄລຍະ​ເວລາຂອງ​ການ​ຝຶກ​ອົບຮົມ​ ຕັ້ງ​ແຕ່​ວັນ​ທີ 02-06 ພະຈິກ ​ທຸກ​ຄົນ​ໄດ້​ຮັບ​ຮູ້​ເຖິງ​ພາລະ​ບົດບາດ​ການ​ຄຸ້ມຄອງ​ໂຄງການ, ຂັ້ນ​ຕອນ​ການ​ປະກອບ​ແບບ​ຟອມ, ຂັ້ນ​ຕອນ​ການ​ກະກຽມ​ຂຽນ​ໂຄງການ, ຂັ້ນ​ຕອນ​ການ​ຢື່ນ​ເອກະສານ,​ ວິທີ​ຄິດ​ໄລ່ ​ແລະ ວິທີ​ການ​ປະ​ເມີນ​ຜົນ​ບົດ​ສະ​ເໜີ​ໂຄງການ​ໃຫ້​ມີ​ປະສິດ​ທິພາ​ບ, ນອກ​ນັ້ນ​ທຸກ​ຝ່າຍຍັງ​ໄດ້​ຮ່ວມ​ກັນ​ປຶກສາ​ຫາລື ​ແລກປ່ຽນ​ບົດຮຽນ ຄຳ​ຄິດ​ເຫັນ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ໃຫ້ການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​ເກີດ​ປະ​​ໂຫຍ​ດສູງ​ສູດ.

ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ອຄ ຍັງ​ໄດ້ກ່າວ​ວ່າ: ຜ່ານ​ການຈັດຕັ້ງປະຕິບັດ​ວຽກ​ງານການລົງທຶນຂອງລັດ ແລະ ການນຳໃຊ້ງົບປະມານຂອງລັດ ເຂົ້າໃນການພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ ໃນໄລຍະຜ່ານມາພວກເຮົາສັງເກດເຫັນໄດ້ວ່າ ການຈັດຕັ້ງປະຕິບັດຫຼາຍໂຄງການ ແມ່ນສຳເລັດຕາມແຜນການທີ່ວາງໄວ້, ຖືກຕ້ອງຕາມກົດໝາຍການລົງທຶນຂອງລັດ ແລະ ລະບຽບຂອງກະຊວງການເງິນວາງອອກ, ໄດ້ມີການພັດທະນາ ແລະ ຍົກລະດັບວິຊາການທາງດ້ານການເງິນກໍ່ຄືການວາງແຜນຂໍງົບປະມານການລົງທຶນຂອງລັດດີຂື້ນເປັນກ້າວໆ ສະແດງອອກຄືໄດ້ຮັບງົບປະມານຈາກໂຄງການສົ່ງເສີມຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານ ຈຳນວນ 3 ຕື້ກີບ (ນອນໃນແຜນຂອງກະຊວງກະສິກຳ ແລະ ປ່າໄມ້), ອັນພົ້ນເດັ່ນແມ່ນໄດ້ປະກອບສ່ວນເຂົ້າໃນການພັດທະນາກໍ່ສ້າງຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໃຫ້ແກ່ເມືອງທີ່ທຸກຍາກໂດຍໄດ້ປະຕິບັດຕາມຄຳສັ່ງເລກທີ 16/ນຍ, ລົງວັນທີ 15 ມິຖຸນາ 2012 ວ່າດ້ວຍການທົດລອງສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງ ແລະ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ຫຼື ເອີ້ນວ່າວຽກ 3ສ້າງ. ເຖິງຢ່າງໃດກໍຕາມ ພວກເຮົາກໍ່ຍັງມີບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍ ທົດສອບຫຼາຍປະການ ຍ້ອນການຜັນແປຢ່າງສັບສົນຂອງສະພາບເສດຖະກິດ ເປັນຕົ້ນແມ່ນການເກັບລາຍຮັບບໍ່ໄດ້ຕາມເພດານຂອງຂັ້ນເທິງວາງອອກ, ງົບປະມານບໍ່ພຽງພໍຕາມການຂື້ນແຜນລາຍຈ່າຍ ສົ່ງຜົນໃຫ້ການສະໜອງງົບປະມານການລົງທຶນຂອງລັດຊັກຊ້າບໍ່ທັນເວລາຕາມແຜນທີ່ວາງໄວ້ ແລະ ໂຄງການສົ່ງເສີມວິຊາການຍັງໄດ້ການຮັບອະນຸມັດຢູ່ໃນລະດັບທີ່ໜ້ອຍ.

 

ສູນ​ສະຖິຕິ ​ແລະ ຂ່າວສານ

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ

005

004

006