ພິທີເປີດງານຕະຫຼາດນັດ ແຂວງອຸດົມໄຊ
By admin On 3 Nov, 2015 At 10:28 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

oudomxay_exhibition1

ໃນຕອນເຊົ້າ ຂອງວັນທີ່ 1 ພະຈິກ 2015 ທີ່ຜ່ານມານີ້ຢູ່ທີ່ຕະຫຼາດອຸດົມຊັບໄດ້ມີພິທີເປີດງານວາງສະແດງສິນຄ້າ ຫັດຖະກຳ, ກະສິກຳ ແລະ ສິນຄ້າອຸດສາຫະກຳ ເພື່ອຕ້ອນຮັບກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງອຸດົມໄຊຄັ້ງທີ່ VIII ງານ​ວາງສະ​ແດງ​ສິນຄ້າ​ໃນ​ຄັ້ງ​ນີ້​ເຊີ່ງ​ຈະ​ໄດ້​ຈັດ​ຂື້ນໃນລະຫວ່າງວັນທີ 30 ຕຸລາ 2015 ຫາວັນທີ 5 ພະຈິກ 2015. ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ທຳ​ ວັນນະ​ພອນ ຮອງ​ເລຂາ​ໜ່ວຍ​ພັກ ຮອງ​ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ. ​ເຂົ້າ​ຮ່ວມ​ພິທີ​ເປີດ​ງານ​ໃນ​ຄັ້ງ​ນີ້​ມີ​ບັນດາ​ທ່ານຜູ້ຕາງໜ້າ​ຈາກ​ພະ​ແນ​ກການຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ບັນດາ​ຮ້ານຂາຍ​ເຄື່ອງ​ຫົວໜ່ວຍ​ທຸລະ​ກິດ, ພໍ່ຄ້າ​ຊາວ​ຂາຍຢູ່​​ເທດ​ສະບາ​ນ​ເມືອງ​ໄຊ, ​ຕົວ​ແທນ​ຈາກ​ບັນດາ 6 ​ເມືອງ​ເຂົ້າ​ຮ່ວມທັງ​ໜົດຈຳນວນ 60 ກວ່າ​ສະຫາຍ. ຈຳນວນ​​ຮ້ານຂາຍ​ເຄື່ອງ​ທີ່​ເຂົ້າ​ມາ​  ວາງ​ສະ​ແດງ​ຂາຍ​ໃນ​ຄັ້ງ​ນີ້​ມີທັງ​ໝົດ 66 ຮ້ານ, ​ໃນ​ນັ້ນ​ມີ​ຮ້ານ​ຂາຍ​ເຄື່ອງ​ຫັດຖະກຳ​ຈາກ​ເມືອງ 6 ຮ້ານ. ການ​ເປີດ​ຕະຫຼາດນັດ​ໃນ​ຄັ້ງ​ນີ້​​ເປັນ​ການ​ປະກອບ​ສ່ວນ​ສ້າງ​ຂະ​ບວນການ​ອັນ​ຄຶກຄື້ນ​ໃຫ້​ແກ່​ຊາວ​ແຂວງ​ອຸດົມ​ໄຊ​ເພື່ອ​ຕ້ອນຮັບ​ກອປະຊຸມ​ໃຫ່ຍອົງຄະ​ນະ​ພັກຂອງ​ແຂວງ​ອຸດົມ​ໄຊຄັ້ງ​ທີ່ VIII ​ແລະ ຕ້ອນຮັບ​ວັນຊາດ​ທີ 2 ທັນ​ວາ ຄົບຮອບ 40 ປີຂອງ ສປປ ລາວ​ທີ່​ຈະ​ມາ​ເຖິງ​ນີ້.

oudomxay_exhibition2 oudomxay_exhibition3

 

ພາບຂ່າວໂດຍ: ຄຳຝັ້ນ

About -