ຄະນະທ່ານລັດຖະມົນຕີວ່າການກະຊວງພົວພັນເສດຖະກິດຕ່າງປະເທດ ສປປ ເກົາຫຼີ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງ 21-24 ຕຸລາ 2015
By sonsathit rasavong On 26 Oct, 2015 At 10:21 AM | Categorized As ຂ່າວພາຍໃນ | With 0 Comments

 

ເພື່ອ​ເປັນ​ການ​ເສີມ​ຂະຫຍາຍສາຍ​ການ​ພົວພັນ-ຮ່ວມ​ມື​ ​ລະຫວ່າງ ສປປ ລາວ ​ແລະ ສປປ ​ເກົາຫລີ ​ໃຫ້​ມີ​ຄວາມ​ແໜ້ນ​ແຝ້ນ ​ແລະ ​​ຂະຫຍາຍຕົວ​ຍິ່ງ​ຂຶ້ນ​, ​ໃນວັນ​ທີ 22 ຕຸລາ 2015 ທີ່​ຜ່ານ​ມາ ທີ່​ກະຊວງ​ອຸດ​ສາ​ຫະກໍາ ​ແລະ ການ​ຄ້າ ​ໄດ້​ຈັດ​ກອງ​ປະ​ຊຸມ​ພົບປະ ລະຫວ່າງ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ພົວພັນ​ເສດຖະກິດ​ກັບ​ຕ່າງປະ​ເທດ. ກອງ​ປະຊຸມ​ພົບ​ປະ​ໃນຄັ້ງ​ນີ້ໂດຍ​ການ​ເປັນ​ປະທານຮ່ວມ​ຂອງ​ທ່ານ​​ ນາງ ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ແລະ ທ່ານ ຣີ ຢອງ​ນາມ ລັດຖະມົນຕີ​ວ່າການ​ກະຊວງ​ພົວພັນ​ເສດຖະກິດ​ກັບ​ຕ່າງປະ​ເທດ ສປປ ​ເກົາຫລີ. ຜູ້​ແທນຝ່າຍ​ລາວ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະກອບມີ ​ທ່ານ ສຽວສະຫວາດ ສະ​ແຫວ​ງສຶກສາ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ປະທານ​ຄະນະ​ກໍາ​ມະ​ທິການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ຝ່າຍ ສປປ ລາວ, ມີບັນດາ​ຫົວໜ້າກົມ, ຮອງ​ຫົວໜ້າກົມ, ພະນັກງານ​ວິຊາ​ການ ທີ່​ກ່ຽວຂ້ອງ​ຈາກ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ກະຊວງພະລັງງານ ​ແລະ ບໍ່​ແຮ່, ກະຊວງ​ແຜນການ ແລະ ການ​ລົງທຶນ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ກະສິກໍາ ​ແລະ ປ່າ​​ໄມ້, ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ລັດ​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ ​ແລະ ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ​ແຫ່ງ​ຊາດ.

ຜູ້​ແທນ​ຝ່າຍ ສປປ ​ເກົາຫລີ ປະກອບ​ມີ ທ່ານ ລີ ຊານ ກຸນ ​ເອກອັກຄະ​ລັດຖະທູດ ສປປ ​ເກົາຫລີ ປະຈຳ ສປປ ລາວ, ທ່ານ ຄິມ ຊອງ​ກຸນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກໍາ​ບໍ່​ແຮ່ ພ້ອມ​ດ້ວຍ​ຄະນະ​ ​ລວມທັງໝົດ 21 ທ່ານ.

ຈຸດປະສົງ ຂອງ​ການ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ ຂອງ​ຄະ​ນະທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ພົວພັນ​ເສດຖະກິດ​ກັບ​ຕ່າງປະ​ເທດ​ຂອງ ສປປ ​ເກົາຫຼີ ຄັ້ງ​ນີ້ ​ແມ່ນ​ເພື່ອ​ແລກປ່ຽນ ​ແລະ ປຶກສາຫາ​ລື ກ່ຽວ​ກັບ​ ຊຸກ​ຍູ້​ສົ່ງ​ເສີມການຣ່ວມມື​ ທາງ​ດ້ານ​ການ​ຄ້າ, ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ ລະຫວ່າງ ສປປ ລາວ ​ແລະ ສປປ ​ເກົາຫລີ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ການ​ພົບ​ປະ​ໃນ​ຄັ້ງ​ນີ້ ທັງ​ສອງ​ຝ່າຍ​ຍັງ​ໄດ້​ນຳ​ສະ​ເໜີ ກ່ຽວ​ກັບ ນະ​ໂຍບາຍ​ການ​ລົງທຶນ​ຕ່າງປະ​ເທດ ຢູ່ ສປປ ລາວ ​​ແລະ ສະ​ເໜີບົດ​ດ້ານ​ວິຊາ​ການ ກ່ຽວ​ກັບ ​ເຕັກນິກ​ການ​ໝູນ​ໃຊ້​ຖ່ານ​ຫີນ ປະ​ເພດ​ລິກ​ໄນ ​ໃນ​ການ​ຜະລິດ​ພະລັງງານ​ໄຟຟ້າ ຂອງ ສປປ ​ເກົາຫລີ. ນອກ​ນີ້ ກໍ່​​ໄດ້​ມີ​ການ​ປຶກສາ​ຫາລືການ​ຮ່ວມ ກັບບັນດາ​ຂະ​ແໜງ​ການທີ່​ກ່ຽວຂ້ອງ ​ເປັນ​ຕົ້ນ: ການ​ຮ່ວມ​ມື​ທາງ​ດ້ານ​ການບິນ​ພົນລະ​ເຮືອນ; ສັນຍາ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ; ການ​ຮ່ວມ​ມື​ທາງ​ດ້ານ​ກະສິກຳ ​ແລະ ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃນ​ຂະ​ແໜງ​ກະສິກຳ; ການ​ຮ່ວມ​ມື​ດ້ານ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​ແລະ ຖ່ານ​ຫີນ (​ໂດຍ​ສະ​ເພາະ​ການ​ຮ່ວມ​ມື​ດ້ານ​ການ​ໝູນ​ໃຊ້​ຖ່ານ​ຫີນ​ປະ​ເພດ​ລິກ​ໄນ ​ໃນ​ການ​ຜະລິດ​ພະລັງງານ​ໄຟຟ້າ.

ນອກຈາກ​ນີ້ ຄະນະ​ຝ່າຍ ສປປ ​ເກົາຫລີ ຍັງ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ ພະນະ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ; ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.

ໃນ​ວັນ​ທີ 23 ຕຸລາ 2015 ທ່ານ​ລັດຖະມົນຕີ​ວ່າການ ຂອງ ສປປ ລາວ ​ແລະ ສປປ ​ເກົາ​ຫລີ ກໍ່​ໄດ້​ເຊັນ​ບົດ​ບັນທຶກ ການ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້ ​ເພື່ອ​ເປັນ​ການ​ຕິດຕາມ ​ແລະ ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ທີ່​ ສປປ ລາວ ​ແລະ ສປປ ​ເກົາຫລີ ກໍ່​ຄື​ສັນຍາ​ການຮ່ວມ​ມື ຂອງ​ສອງ​ປະ​ເທດ​ໃຫ້​ເກີດ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.

 

???????????????????????????????

???????????????????????????????

???????????????????????????????

???????????????????????????????

???????????????????????????????

???????????????????????????????

???????????????????????????????

          [ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂ່າວສານ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ]