ກອງປະຊຸມສຳມະນາ ການສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ກ່ຽວກັບວຽກງານ ປົກປ້ອງຜູ້ຊົມໃຊ້ ແລະ ການແຂ່ງຂັນທາງທຸລະກິດ ທີ່ ແຂວງຈຳປາສັກ ແລະ ແຂວງຫຼວງພະບາງ
By sonsathit rasavong On 13 Oct, 2015 At 07:53 AM | Categorized As ຂ່າວພາຍໃນ | With 0 Comments

 

ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ​ໃນຖານະທີ່ຮັບຜິດຊອບໂດຍກົງວຽກງານປົກ​ປ້ອງ​ຜູ້​ຊົ​ມ​ໃຊ້ ​ແລະ ວຽກງານແຂ່ງຂັນທາງທຸລະກິດ ໄດ້ຈັດກອງ​ປະຊຸມ​ສຳ​ມະ​ນາ ​ການສ້າງ​ຄວາມ​ຮັບ​ຮູ້ ຄວາມ​ເຂົ້າ​ໃຈ ກ່ຽວກັບ​ວຽກງານ ​ປົກ​ປ້ອງ​ຜູ້​ຊົມ​ໃຊ້  ​ແລະ ການ​ແຂ່ງຂັນ​ທາງ​ທຸລະ​ກິດ​ ທີ່​ແຂວງຈຳປາ​ສັກ ​ໃນລະຫວ່າງ​ວັນ​ທີ 21-24 ກັນຍາ 2015 ແລະ ​ແຂວງຫຼວງພະ​ບາງ​ ໃນລະຫວ່າງ​ວັນ​ທີ 27-30 ກັນຍາ 2015 ທີ່​ຜ່ານ​ມາ, ຊຶ່ງ​ທັງ​ສອງກອງ​ປະຊຸມ​ດັ່ງກ່າວນີ້ ​ແມ່ນ​ໄດ້​ຮັບ​ການສະໜັບສະໜູນທຶນ ຈາກ​ອົງການ AANZ – CLIP ອົດ​ສະຕຣາລີ – ນິວຊີ​​ແລນ ​ໂດຍ​ການ​ເປັນ​ປະທານຮ່ວມ​ຂອງ​ ທ່ານ ບຸນທຽນ ແກ້ວສີພາ  ຮັກສາການຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Derek Farrell  ຜູ້ອຳນວຍການພາກເໜືອ ຈາກຄະນະກຳມະການແຂ່ງທາງທຸລະກິດ ແລະ ປົກປ້ອງຜູ້ຊົມໃຊ້ ຈາກອົດສະຕຣາລີ ​ເຂົ້າຮ່ວມ​ໃນກອງ​ປະຊຸມ​ສໍາມະນາ​ມີ ​ຂະ​ແໜງອຸດສາ​ຫະກຳ ​ແລະ ການ​ຄ້າ 4 ​ແຂວງ ພາກ​ກາງ, 4 ​ແຂວງ ພາກ​ໃຕ້ ​ແລະ 8 ​ແຂວງ ພາກ​ເໜືອ, ບັນດາ​ຂະ​ແໜງການ​ທີ່​ກ່ຽວຂ້ອງ, ພາກ​ທຸລະ​ກິດ ແລະ ຜູ້ປະສານງານໂຄງການ GIZ ເຂົ້າຮ່ວມ, ​ເຊິ່ງມີ​ຜູ້​ເຂົ້າ​ຮ່ວມທັງໝົດ 140 ກວ່າ​ທ່ານ.

ຈຸດປະສົງ​ຂອງ​ການ​ຈັດ​ກອງ​ປະຊຸມສຳ​ມະ​ນາ​ໃນ​ຄັ້ງ​ນີ້ ແມ່ນ ເພື່ອເປັນການສ້າງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ເຂົ້າ​ໃຈ​ ກ່ຽວກັບວຽກງານ ປົກ​ປ້ອງ​ຜູ້​ຊົມ​ໃຊ້ ​ແລະ ການ​ແຂ່ງຂັນ​ທາງ​ທຸລະ​ກິດ ໃຫ້ແກ່ພະນັກງານພາກລັດ ​ແລະ ເອກະຊົນ ​ເຊັ່ນ ຄວາມໝາຍຄວາມສໍາຄັນ, ກາລະໂອກາດ ແລະ ສິ່ງທ້າທາຍ ຂອງສອງວຽກງານດັ່ງກ່າວ  ​ໂດຍ​ສະ​ເພາະ​ແມ່ນ ການ​ປົກ​ປ້ອງສິດ​ຂອງ​ຜູ້​ຊົ​ມ​ໃຊ້ ທີ່​ໄດ້​ຮັບ​ຜົນ​ກະທົບ​ທາງ​ລົບຕໍ່ຊີວິດ, ສຸຂະພາບ ​ແລະ ຊັບ​ສິນ ຈາກ​ການ​ຊົມ​ໃຊ້​ສິນຄ້າ  ​ແລະ ການ​ບໍລິການ  ​ແລະ ​ວຽກງານ​ແຂ່ງຂັນ​ທາງ​ທຸລະ​ກິດ  ​ແມ່ນ​ພັນທະໜຶ່ງທີ່​ ສປປ ລາວ ​ໄດ້​ລົງ​ນາມ​ແຜນ​ແມ່​ບົດ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດອາຊຽນ ​ໃນ​ທ້າ​ຍປີ 2015 ນີ້ ດ້ວຍ​ເຫດ​ນີ້ ວຽກງານ​ແຂ່ງຂັນ​ທາງ​ທຸລະ​ກິດ ຖື​ໄດ້​ວ່າ​ເປັນວຽກງານ​ໃໝ່ ສຳລັບ ສປປ ລາວ​ເຮົາ ດັ່ງນັ້ນ ມັນມີ​ຄວາມ​ຈຳ​​ເປັນ​ທີ່ຈະ​ຕ້ອງ​ໄດ້​ສ້າງ ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ພື້ນຖານ​ໃຫ້​ທັງ​ພາກ​ລັດ ​ແລະ ພາກ​ທຸລະ​ກິດ ​ເພື່ອ​ເປັນ​ການ​ກະກຽມຄວາມ​ພ້ອມ ​ແລະ ປັບປຸງດ້ານ​ຕ່າງໆ ​ເປັນຕົ້ນ​ແມ່ນ ດ້ານ​ການ​ເງິນ, ​ບຸກຄະລາ​ກອນ, ຄຸນ​ນະພາ​ບ ມາດຕະຖານ ຂອງ​ສິນຄ້າ ​ແລະ ການບໍລິການ ​ເພື່ອ​ສາມາດ​ແຂ່ງຂັນ​ກັບປະ​ເທດ​ອື່ນ​ໄດ້ ໃນກອງປະຊຸມດັ່ງກ່າວນີ້ ບັນດາຜູ້ເຂົ້າຮ່ວມໄດ້ມີການສົນທະນາ​ແລກປ່ຽນ ບົດຮຽນ ​ແລະ ປະສົບ​ການ ​ແລະ ສະພາບ​ການ​ປົກ​ປ້ອງ​ຜູ້​ຊົມ​ໃຊ້ ​ແລະ ການ​ແຂ່ງຂັນ​ທາງ​ທຸລະ​ກິດ ແມ່ນເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນດີ, ຊຶ່ງທ່ານ Derek Farrell  ມີຄວາມເພິງພໍໃຈຫຼາຍໃນການຈັດສໍາມະນາຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາແກ່ທີມງານຂອງຝ່າຍລາວວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ໃນລັກສະນະນີ້ຕື່ມອີກ.

 

2ກອງປະຊຸມ ທີ່ແຂວງຫຼວງພະບາງ

1

ກອງປະຊຸມ ທີ່ແຂວງຈຳປາສັກ

[ພາບ ແລະ ຂາວ: ກະຊວງອຸດສາຫະກຳ ແລະ ການຄ້າ]