ສປປ ລາວ ເປັນສະມາຊິກທີ 18 ໃນການໃຫ້ສັດຕະຍາບັນສັນຍາວ່າດ້ວຍການອຳນວຍຄວາມສະດວກທາງການຄ້າຂອງ ອົງການການຄ້າໂລກ
By sonsathit rasavong On 13 Oct, 2015 At 06:38 AM | Categorized As ຂ່າວສຳຄັນ | With 0 Comments

 

ໃນຕອນເຊົ້າວັນທີ 29 ກັນຍາ 2015, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າພົບ ທ່ານ ໂຣແບັກໂຕ ອາເຊເວີໂດ, ຜູ້ອຳນວຍການໃຫຍ່ຂອງອົງການການຄ້າ ເພື່ອຍື່ນສານການໃຫ້ສັດຕະຍາບັນຮັບຮອງເອົາສັນຍາວ່າດ້ວຍ ການອຳນວຍຄວາມສະດວກທາງການຄ້າຂອງ  ສປປ ລາວ  ຊຶ່ງເປັນສະມາຊິກອົງການການຄ້າໂລກປະເທດທີ 18 ທີ່ຮັບຮອງເອົາສັນຍາດັ່ງກ່າວ.

ສັນຍາວ່າດ້ວຍ ການອຳນວຍຄວາມສະດວກທາງການຄ້າ ແມ່ນໝາກຜົນຂອງກອງປະຊຸມລັດຖະ ມົນຕີ ທີ່ ບາຫຼີ ໃນປີ 2013 ຊຶ່ງ​ປະ​ກອບ​ດ້ວຍ​ຂໍ້​ກໍາ​ນົດດ້ານຄວາມໂປ່ງໃສ, ການເຄື່ອນຍ້າຍສິນຄ້າລະຫວ່າງປະເທດ, ການກວດກາ, ການແຈ້ງພາສີ,  ລວມ​ທັງ​ການຂົນ​ສົ່ງສິນ​ຄ້າ​ຜ່ານ​ແດນ​.

ສັນຍາ​ດັ່ງກ່າວ ກຳນົດມາດ​ຕະການກ່ຽວກັບ​ຂະແໜງ​ການຄ້າ, ພາສີ, ​ແລະ ຂະ​​ແໜງ​ການ​ທີ່​ກ່ຽວຂ້ອງ​ອື່ນໆ ​ໃຫ້ສາມາດ​ປະຕິບັດ​ວຽກ​ງານ​ດ້ານ​ການ​ອຳນວຍ​ຄວາມ​​ສະ​ດວກ​ທາງ​ການ​ຄ້າ​ໃຫ້​ມີ​ປະສິດທິ​ຜົນ​ ເພື່ອຫຼຸດຜ່ອນຕົ້ນທຶນ ຫຼື ຄ່າໃຊ້ຈ່າຍຂອງພາກທຸລະກິດທີ່ຕິດພັນກັບທຸລະກໍາການນໍາເຂົ້າ-ສົ່ງອອກສິນຄ້າ ຊຶ່ງມີ​ຄວາມ​ສຳຄັນຢ່າງຍິ່ງ​ຕໍ່​ປະ​ເທດ​ດ້ອຍ​ພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ຄື ສປປ ລາວ ເພື່ອຈັດ​ຕັ້ງ​ປະຕິບັດ ​ເພື່ອຫຼຸດ​ຜ່ອນ​ຂັ້ນ​ຕອນ ​ແລະ ຄ່າ​ໃຊ້​ຈ່າຍດ້ານ​ການ​ຄ້າ​.

ສັນຍາວ່າ​ດ້ວຍ​ການ​ອຳນວຍ​ຄວາມ​ສະດວກ​ທາງ​ການ​ຄ້າ ຈະ​ມີ​ຜົນ​ບັງຄັບ​ໃຊ້​ເມື່ອ​ສອງ​ສ່ວນ​ສາມ​ຂອງ​ສະມາຊິກ​ອົງການ​ການ​ຄ້າໂລກຮັບຮອງ​ ​ແລະ ປະຈຸ​ບັນມີ 19 ປະ​ເທດ​ສະມາຊິກຮັບຮອງ​ເອົາ​ສັນຍາ​ດັ່ງກ່າວ ຄື: ສປປ ລາວ, ຈີນຮົງກົງ, ສິງກະໂປ, ສະຫະລັດອາເມລິກາ, ເມົາຣີຊີອຸສ, ມາເລເຊຍ, ຍີ່ປຸ່ນ, ອົດສະຕຣາລີ, ບອດສວານາ, ທຣີນີດາດ ແລະ ໂທບາໂກ, ສ.ເກົາຫຼີ, ນິກາຣາກົວ, ນີເຈີ, ເບີລິສ, ສະວິດເຊີແລນ, ຈີນໄຕ້ຫວັນ, ສປ ຈີນ, ລິຈເກັນສະໄຕ ແລະ ນິວຊີແລນ.

 

dgralaos29915

ບົດຂ່າວ: ກະຊວງອຸດສາຫະກຳ ແລະ ກາຄ້າ