ໂຄງການກໍ່ສ້າງເສັ້ນທາງລົດໄຟ ໃກ້ຈະເປັນຈິງ
By admin On 29 Sep, 2015 At 02:13 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

ຂປລ.ໂຄງການ​ກໍ່ສ້າງເສັ້ນທາງ​ລົດ​ໄຟ ​ລາວ-ຈີນ ໃກ້​ຈະ​ເປັນ​ຈິງ ​ເນື່ອງຈາກກອງ​ປະຊຸມ​ລັດ ຖະບານ​ເປີດ​ກວ້າງ ປະຈຳ​ສົກ​ປີ 2014-2015 ​ໄດ້ຮັບຮອງ​ແຜນ​ດຳ​ເນີນການຂອງ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ກ່ຽວກັບ​ຮູບ​ແບບ, ​ໂຄງ​ສ້າງ​ຂອງ​ການ​ລົງທຶນ, ລວມ​ທັງດ້ານ​ນະ​ໂຍບາຍ​ສະໜັບສະໜູນ​ໂຄງການ, ຕະຫລອດ​ເຖິງຜົນສຳ​ຫລວດ​ແລວ​ທາງ ​ແລະ ຂອບ​ເຂດ​ສະຖານີ​ຕ່າງໆ.

ທ່ານ ດຣ.ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ວ່າການ ​ກະຊວງໂຍທາ​ທິການ ​ແລະ ຂົນ​ສົ່ງຊີ້​ແຈງ​ຕໍ່ສື່​ມວນ​ຊົນ​ໃນ​ວັນ​ທີ 25 ກັນຍາ 2015 ນີ້​ວ່າ: ​​ໂຄງການກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ ຄາດ​ວ່າ​ຈະ​ເລີ່​ມຂຶ້ນ​ໃນ​ທ້າຍ​ປີ​ນີ້ ຢ່າງ​ແນ່ນອນ ​ໂດຍ​ມີ​ຄວາມ​ຍາວ 417 ກິ​ໂລ​ແມັດ ​ເຊິ່ງນຳ​ໃຊ້​ມາດຕະຖານ​ເຕັກນິກ​ສາກົນໃນ​ການ​ອອກ​ແບບ ມີ​ຄວາມ​ກວ້າງ 1.435 ​ແມັດ, ​ເປັນ​ເສັ້ນທາງ​ລົດ​ໄຟ​ລາງ​ດ່ຽວນຳ​ໃຊ້​ຄວບ​ຄູ່​ກັນ ​ລະຫວ່າງ ລົດ​ໄຟ​ຂົນ​ສົ່ງ​ໂດຍສານ ​ທີ່​ມີ​ຄວາມ​ໄວ 160 ກິ​ໂລ​ແມັດ/ຊົ່ວ​ໂມງ ​ແລະ ລົດ​ໄຟ​ຂົນ​ສົ່ງ​ສິນຄ້າ, ຄວາມ​ໄວ 120 ກິ​ໂລ​ແມັດ/ຊົ່ວ​ໂມງ. ຕະຫລອດ​ໄລຍະ​ເສັ້ນທາງ​ມີ​ສະຖານີ​ທັງໝົດ 31 ​ແຫ່ງ, ​ໃນ​ນັ້ນມີ ສະຖານີ​ໃຫຍ່​ຈຳນວນ 5 ​ແຫ່ງ ​ຄື: ສະຖານີ​ບ້ານ​ນາ​ເຕີຍ, ສະຖານີ​ເມືອງ​ໄຊ, ສະຖານີ​ຫລວງ​ພະ​ບາງ, ສະຖານີວັງ​ວຽງ ​ແລະ ສະຖານີ​ນະຄອນຫລວງ​ວຽງຈັນ. ສະພາບ​ໂຄງ​ສ້າງ​ໂຄງການ​ປະກອບ​ ມີ​ອຸ​ມຸງ​ທັງໝົດ 76 ​ແຫ່ງ, ຂົວ 154 ​ແຫ່ງ. ສຳລັບ​ມູນ​ຄ່າ​ການກໍ່ສ້າງ​ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ ​ປະມານ 6,8 ຕື້​ໂດ​ລາ​ສະຫະລັດ ​ແລະ ມີ​ກຳນົດ​ການກໍ່ສ້າງ​ປະມານ 5 ປີ.

ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ຕື່ມ​ວ່າ: ​ໂຄງການ​ທາງ​ລົດ​ໄຟ​ສາຍ​ນີ້ ຈະ​ເລີ່​ມຈາກ ສປ ຈີນ ຫາ​ນະຄອນຫລວງ​ວຽງຈັນ ​ເຊື່ອມ​ຕໍ່ປະ​ເທດ​ໄທ, ມາ​ເລ​ເຊຍ ​ແລະ ສິງກະ​ໂປ, ​​ເປັນ​ໂຄງການ​ທີ່​ສຳຄັນ ​ເພາະ​ມີ​ການ​ລົງທຶນ​ຕ່ຳແຕ່ມີ​ປະສິດ​ຜົນສູງ​ທາງ​ດ້ານ​ເສດຖະກິດ-ສັງຄົມ ລະຫວ່າງ ​ລາວ-ຈີນ, ສະ​ນັ້ນ​ ລັດຖະບານ​ສອງ​ປະ​ເທດ ຈຶ່ງ​ເຫັນ​ດີ​​ໃນ​ຮູບ​ແບບໃຫ້​ມີ​ການ​ລົງທຶນ ຮ່ວມ​ສອງ​ຝ່າຍເພື່ອ​ກໍ່ສ້າງ ​ແລະບໍລິການ(ສ້າງ​ຕັ້ງ​ບໍລິສັດ​ຮ່ວມ​ທຶນລາວ-ຈີນ ​ເປັນ​ຜູ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ). ​ໂດຍ​ທັງ​ສອງ​ຝ່າຍຈະ​ຕ້ອງ​ໄດ້​ປະກອບ​ທຶນ​ 40% ຂອງ​ມູນ​ຄ່າ​ທັງໝົດ, ສ່ວນ​ທີ່​ເຫລືອ​ 60% ນັ້ນບໍ ລິ ສັດ​ຮ່ວມ​ທຶນ ຈະ​ຕ້ອງ​ໄດ້​ກູ້​ຢືມ​ຈາກ​ທະນາຄານ ​ຫລື ສະ​ຖາ​ບັນ​ການ​ເງິນ​ຕ່າງໆ. ​ໃນ​ນັ້ນ ລັດຖະບານ​ລາວ ຕ້ອງ​ໄດ້​ປະກອບ​ທຶນ​ທັງໝົດປະມານ 840 ລ້ານ​ໂດ​ລາ​ສະຫະລັດ.

      ​ໂຄງການ​ດັ່ງກ່າວ ຈະ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຮັດ​ໃຫ້ ສປປ ລາວ ທີ່​ບໍ່ມີ​ທາງ​ອອກ​ສູ່ທາງ​ທະ​ເລ ສາມາດ​ເຊື່ອມ​ຈອດ​ກັບປະ​ເທດ​ເພື່ອນ​ມິດ​ໃນ​ພາກພື້ນ​ໄດ້, ການ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ​ສິນຄ້າ, ການ​ໄປມາຫາສູ່, ການ​ສົ່ງ​ອອກ​ສິນຄ້າທີ່​ມີ​ຕົ້ນ​ທຶນ​ຕ່ຳ, ການ​ລົງທຶນ, ການ​ລິ​ການ ​ແລະ ການ​ພົວພັນ​ອື່ນໆ ​ເຊິ່ງຈະ​ສ້າງ​ລາຍ​ຮັບ​ໃຫ້​ປະ​ເທດ​ຊາດ ກໍ​ຄື​ປະຊາຊົນ​ບັນດາ​ເຜົ່າ​ໃຫ້​ສູງ​ຂຶ້ນ​ກວ່າ​

ຄັດຈາກ ຂ່າວສານປະເທດລາວ

About -