ກອງປະຊຸມເຜີຍແຜ່ສັນຍາການຄ້າສອງຝ່າຍ ແລະ ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ
By sonsathit rasavong On 17 Sep, 2015 At 01:11 PM | Categorized As ຂ່າວພາຍໃນ | With 0 Comments

 

​ໃນ​ຕອນ​ເຊົ້າ​ທີ່​ຂອງ​ມື້​ນີ້, ກົມ​ນະ​ໂຍບາຍການ​ຄ້າ​ຕ່າງປະ​ເທດ ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ເປີດ​ກອງ​ປະຊຸມ​ເຜີຍ​ແຜ່​ສັນຍາ​ການ​ຄ້າ​ສອງ​ຝ່າຍ ​ແລະ ສັນຍາ​ການ​ຄ້າ​ຊາຍ​ແດນ​ ລະຫວ່າງ ລັດຖະບານ ສປປ ລາວ ​ແລະ ລັດຖະບານ ສສ ຫວຽດນາມຂຶ້ນ ພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ທ່ານ ດຣ ລາວ​ຮົວ ​ເຈີ​ຈິງ ຮັກສາ​ການ​ຫົວໜ້າ​ກົມ​ນະ​ໂຍບາຍການ​ຄ້າ​ຕ່າງປະ​ເທດ ກະຊວງ ອຄ.

ທີ່​ກອງ​ປະຊຸມ ທ່ານ ດຣ ລາວ​ເຮີ ​ເຈີ​ຈິງ ຮັກສາ​ການ​ຫົວໜ້າ​ກົມ​ຍະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ​ໄດ້​ກ່າວ​ສະ​ເໜີ​ຈຸດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ວ່າ: ສັນຍາ​ການ​ຄ້າ​ສອງ​ຝ່າຍ ລະຫວ່າງ ລັດຖະບານ​ແຫ່ງ ສປປ ລາວ ​ແລະ ລັດຖະບານ ສສ ຫວຽດນາມ ​ທີ່​ໄດ້​ລົງ​ນາມ​ໃນ​ວັນ​ທີ 03 ມີນາ 2015 ທີ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ ​ເປັນ​ສັນຍາທີ່​ສ້າງ​ຂຶ້ນ​ເພື່ອ​ເພີ່ມ​ທະວີ ​ແລະ ຍົກ​ສູງ​ມິດຕະພາບ ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ແບບ​ຮອບດ້ານ, ສົ່ງ​ເສີມ​ການ​ເຂົ້າ​ເຖິງ​ຕະຫຼາດ​ດ້ານ​ສິນຄ້າ, ດ້ານ​ບໍລິການ ​ແລະ ພັດທະນາ​ການ​ເຊື່ອມ​ຈອດ ລະ​ຫວ່າງ​ສອງ​ປະ​ເທດ​ ​ໃຫ້​ມີ​ຄວາມ​ໝັ້ນຄົງ, ຢືນ​ຍົງ ​ແລະ ຍາວ​ນານ ​ເຊິ່ງສັນຍາ​ດັ່ງກ່າວ​ປະກອບ​ມີ 6 ໝວດ 16 ມາດຕາ; ສ່ວນ​ສັນຍາ​ວ່າ​ດ້ວຍ​ການ​ຄ້າ​ຊາຍ​ແດນ ລະຫວ່າງ ສປປ ລາວ ​ແລະ ສສ ຫວຽດນາມ ທີ່​ໄດ້​ລົງ​ນາມ​ໃນ​ວັນ​ທີ 27 ມີ​ຖຸນາ 2015 ທີ່​ແຂວງ ​ເຫ​ງະ​ອານ ສສ ຫວຽດນາມ ​ເປັນ​ສັນຍາ​ທີ່​ສ້າງ​ຂຶ້ນ​ເພື່ອ​ປະ​ກອບ​ສ່ວນ​ກະ​ຕຸ້ນ​ມູນ​ຄ່າ​ການ​ຄ້າ ລະຫວ່າງ ສປປ ລາວ ​ແລະ ສສ ຫວຽດນາມ ​ໃຫ້​ສູງ​ຂຶ້ນ ​ແລະ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ-​ການ​ຄ້າ ​ແລະ ການ​ເຊື່ອມ​ໂຍງ​ໃນ​ຂອບ​ອາ​ຊຽນ ​ແລະ ຂອບ​ລຸ່ມ​ແມ່​ນ້ຳຂອງ (GMS), ​ເພື່ອ​ພັດທະນາ​ດ້ານ​ຊາຍ​ແດນ​ລາວ-​ຫວຽດນາມ ​ໃຫ້​ກາຍ​ເປັນ​ຈຸດ​ເຊື່ອ​ມຕໍ່ ​ໃ​ຫ້​ແກ່​ການ​ຈໍລະ​ຈອນ​ຂອງ​ສິນຄ້າ​ໃນ​ພາກ​ພື້ນ ​ແລະ ສາກົນ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ​ໃນ​ເຂດ​ພາກ​ພື້ນ, ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຄ້າ​ຜ່ານ​ຊາຍ​ແດນ ​ແລະ ການ​ລົງທຶນ ລະ​ຫວ່າງ ສປປ ລາວ ​ແລະ ສສ ຫວຽດນາມ,​ ປະກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ແບບ​ເພື່ອນ​ມິດ​ທີ່​ມີ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ຮອບດ້ານ ລະຫວ່າງ ສປປ ລາວ ​ແລະ ຫວຽດນາມ, ​ເພື່ອ​ຊູ​ກຍູ້​ການ​ພົວພັນ​ໃນ​ດ້ານເສດຖະກິດ, ການ​ຄ້າ, ສັງຄົມ ​ແລະ ວັດທະ​ຖະນະ​ທຳ ລະຫວ່າງ ບັນດາ​ແຂວງ​ຊາຍ​ແດນ ຂອງ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ດ່ານ​ຊາຍ​ແດນ​ລາວ-​ຫວຽດນາມ ​ໃຫ້​ກາຍ​ເປັນ​ດ່ານ​​ແຫ່ງ​ການ​ແລກປ່ຽນ​ຊື້​ຂາຍ, ມີ​ຄວາມ​ສະຫງົບ, ໝັ້ນຄົງ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ແບບ​ຍືນ​ຍົງ, ​ເພ​ື່ອ​ເພີ່ມ​ທະວີ​ການ​ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ການ​ລົບ​ລ້າງ​ຄວາມທຸກ​ຍາກ, ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ຊົນ​ເຜົ່າ​ທີ່​ອາ​ໄສ​ຢູ່​ຕາມ​ພູ​ດອຍ, ຫ່າງ​ໄກ​ຊອກ​ຫຼີກ ​ແລະ ​ເຂດ​ຊາຍ​ແດນ ລະຫວ່າງ ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ຄວາມ​ປອດ​ໄພ, ປ້ອງກັນຊາ​ດ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ ຢູ່​ຕາມ​ແລວ​ຊາຍ​ແດນ ລະ​ຫວ່າງ ສປປ ລາວ ​ແລະ ສສ ຫວຽດນາມ ​ເຊິ່ງສັນຍາ​ດັ່ງກ່າວ​ປະກອບ​ມີ 23 ມາດຕາ.

ກອງ​ປະຊຸມ​ດັ່ງກ່າວ​ ມີ​ຜູ້​ເຂົ້າ​ຮ່ວມຈາກ​ບັນດາ​ກົມ​ອ້ອມຂ້ອງ ກະຊວງ​ອຸດສາຫະກຳ ​ແລະ​ ການ​ຄ້າ 10 ກົມ, ຫ້ອງການກະຊວງ, ສະຖາບັນຄົ້ນຄວ້າເສດຖະກິດ-ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ກະຊວງຂະແໜງການທີ່ກ່ຽວຂ້ອງ 18 ກະຊວງ ແລະ ພາກທຸລະກິດ, ລວມທັງໝົດ 139 ທ່ານ.

 

ບົດຂ່າວ: ສູນ​ສະຖິຕິ ​ແລະ ຂ່າວສານ

2 (2)

2 (1)

2 (3)