ລັດຖະມົນຕີວ່າການກະຊວງ ອຄ ເຄື່ອນໄຫວເຮັດວຽກຢູ່ບັນດາແຂວງພາກໃຕ້
By admin On 9 Sep, 2015 At 07:25 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນລະຫວ່າງວັນທີ 5-11 ກັນຍາ 2015 ທ່ານ ນາງ ເຂັມມະນີ ພົນເສນາ ລັດທະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືລະດົມຄວາມຄິດເຫັນຕໍ່ຮ່າງສັນຍາວ່າດ້ວຍການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານການຄ້າໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ – ລາວ – ຫວຽດນາມ CLV ແລະ ກອງປະຊຸມສຳມະນາລະດົມຄວາມຄິດ ເພື່ອກຽມການເປັນເຈົ້າພາບກອງປະຊຸມອາຊຽນ ຂອງ ສປປລາວ ໃນປີ 2016.

ສະເພາະວັນທີ 7 ກັນຍາ 2015 ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງອັດຕະປື ໂດຍໄດ້ພົບປະກັບໂອ້ລົມກັບພະນັກງານພະອຸດສາຫະກຳ ແລະ ການຄ້າແຂວງ. ນອກນັ້ນ, ຍັງໄດ້ເຂົ້າຢ້ຽມຢາມ ແລະ ພົບປະກັັບ ທ່ານ ດຣ. ນາມ ວິຍະເກດ ເຈົ້າແຂວງໆອັດຕະປື.

 

[ພາບ ​ແລະ ຂ່າ​ວ: ໜັງສືພິມ​ເສດຖະກິດ-​ການ​ຄ້າ]

08sep2001

About -