ກອງປະຊຸມປະເມີນຜົນງານປະຈຳສົກປີ 2014-2015 ຂອງພະນັກງານລັດຖະກອນ ພາຍໃນພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ
By sonsathit rasavong On 2 Sep, 2015 At 08:55 AM | Categorized As ຂ່າວພາຍໃນ | With 0 Comments

ໃນລະຫວ່າງ​ວັນ​ທີ 12 – 14 ສີ​ງຫາ 2015 ທີ່​ຜ່ານ​ມາ​ນີ້ ທີ່​ຫ້ອງ​ປະຊຸມ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງອຸດົມ​ໄຊ, ​ໄດ້​ຈັດ​ກອງ​ປະຊຸມ​ປະ​ເມີນ​ຜົນງານຂອງ​ພະນັກງານ​ລັດຖະກອນ​ພາຍ​ໃນ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ປະຈຳ​ສົກ​ປີ 2014-2015 ຂື້ນ​ຢ່າງ​ເປັນ​ທາງ​ການ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ທັນ ວັນນະ​ໄຈ ​ກຳມະ​ການ​ປະຈຳ​ພັກ​ແຂວງ ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ມີ​ພະນັກງານ​ລັດຖະກອນ​ສົມບູນ​ພາຍ​ໃນ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ເຂົ້າ​ຮ່ວມທັງ​ໝົດ​ຈຳນວນ 44 ສະຫາຍ, ຍິງ 12 ສະຫາຍ.

​ເພື່ອ​ເຮັດ​ໃຫ້​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ມີ​ບັນຍາກາດ, ​ມີ​ຄວາມ​ໝາຍຄວາມ​ສຳຄັນ ​ແລະ ຝົດ​ຝື້ນນັ້ນ ບັນດາ​ແຕ່​ລະສະ​ຫາຍ​ກໍ່​ໄດ້​ຂື້ນ​ຜ່ານ​ໃບສຳ​ຫຼວດຂອງ​ຕົນ​ເອງ ​ໃຫ້​ສະມາຊິກ​ພາຍ​ໃນ​ປະກອບ​ຄຳ​ຄິດ​ເຫັນ, ຕຳ​ນິສົ່ງ​ຂ່າວ​​​ເພື່ອກໍ່ສ້າງ​ຊຶ່ງ​ກັນ ​ແລະ ກັນ​ໂດຍ​ສະ​ເພາະ​ເພື່ອ​ເສີມ​ຂະ​ຫຍາ​ຍ​ດ້ານ​ດີ ​ແລະ ປັບປຸງ​ແກ້​ໄຂ​ດ້ານ​ອ່ອນຂໍ້ຄົງຄ້າງ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໃນ​ໄລຍະ 1 ປີ ທີ່​ຜ່ານ​ມາ​ຂອງ​ແຕ່​ລະສະ​ຫາຍ, ​ເພື່ອ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ໃນ​ຕໍ່ໜ້າ​ໃຫ້​ດີ​ຂື້ນ​ເທື່ອ​ລະ​ກ້າວ. ຜົນ​ການ​ປະ​ເມີນ​ພະນັກງານ​ລັດຖະກອນ​ເຊີ່ງ​ສະ​ແດງ​ໃຫ້​ເຫັນ​ດັ່ງ​ນີ້:

  1. ປະ​ເພດ​ດີ​ເດັ່ນ​ຈຳນວນ 23 ສະຫາຍ ຍິງ 9 ສະຫາຍ.
  2. ປະ​ເພດ​ດີ​ຈຳນວນ 21 ສະຫາຍ ຍິງ 3 ສະຫາຍ.

ຈາກນັ້ນກໍ່ໄດ້ມີການແຂ່ງຂັນກິລາເປຕັງຊິງຂັນ ທ່ານ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ  ພ້ອມດຽວກັນນັ້ນກໍ່ໄດ້ແຂ່ງຂັນກິລາເຕະບານເພື່ອສ້າງຄວາມສາມັກຄີພາຍ​ໃນ​ພະ​ແນ​ກ ​ໃຫ້​ແໜ້ນ​ແຟນຂື້ນກວ່າ​ເກົ່າ.

 

ບົດຂ່າວ: ຄຳ​ຝັ້ນ ພາ​ວິ​ວົງ​ກອນ

bolikun