ກອງ​ປະຊຸມ​ພົບ​ປະ​ຂອງ​ຄະນະ​ຜູ້​ແທນ​ແຂວງ​ອຸດົມ​ໄຊ ກັບ​ຄະນະ​ຜູ້​ແທນ​ຂອງ​ສະພາ​ການ​ຄ້າ ​ເມືອງ​ລ້າ ສປ ຈີນ
By admin On 24 Aug, 2015 At 04:55 PM | Categorized As ຂ່າວພາຍໃນ | With 0 Comments

oudomxay_news_24-8-2015

​​ໃນຕອນ​​​ເຊົ້າ​ ຂອງ​ວັນ​ທີ 12 ສີ​ງຫາ 2015 ທີ່​ຜ່ານ​ມາ​ນີ້ ​ຢູ່ທີ່​ຫ້ອງ​ປະຊຸມ​ ​ໂຮງ​ແຮມ​ເຊີ່ງ​ຊ່າງແຂວງອຸດົມ​ໄຊ. ​ໄດ້​ມີ​​ກອງ​ປະຊຸມ​ພົບ​ປະລະ​ຫວ່າງ​ຄະນະ​ຜູ້​ແທນ​ຂອງ​ແຂວງ​ອຸດົມ​ໄຊ ກັບ​ຄະນະ​ຜູ້​ແທນ​ຂອງ​ສະພາ​ການ​ຄ້າ ​ເມືອງ​ລ້າ ສປ ຈີນ ຂື້ນ.  ຝ່າຍ​ລາວ​ເຊີ່ງ​ນຳພາ​ໂດຍ​ທ່ານ ສຸກ ບຸນ​ທະ​ຈິດ ​ເລຂາ​ໜ່ວຍ​ພັກ​ຮອງ​ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ​ອຸດົມ​ໄຊ, ​ເປັນ​ຫົວໜ້າ​ຄະນະ. ຝ່າຍ​ຈີນ ​ເຊີ່ງ​ນຳພາ​ໂດຍ​ທ່ານ ​ເຈົາຈ້ຽນມິ​ງ ຮອງ​ປະທານ​ສະພາ​ການ​ຄ້າ ​ເມືອງ​ລ້າ ​ແຂວງ​ຢຸນນານ ສປ ຈີນ ມີ​ບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ທັງ​ໝົດ​ຈຳນວນ 37 ສະຫາຍ, ຍິງ 5 ສະຫາຍ. ​ໃນ​ນັ້ນ ຝ່າຍ​ຈີນ 23 ສະຫາຍ, ຍິງ 3 ສະຫາຍ, ຝ່າຍ​ລາວ 14 ສະຫາຍ, ຍິງ 2 ສະຫາຍ.  ​ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມທ່ານ ສຸກ​ ບຸນ​ທະ​ຈິດ ຫົວໜ້າ​ຄະນະ​ຜູ້​ແທນ​ຝ່າຍ​ລາວ​ໄດ້ກ່າວ​ສະ​ແດງ​ການ​ຕ້ອນຮັບ​ຂອງ​ຄະນະ​ຜູ້​ແທນ​ຝ່າຍ​ຈີນ​ທີ່​ໄດ້​ລົງ​ມາ​ຢ້ຽມ​ຍາມ​​ແຂວງ​ອຸດົມ​ໄຊ ​ແລະ ກໍ່​ໄດ້​ລາຍ​ງານ​ສະພາບ​ຂອງ​ແຂວງ​ອຸດົມ​ໄຊ​ໃຫ້​ແກ່​ຝ່າຍ​ຈີນ​ໄດ້​ຮັບ​ຊາບ. ຈາກ​ນັ້ນ​ທ່ານ ​ເຈົາຈ້ຽນມິ​ງ ຫົວໜ້າ​ຄະນະຜູ້​ແທນ​ຝ່າຍ​ຈີນ ກໍ່​ໄດ້​ລາຍ​ງານ​ຈຸດປະສົງ​ຂອງ​ການ​ລົງ​ມາ​ສຳ​ຫຼວດການ​ດຳ​ເນີນ​ທຸລະ​ກິດຢູ່​ແຂວງ​ອຸດົມ​ໄຊ. ພ້ອມ​ດຽວ​ກັນ​ນັ້ນ​ທາງ​ຫົວໜ້າ​ບໍລິສັດ ​ເຊີ່ງ​ຊ່າງ ການ​ຄ້າ ຈຳກັດ​ ໄດ້ລາຍ​ງານ​ສະພາບ​ການ​ດຳ​ເນີນ​ກິດ​ຈະ​ການ​ຂອງ​ບໍລິສັດ. ​ຈາກ​ນັ້ນ​ກອງ​ປະຊຸມກໍ່​ໄດ້​​ປຶກສາ​ຫາລືແລກ​ປ່ຽນຄຳ​ຄິດ​ເຫັນ​ຂອງ​ຄະນະ​ຜູ້​ແທນ​ທັງ​ສອງ​ຝ່າຍຢ່າງ​ກົງ​ໄປ​ກົງ​ມາ ​ແລະ ວາງ​ທິດ​ທາງ​ການ​ພົວພັນ​ຮ່ວມມື​ກັນ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ສອງ​ປະ​ເທດ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ແຂວງ​ອຸດົມ​ໄຊ ກັບ ​ເມືອງ​ລ້າ ​ແຂວງ​ຢຸນນານ ສປ ຈີນ ​ໃຫ້​ຈະ​ເລີ​ນງອກ​ງາມ​ຂື້ນ​ກ່ວາ​ເກົ່າ. ມາ​ຮອດ​ເວລາ 11:30   ທ່ານ ​ ສຸກ ບຸນ​ທະ​ຈິດ​ຫົວໜ້າ​ຄະນະ​ຜູ້​ແທນຝ່າຍ​ລາວ​ກໍ່​ໄດ້ສະຫຼຸບ​ປິດ​ກອງ​ປະຊຸມ ​ແລະ ຖ່າຍຮູບ​ພາບ​ຮ່ວມ​ກັນ​ໄວ້​ເປັນ​ທີ່​ລະ​ລືກ.

oudomxay_news_24-8-2015-1

ຂຽນ​ໂດຍ: ຄຳ​ຝັ້ນ ພາ​ວິ​ວົງ​ກອນ

About -