ປະຊຸມຮຽບຮຽງຄືນ ຮ່າງກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ
By sonsathit rasavong On 17 Aug, 2015 At 10:46 AM | Categorized As ຂ່າວພາຍໃນ | With 0 Comments

 

ພາຍຫຼັງທີ່ສຳເລັດການ​ເຂົ້າຜ່າ​ນຮ່າງ​ກົດໝາຍວ່າ​ດ້ວຍ ການ​ແຂ່ງຂັນ​ທາງ​ທຸລະ​ກິດ ​ໃນ​ກອງ​ປະຊຸມ​ສະ​ໄໝ ສາມັນ ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ​ໃນ​ຄັ້ງວັນ​ທີ 14 ກໍລະກົດ 2015 ທີ່​ຜ່ານ​ມາ ​ແລະ ​​ກອງ​ປະຊຸມ​ດັ່ງກ່າວ​ນີ້ ກໍ​ໄດ້​ມີ​ການ​ຮັບຮອງ​ເອົາ​ກົດໝາຍ ສາມ​ສະບັບ ຊຶ່ງ​ໃນ​ນີ້​ກໍ​ຄື ກົດໝາຍວ່າ​ດ້ວຍ ​ການ​​ແຂ່ງຂັນ​ທາງ​ທຸລະ​ກິດ ​ແລະ ​ໄດ້​ມີ​ມະຕິ​ຮັບຮອງ​ເອົາ​ສະບັບ​ເລກທີ 09/ສພຊ, ລົງ​ວັນ​ທີ 21 ກໍລະກົດ 2015, ດ້ວຍ​ເຫດ​ນີ້ ກົມການຄ້າພາຍໃນ ກໍ​ຄື​ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ ​ໃນຖານະທີ່ຮັບຜິດຊອບໂດຍກົງວຽກງານແຂ່ງຂັນທາງທຸລະກິດ ໄດ້ຮ່ວມ​ກັບ​ກຳມາ​ທິການ ກົດໝາຍ ​ແລະ ກຳມາ​ທິການ​ເສດຖະກິດ ​ແຜນການ ​ແລະ ການ​ເງິນ​ ຂອງ​ສະພາ​ແຫ່ງ​ຊາດ ​​ຈັດກອງປະຊຸມຮຽບຮຽງຄື​ນ ຮ່າງ​ກົດໝາຍ​ວ່າດ້ວຍ ການ​ແຂ່ງຂັນ​ທາງທຸລະກິດ ໃນ​ລະຫວ່າງ​ວັນ​ທີ 10 – 11    ສິງຫາ 2015 ທີ່ທ່າ​ລາດ ​ແຂວງ ວຽງຈັນ ​ໂດຍ​ການ​ເປັນ​ປະທານຮ່ວມ​ຂອງ​ ສຈ ດາວ​ອນ ຫວ່າງ​ວິຈິດ ປະ​ທານ​ກຳມາ​ທິການ​ກົດໝາຍ, ສະພາ​ແຫ່ງ​ຊາດ, ທ່ານ ບຸນ​ມີ ມະນີ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ ອຸດສາຫະກຳ ​ ແລະ  ການ​ຄ້າ ແລະ ທ່ານ ດຣ ນ ສຸວັນ​ເພັງ ບຸບຜາ​ນຸວົງ ປະທານກຳມາ​ທິການ​ເສດຖະກິດ ​ແຜນການ ​ແລະ ການ​ເງິນ​, ສະພາ​ແຫ່ງ​ຊາດ ເຂົ້າຮ່ວມໃນກອງປະຊຸມນີ້ຍັງມີທ່ານ ຫົວໜ້າກົມກົດໝາຍ ຈາກສະພາແຫ່ງຊາດ, ຫົວໜ້າກົມກົດໝາຍ ຫ້ອງ​ວ່າການ​ປະທານ​ປະ​ເທດ, ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ຫົວໜ້າກົມ​ການ​ຄ້າ​ພາຍ​ໃນ​ ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງ​ຫົວໜ້າພະແນກ ແລະ ພະນັກງານວິຊາການ ຈາກສະພາ​ແຫ່ງ​ຊາດ ພ້ອມດ້ວຍຄະນະຮັບຜິດຊອບສ້າງຮ່າງກົດໝາຍດັ່ງກ່າວ ແລະ ຜູ້ປະສານງານໂຄງການ GIZ ເຂົ້າຮ່ວມ, ​ເຊິ່ງມີ​ຜູ້​ເຂົ້າ​ຮ່ວມທັງໝົດ 50 ກວ່າ​ທ່ານ.

ຈຸດປະສົງ​ຂອງ​ການ​ຈັດ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ເພື່ອເປັນການປັບປຸງ ແລະ ຮຽບຮຽງຄືນ ຮ່າງກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ ທີ່ໄດ້ຖືກພິຈາລະນາຮັບຮອງເອົາ ໃນກອງປະຊຸມສະໄໝສາມັນ ​ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VII ໃນວັນທີ 14 ກໍລະກົດທີ່ຜ່ານມາ, ຕາມການປະກອບຄໍາເຫັນຂອງບັນດາທ່ານຜູ່ແທນສະມາຊິກສະພາແຫ່ງຊາດ ​ແລະ ທິດ​ຊີ້​ນຳ​ຂອງ​ທ່ານປະທານ​ກອງ​ປະຊຸມ ທັງນີ້ກໍເພື່ອເຮັດໃຫ້ກົດໝາຍດັ່ງກ່າວນີ້ ມີເນື້ອໃນຄົບຖ້ວນ, ຮັດກຸມ, ສົມບູນ​ດ້ານ​ເນື້ອ​ໃນ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ທັງໃຫ້ສອດຄ່ອງ ກັບສະພາບການຂະຫຍາຍຕົວ ເສດຖະກິດ-ສັງຄົມ ຂອງລາວເຮົາ ພ້ອມ​ທັງ​ສາມາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​​ແລະ ສາກົນ ຊຶ່ງຕາມແຜນແມ່ບົດການສ້າງປະຊາຄົມເສດຖະກິດອາຊຽນ ແມ່ນ ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ອາຊຽນ ຕ້ອງ​ໄດ້​ປະກາດ​ໃຊ້ ນະ​ໂຍບາຍ ​ແລະ ກົດໝາຍວ່າ​ດ້ວຍ ການ​​ແຂ່ງຂັນ​ທາງ​ທຸລະ​ກິດ ກ່ອນການລວມຕົວເຂົ້າເປັນປະຊາຄົມ​ເສດຖະກິດ​ອາຊຽນ ​ໃນ​ທ້າຍ​ປີ 2015 ນີ້.

ໃນກອງປະຊຸມດັ່ງກ່າວນີ້ ບັນດາຜູ້ເຂົ້າຮ່ວມໄດ້ມີການປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍຢ່າງກົງໄປກົງມາ ພ້ອມ​ນີ້ທີ່ປະຊຸມຍັງເຫັນດີເປັນເອກະພາບ​ໃຫ້ເພີ່ມ​ອີກ ໜຶ່ງມາດຕາ (ຄື: ກອງ​ເລຂາ ຂອງ ຄະນະ​ກຳມະການ​ຄວບ​ຄຸມ​ການ​ແຂ່ງຂັນ​ທາງ​ທຸລະ​ກິດ)  ຊຶ່ງເຮັດໃຫ້ກົດໝາຍສະບັບນີ້ ລວມທັງ​ໝົດມີ IX ພາກ, 8 ໝວດ ​ແລະ 95 ມາດຕາ.

 

IMG_8685

IMG_8722