By sonsathit rasavong On 17 Aug, 2015 At 09:42 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ວັນ​ທີ 7 ສິ​ງຫາ 2015 ທີ່​ຜ່ານ​ມາ ພະ​ແນ​ກ ອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫຼວງ​ວຽງຈັນ ​ຮ່ວມ​ກັບ​ພະ​ແນ​ກ ຍຸຕິ​ທຳ  ນະຄອນຫຼວງ​ວຽງຈັນ ​ໄດ້​ຈັດ​ຊຸດ​ຝຶກ​ອົບຮົມກົດໝາຍ​ ໄລຍະ​ສັ້ນ 45 ວັນ ​ໃຫ້​ແກ່​ພະນັກງານຂອງ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ  9 ຕົວ​ເມືອງ ທົ່ວນະຄອນ​ຫຼວງວຽງຈັນ ຊຶ່ງຜູ້​ຕາງໜ້າຈາກພະ​ແນ​ກ ປົກ​ປ້ອງ​ຜູ້​ຊົ​ມ​ໃຊ້ ​ແລະ ສົ່ງ​ເສີມ​ການ​ແຂ່ງຂັນ (ກົມ​ການ​ຄ້າ​ພາຍ​ໃນ, ກະຊວງ ອຸດສາຫະ ກຳ ​ແລະ ການ​ຄ້າ)  ​​ໄດ້ຂື້ນບັນຍາຍ​ເຜີຍ​ແຜ່​ຄວາມ​ຮູ້​ພື້ນຖານ ​ກ່ຽວກັບກົດ ໝາຍວ່າ​ດ້ວຍ ​ການ​ປົກ​ປ້ອງ​ຜູ້​ຊົມ​ໃຊ້ ​ໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້.

ໃນ​ທີ່​ປະ​ຊຸມ ຜູ້​ບັນຍາຍ​​ໄດ້​​ເນັ້ນ​ໃຫ້ຮູ້​ເຖິງຄວາມໝາຍ ຄວາມ​ສຳຄັນ ຂອງ​ການ​ປົກ​ປ້ອງ​ຜູ້​ຊົ​ມ​ໃຊ້ ທີ່​ໄດ້​ຮັບ​ຜົນ​ກະທົບ​ທາງ​ລົບ ຕໍ່ຊີວິດ, ສຸຂະພາບ ​ແລະ ຊັບ​ສິນ ຈາກ​ການ​ຊົມ​ໃຊ້​ສິນຄ້າ ​ແລະ ການ​ບໍລິການ ນອກຈາກ​ນີ້ ຍັງ​ໄດ້​ຍົກ​ໃຫ້ ​ນັກ​ສຳ​ມະນາກ​ອນ​ເຫັນ​ເຖິງ ​ຮູ​ບ​ແບບ​ການ​ປົກ​ປ້ອງ​ຜູ້​ຊົມ​ໃຊ້ ຊຶ່ງ​ປະກອບ​ມີ: ການ​ປົກ​ປ້ອງ​ຜູ້​ຊົມ​ໃຊ້​ ດ້ານ​ການ​ໂຄສະນາ, ການ​ປົກ​ປ້ອງຜູ້​ຊົມ​ໃຊ້ ​ດ້ານ​ການ​ຕິດສະຫຼາກ ​ແລະ ການ​ປົກ​ປ້ອງ​ຜູ້​ຊົມ​ໃຊ້​ ດ້ານ​ສັນຍາ ​ພ້ອມ​ນີ້​ກໍ​ຍັງ​ໄດ້​ເນັ້ນ​ເຖິງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ເຂົ້າ​ໃຈກ່ຽວກັບ ສິດທິ​ຂອງ​ຜູ້​ຊົມ​ໃຊ້ ທີ່​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ, ພັນທະ​ຂອງ​ຜູ້​ສະໜອງ ທີ່​ຈະ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ ​ເມື່ອ​ເກີດ​ມີ​ຜົນ​ກະທົບ​ດ້ານ​ລົບ ຈາກ​ການ​ຊົມ​ໃຊ້​ສິນຄ້າ ​ແລະ ການ​ບໍລິການ​ຂອງ​ຕົນ, ກົນ​ໄກ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ​ແລະ ຂະ​ແໜງການ​ ການຄຸ້ມ​ຄອງ ​ແລະ ຈັດຕັ້ງປະຕິບັດ ວຽກງານ​ປົກ​ປ້ອງ​ຜູ້​ຊົມ​ໃຊ້.

ຈາກ​ການ​ເຜີຍ​ແຜ່​ໃນ​ຄັ້ງນີ້ ​ເຫັນ​​ໄດ້​ວ່າ​ນັກ​ສຳ​ມະ​ນາກ​ອນ ​ໄດ້ໃຫ້​ຄວາມ​ສົນ​​ໃຈ, ມີ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ ​ເຖິງ​ຄວາມໝາຍຄວາມ​ສຳຄັນ ກ່ຽວກັບວຽກງານ​ປົກປ້ອງ​ຜູ້​ຊົມ​ໃຊ້ ​ເຊິ່ງ​ເປັນວຽກງານ ໜຶ່ງທີ່​ສຳຄັນ ​ເນື່ອງ​ຈາກ​ວ່າ​ ເປັນວຽກງານ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່ການ​ດຳ​ລົງຊີວິດ​ປະ​ຈຳ​ວັນ ​ຂອງ​ຜູ້​ຊົມ​ໃຊ້​ທຸກຄົນໃນ​ສັງ​ຄົມ.

20150807_085646

20150807_091511