ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ
By sonsathit rasavong On 10 Jul, 2015 At 03:57 PM | Categorized As ຂ່າວສຳຄັນ | With 0 Comments

​ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ​​ໄຂຂຶ້ນຢ່າງ​ເປັນ​ທາງ​ການ ລະຫວ່າງ​ວັນ​ທີ 09-10 ກໍລະກົດ 2015 ທີ່​ຜ່ານ​ມາ ​ໂດຍການ​ໃຫ້​ກຽດ​​ເຂົ້າ​ຮ່ວມຂອງ​ສະຫາຍ ສົມ​ສະຫວາດ ​ເລັ່ງສະຫວັດ ກຳມະການ​ກົມການ​ເມືອງ​ສູນ​ການ​ພັກ, ຮອງ​ນາຍົກລັດ​ຖະມົນຕີ, ຜູ້​ຊີ້​ນຳ​ຂົງ​ເຂດ​ວຽກ​ງານເສດຖະກິດ ການ​ຜະລິດ ​ແລະ ຈໍລະ​ຈອນ.

ຈຸດປະສົງ​ຂອງ​ການ​ຈັດ​ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ​​ແມ່ນເພື່ອພ້ອມກັນຕີລາຄາຄືນຜົນການຊີ້ນໍາໆພາຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນໃນໄລຍະ 2011-2015 ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າ, ຜົນງານ, ຈຸດອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ພ້ອມທັງຄົ້ນຄວ້າກໍານົດທິດທາງແຜນການສູ້ຊົນໄລຍະປີ 2016-2020, ນອກນີ້ ກໍເພື່ອເປັນການສໍາຫລວດກວດກາຄືນຜົນການເຄື່ອນໄຫວຊີ້ນໍາໆພາຂອງຄະນະພັກກະຊວງ ແລະ ຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງຊຸດໃໝ່​.

ສະຫາຍ ນາງ ​ເຂັມ​ມະນີ ພົນ​ເສນາ ​ເລຂາທິການ​ພັກ​ກະຊວງ, ລັດຖະມົນຕີ​ວ່າການ​ກະຊວງ ອຄ ​ໄດ້​ກ່າວ​ລາຍ​ງານ​ຕໍ່​ກອງ​ປະຊຸມ​ວ່າ: ​ຜົນສຳ​ເລັດ​ທີ່​ພົ້ນ​ເດັ່ນ​ໃນ​ການ​ພັດທະນາ​ຂອງ​ຂະ​ແໜງ​ການ​ຕົນ ​ໃນ​ໄລ​ຍະ 5 ປີ ຜ່ານ​ມາ ​ ຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ ຍັງສືບຕໍ່ຂະຫຍາຍຕົວດີ ແລະ ຕໍ່ເນື່ອງຄືຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການຄ້າ, ອຸດສາຫະກໍາປຸງແຕ່ງ 10% ແລະ ການຄ້າຂາຍຍົກ-ຂາຍຍ່ອຍ 19% ໄດ້ປະກອບສ່ວນເຂົ້າໃນຍອດຜະລິດຕະພັນພາຍໃນ ຫລື GDP ໃນສົກປີ 2014-15 ແມ່ນ 29%. ຜົນສໍາເລັດໃນການນໍາພາແຕ່ລະໜ້າວຽກວິຊາສະເພາະສາມາດຕີລາຄາດັ່ງນີ້:

ວຽກງານອຸດສາຫະກໍາ ແລະ ຫັດຖະກໍາ: ອັດຕາເພີ່ມສະເລ່ຍຂອງອຸດສາຫະກໍາປຸງແຕ່ງ ແມ່ນຢູ່ໃນຈັງ ຫວະ 9% ຊຶ່ງສະແດງອອກໃນຈໍານວນໂຮງງານອຸດສາຫະກໍາປຸງແຕ່ງໃນປີ 2013 ມີເຖິງ 39.872 ແຫ່ງ ແລະ ແຮງງານ 160.000 ຄົນ ເມື່ອທຽບໃສ່ ປີ 2010 ແມ່ນເພີ້ມຂຶ້ນ 3.924 ແຫ່ງ ແລະ ແຮງງານເພີ້ມຂຶ້ນ 43.174 ຄົນ, ແລະ ອຸດສາຫະກໍາປຸ່ງແຕ່ງທີ່ເດັ່ນກວ່າໝູ່ແມ່ນໝວດຜະລິດສະບຽງອາຫານ ແລະ ເຄື່ອງດື່ມ ໆລໆ. ນອກນັ້ນ, ການຄຸ້ມຄອງວຽກງານອຸດສາຫະກໍາປຸງແຕ່ງແມ່ນມີຄວາມສອດຄ່ອງຕາມຫລັກສາກົນເປັນຕົ້ນ ດ້ານຄວາມປອດໄພ ສຸຂານາໄມ, ມາດຕະຖານຜະລິດຕະພັນ ແລະ ອື່ນໆ. ສໍາລັບການພັດທະນາດ້ານຫັດຖະ ກໍາແມ່ນໄດ້ມີການປັບປຸງການຈັດຕັ້ງຂອງສະມາຄົມຫັດຖະກໍາ, ການເຄື່ອນໄຫວຜະລິດຕະພັນສິນຄ້າ, ການຈັດ ງານ ແລະ ເຂົ້າຮ່ວມງານວາງສະແດງສິນຄ້າກໍເປັນຂະບວນການກວ້າງຂວາງ ແລະ ຕໍ່ເນື່ອງ.​ ໂດຍຄາດຄະເນ ລວມຍອດມູນຄ່າການຜະລິດສິນຄ້າຫັດຖະກໍາປະມານ 2.850 ຕື້ກີບ ແລະ ອັດຕາການຂະຫຍາຍຕົວສະເລັ່ຍ ແມ່ນ 15 %ຕໍ່ປີ.

ວຽກງານການຄ້າພາຍໃນ: ໄດ້ຂະຫຍາຍຕົວຢ່າງຕັ້ງໜ້າທາງດ້ານປະລິມານ ແລະ ຄຸນະພາບ ສະແດງ ອອກໃນຈັງຫວະການຂະຫຍາຍຕົວສະເລັ່ຍ 7,2%ຕໍ່ປີ. ພ້ອມນັ້ນ ກໍໄດ້ປະກອບສ່ວນສ້າງວຽກເຮັດງານທໍາ   ປະມານ 440 ພັນຄົນໃນປີ 2013, ເພີ່ມຂຶ້ນ 20% ທຽບກັບປີ 2012. ໄດ້ມີຕະຫລາດຂາຍຍົກ-ຂາຍຍ່ອຍສິນ ຄ້າໃນຂອບເຂດທົ່ວປະເທດທັງໝົດ 753 ແຫ່ງ (ປີ 2014) ທຽບໃສ່ປີ 2010 ເພີ້ມຂຶ້ນ 138 ແຫ່ງເທົ່າກັບ 22,4%; ໃ​ນນັ້ນມີຕະຫລາດຂະໜາດໃຫຍ່ 60 ແຫ່ງ, ຂະໜາດກາງ 131 ຂະໜາດນ້ອຍ 350 ແຫ່ງ ແລະ ຕະຫລາດ ນັດ 212 ແຫ່ງ. ດ້ານການຄຸ້ມຄອງລາຄາສິນຄ້າຍຸດທະສາດ ແລະ ສິນຄ້າກະທົບໄວຕໍ່ການຜະລິດ ແລະ ຊີວິດ ການເປັນຢູ່ຂອງປະຊາຊົນແມ່ນໄດ້ມີການຕິດຕາມ ແລະ ດໍາເນີນງານຢ່າງໃກ້ຊິດດ້ວຍວິທີການ ດັດສົມການສະໜອງ ແລະ ຄວາມຕ້ອງການ ແລະ ການຄຸ້ມຄອງດ້ວຍໂຄງປະກອບລາຄາ. ການຄຸ້ມຄອງ ທຸລະກິດນໍ້າມັນເຊື້ອໄຟແມ່ນໄດ້ເອົາໃຈໃສ່ຄຸ້ມຄອງບັນດາຫົວໜ່ວຍທຸລະກິດທີ່ນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນ ເຊື້ອໄຟໃຫ້ມີການເຄື່ອນໄຫວຖືກຕ້ອງຕາມລະບຽບການ ແລະ ກົດໝາຍ, ຊຶ່ງໃນປັດຈຸບັນ ມີ 22 ບໍລິສັດ, ໃນນີ້ ກໍາລັງກໍ່ສ້າງພື້ນຖານໂຄງລ່າງ 07 ບໍລິສັດ. ສໍາລັບລາຄານໍ້າມັນເຊື່ອໄຟນັ້ນແມ່ນມີການດັດປັບຕາມກົນໄກເສດ ຖະກິດຂອງ ລາຄາ ນໍ້າ ມັນໃນຕະຫລາດໂລກ.

ວຽກງານການຄ້າ ແລະ ການເຊື່ອມໂຍງເສດຖະກິດກັບຕ່າງປະເທດ: ມູນຄ່າການຄ້າກັບຕ່າງ ປະເທດຂະຫຍາຍຕົວສະເລ່ຍ 11%ຕໍ່ປີ. ໃນນັ້ນ ການສົ່ງອອກເພີ່ມ 12% ຕໍ່ປີ (ໄຟຟ້າ, ແຮ່ທາດ ແລະ ຜະລິດຕະພັນແຮ່ ທາດ, ເຄື່ອງນຸ່ງຫົ່ມ, ກາເຟ ແລະ ກາເຟສໍາເລັດຮູບ, ນໍ້າຕານ, ມັນຕົ້ນ ແລະ ແປ້ງມັນຕົ້ນ, ສັດລ້ຽງ,​ ຜະລິດຕະ ພັນໄມ້ ແລະ ອື່ນໆ) ຊຶ່ງຕະຫລາດສົ່ງອອກຕົ້ນຕໍແມ່ນ ໄທ, ອົດສະຕາລີ, ຈີນ, ຫວຽດນາມ ແລະ ອື່ນໆ. ການ ນໍາເຂົ້າເພີ່ມຂຶ້ນສະເລັ່ຍ 19% ຕໍ່ປີ (ນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ອຸປະກອນກໍ່ສ້າງ, ພາຫະນະ ແລະ ສິ້ນສ່ວນອາໄຫລ່, ສິນຄ້າຮັບໃຊ້ອຸດສາຫະກໍາ, ສິນຄ້າຮັບໃຊ້ກະສິກໍາ,​ ສະບຽງອາຫານ ແລະ ອື່ນໆ) ຊຶ່ງຕະຫລາດ ທີ່ນໍາເຂົ້າສິນຄ້າຕົ້ນຕໍແມ່ນ ໄທ, ຈີນ, ຫວຽດນາມ, ຍີ່ປຸ່ນ ແລະ ອື່ນໆ.

ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກໃນຕົ້ນປີ 2013 ໃນການເຊື່ອມໂຍງເສດຖະກິດ ກັບຕ່າງປະເທດໄດ້ມີການປັບປຸງ ແລະ ສ້າງນິຕິກໍາທີ່ຕິດພັນກັບການຄ້າຫລາຍກວ່າ 90 ສະບັບ ແລະ ການ ກະກຽມຄວາມພ້ອມໃນການເຂົ້າຮ່ວມ AEC ປະຕິບັດໄດ້ແລ້ວ 92%.

ວຽກງານສົ່ງເສີມ SME ສົ່ງເສີມການຜະລິດ ແລະ ການຄ້າ: ໄດ້ມີການປັບປຸງສະພາບແວດລ້ອມທາງ ລະບຽບການ ແລະ ການຄຸ້ມຄອງລັດຕໍ່ການເຄື່ອນໄຫວທຸລະກິດ, ການເຂົ້າເຖິງແຫລ່ງທຶນ, ການສົ່ງເສີມການເຂົ້າ ຫາຕະຫລາດ ແລະ ການຂະຫຍາຍຕະຫລາດ, ການສົ່ງເສີມການຜະລິດ ແລະ ການຄ້າ (ສິນຄ້າ ODOP ໃນ ປັດຈຸບັນມີທັງໝົດ 60 ຫົວໜ່ວຍ ໃນ 60 ບ້ານ 33 ເມືອງ 14 ແຂວງ)

ນອກ​ນັ້ນ​ໃນ​ທີ່​ປະຊຸມ​ຍັງ​​ໄດ້​ກຳນົດທິດ​ທາງ​ໜ້າ​ທີ່​ວຽກ​ງານ​ຈຸດ​ສຸມ​ໃນ​ຕໍ່ໜ້າ ​​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ກໍ່​ຄື​ການ​ສ້າງ​ແຜນ​ຍຸດ​ທະ​ສາດ ແລະ ການພັດທະນາ 5 ປີຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ ໂດຍໃຫ້ຜັນຂະຫຍາຍ 3 ແຜນນະໂຍບາຍຄື: (1) ເຊື່ອມໂຍງກັບເສດຖະກິດພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ, ຊຶ່ງແມ່ນການເປີດຕະຫລາດໃຫ້ແກ່ ກັນ ແລະ ກັນລະຫວ່າງປະເທດ ອາຊຽນ ແລະ ອາຊຽນກັບຄູ່ເຈລະຈາ, ຮັກສາການພົວພັນການຄ້າກັບ ປະເທດຄູ່ຄ້າທີ່ມີຢູ່ພ້ອມທັງຂະຫຍາຍໄປສູ່ຕະຫລາດໃໝ່ໂດຍສະເພາະໃນອາຊຽນ ແລະ ອາຊຽນ ກັບ ຄູ່ ເຈລະຈາ; (2) ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດ ໂດຍປະສານພາກສ່ວນທີ່ກ່ຽວຂ້ອງເພື່ອປະຕິ ບັດຍຸດທະສາດການອໍານວຍຄວາມສະດວກດ້ານການຄ້າໃຫ້ເປັນຈິງ ແນໃສ່ຫລຸດຜ່ອນຕົ້ນທຶນການຄ້າໃຫ້ ພາກທຸລະກິດ, ຄົ້ນຄວ້າບັນດານິຕິກໍາຕ່າງໆເຊັ່ນ ກົດໝາຍວ່າດ້ວຍເຄມີ ກົດໝາຍວ່າດ້ວຍການຕ້ານ ການທຸ້ມຕະຫລາດ ມາດຕະການປົກປ້ອງຊົ່ວຄາວ ແລະ ມາດຕະການຕອບໂຕ້ການອຸດໜູນ…, ສ້າງ ບັນຊີຮຽກການລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າໃນຂະແໜງອຸດສາຫະກໍາ ແລະ ການຄ້າ, ການ ຄຸ້ມຄອງສະພາບແວດລ້ອມໂຮງງານອຸດສາຫະກໍາບໍ່ໃຫ້ກະທົບຕໍ່ທໍາມະຊາດ ແລະ ການດໍາລົງຊີວິດອັນ ເປັນປົກກະຕິຂອງປະຊາຊົນ; ​ແລະ (3) ສ້າງຄວາມພ້ອມແກ່ພາກທຸລະກິດເພື່ອຮັບຮອງການແຂ່ງຂັນທີ່ເພີ່ມຂຶ້ນຢ່າງຢືນຍົງ ແນໃສ່ສົ່ງເສີມພາກທຸ ລະກິດປັບປຸງຄຸນນະພາບສິນຄ້າ ແລະ ມາດຕະຖານສິນຄ້າອຸດສາຫະກໍາ, ພັດທະນາສິນຄ້າ, ຍົກລະດັບ ຜະລິດຕະພາບຂອງແຮງງານ, ສົ່ງເສີມການປະກອບທຸລະກິດດ້ານການຜະລິດ, ການຄ້າ ແລະ ການບໍລິ ການ, ຄົ້ນຄວ້າສ້າງຕັ້ງຮູບແບບຫົວໜ່ວຍ ເສດຖະກິດຮ່ວມມືຂອງປະຊາຊົນທີ່ເໝາະສົມ ແລະ ອື່ນໆ.

ໃນ​ຕອນ​ທ້າຍຂອງ​ກອງ​ປະ​ຊຸມ ສະຫາຍ ສົມ​ສະ​ຫວາດ​ ​ເລັ່ງສະຫວັດ ​ໄດ້​ກ່າ​ວ​​ໃຫ້​ຄຳ​ໂອ້​ລົມຕໍ່​ວຽກ​ງານ​ການ​ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ປຸ່ງ​ແຕ່ງ ​ແລະ ການ​ຄ້າ ພ້ອມ​ທັງ​ແນວທາງ​ໃນ​ການ​ປະຕິບັດວຽກ​ງານຕົວ​ຈິງ ​​ເພື່ອ​ກໍ່ສ້າງ​ໃຫ້​ໄດ້​ຮັບ​ໝາກຜົນ​ຕ່າງໆ ​ພ້ອມ​ນັ້ນ​ຍັງ​​ໄດ້​ເນັ້ນ​ໜັກ​ໃຫ້ຄະນະບໍລິຫານງານພັກກະຊວງ ອຄ ຊຸດໃໝ່ນີ້ ຕ້ອງ​ໄດ້​ກຳ​ແໜ້ນ 3 ຫຼັກການ ຄື: (1) ​ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, (2) ​​​​ເປັນ​ເຈົ້າ​ການ​​ເຕົ້າ​ໂຮມ​ຄວາມ​ສາມັກ​ຄີ, ​ແລະ (3) ​ແບບ​ແຜນ​ເຮັດ​ວຽກ​ຕ້ອງ​ມີ​ແນວທາງ​ວິທະຍາສາດ.

ສູນ​ສະຖິຕິ ​ແລະ ຂ່າວສານ

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ

IMG_3023

IMG_3183

IMG_3079

IMG_3050

IMG_3223

IMG_3546

IMG_3295

IMG_3669