ຄະນະຮັບຜິດຊອບສ້າງຮ່າງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດໄດ້ເຂົ້າສະເໜີຮ່າງກົດໝາຍດັ່ງກ່າວໃນກອງປະຊຸມສຳມະນາ ເພື່ອຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ ກອງປະຊຸມສະໃໝສາມັນເທື່ອທີ່ 9 ສະພາແຫ່ງຊາດ ຊຸດທີ VII ເພື່ອໃຫ້ສະມາຊິກສະພາສະແຫ່ງຊາດປະກອບຄຳເຫັນ
By sonsathit rasavong On 2 Jul, 2015 At 10:59 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ວັນ​ທີ 16 ມີ​ຖຸນາ 2015 ທີ່​ຫ້ອງ​ປະຊຸມ​ສະພາ​​ແຫ່ງຊາດ ທີ່​ນະ​ຄອນ​ຫລວງ​ວຽງ​ຈັນ ​ໄດ້​ມີ​ກອງ​ປະຊຸມ​ສຳ​ມະ​ນາ ​ເພື່ອ​ຍົກ​ສູງ​ຄຸນ​ນະ   ພາ​ບທາງ​ດ້ານ​ເນື້ອ​ໃນ​ໃຫ້​ແກ່ ກອງ​ປະຊຸມ​ສະ​ໃໝ​ສາມັນ​ເທື່ອ​ທີ່​ 9 ສະພາ​ແຫ່ງ​ຊາດ ຊຸດ​ທີ VII ຊຶ່ງ​ກອງ​ປະຊຸມ​ຄັ້ງ​ນີ້ ຄະນະ​ສ້າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ທາງ​ທຸລະ​ກິດ ນຳ​ໂດຍ​ທ່ານ ບຸນ​ມີ​ ມະນີ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ທັງ​ເປັນ​ຫົວໜ້າ​ຄະນະ​ສ້າງ​ຮ່າງ​ກົດໝາຍ​ດັ່ງກ່າວ, ທ່ານ ບຸນ​ທຽນ ​ແກ້ວ​ສີພາ ຮັກສາ​ການ​ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ ​ແລະ ກອງ​ເລຂາ​ຄະນະ​ຮັບຜິດຊອບ​ສ້າງ​ຮ່າງ​ກົດໝາຍ​ດັ່ງກ່າວ ​ໄດ້​ຂຶ້ນສະ​ເໜີ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ແຂ່ງຂັນ​ທາງ​ທຸລະ​ກິດ​ ​ໃຫ້​ບັນດາ​ທ່ານສະມາຊິກ​ສະພາ ​ເພື່ອ​ປະກອບ​ຄຳ​ເຫັນ ​ແລະ ​ຈະນຳ​ໄປ​ປັບປຸງ​ເພື່ອ​ໃຫ້​ທັນ​ເອົາ​ຮ່ງກົດໝາຍ​ນີ້​ເຂົ້າ​ກອງ​ປະຊຸມ ​ສະໃໝ​ສາມັນ ​ເທື່ອ​ທີ່​ 9 ສະພາ​ແຫ່ງ​ຊາດ ຊຸດ​ທີ VII. ​

ໃນ​ທີ່​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ບັນຍາຍ​ບົດຮຽນ ​ແລະ ປະສົບ​ການ ຈາກ​ບັນດາ​ຜູ້​ຊ່ຽວຊານ ຈາກ ປະ​ເທດ​ມາ​ເລ​ເຊຍ ​ແລະ ​ເອີຣົບ ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຂໍ້​ມູນ​ໃນ​ການ​ປະກອບ​ຄຳ​ເຫັນ​.

ບັນດາທ່ານສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ກ່ຽວ​ກັບ​​ເນື້ອ​ໃນ​ຂອງ​ຮ່າງກົດໝາຍ​ສະບັບ​ນີ້ ​​ແລະ ​ໄດ້​ມີ​ຄຳ​ຖາມ​ເຈາະ​ຈີ້ມ​ຕໍ່​ຄະນະສ້າງ​ຮ່າງ​ກົດໝາຍ ​ແລະ ຄະນະຜູ້​ຊ່ຽວຊານ  ຕາມ​ການ​ຊີ້​ນຳ​ຂອງ​ທ່ານ​ປະທານ​ກອງ​ປະຊຸມ. ພາຍ​ຫລັງ​ທີ່​ບັນດາ​ສະມາຊິກ​ສະພາ​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ ​ແລະ ມີ​ຄຳ​ຖາມ ຕໍ່ປະທານ​ກອງ​ປະຊຸມ​ໄດ້​ສັງ​ລວມຄຳ​ເຫັນ ​ໃຫ້​ຫົວໜ້າ​ຄະນະ​ສ້າງ​ຮ່າງ​ກົດໝາຍ ​ແລະ ຜູ້​ຊ່ຽວຊານ​ຂຶ້ນ​ອະທິບາຍ ​ແລະ ຊີ້​ແຈງ​ຕໍ່ແຕ່​ລະ​ບັນຫາ ທ່ານປະທານ​ກອງ​ປະຊຸມ​ຍັງ​ໄດ້​ຊີ້​ນຳ​ໃຫ້​ປັບປຸງ​ບາງ​ຈຸດ​ໃນ​ຮ່າງກົດ​ໝາຍ ​ເພື່ອ​ໃຫ້​ຄະນະ​ຮັບຜິດຊອບ​ໄປ​ປັບປຸງ ​ແລະ ຮຽບຮຽງຕາມ​ການ​ຊີ້​ນຳ​ຂອງ​ກອງ​ປະຊຸມ.

 

ກົມການຄ້າພາຍໃນ

b-01

???????????????????????????????

b-02