ຄະນະສ້າງຮ່າງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ສປປ ລາວ ຮ່ວມກັບຄະນະກຳມາທິການກົດໝາຍ, ຄະນະກຳມາທິການເສດຖະກິດ ສະພາແຫ່ງຊາດ ໄດ້ໄປຖອດຖອນບົດຮຽນກັບອົງການແຂ່ງຂັນທາງທຸລະກິດ ຂອງ ປະເທດ ອິນໂດເນເຊຍ (KPPU) ໃນວັນທີ 8-10 ມິຖຸນາ 2015 ພາຍໃຕ້ການສະນັບສະໜູນຂອງ ອົງການ GIZ (CPL)
By sonsathit rasavong On 2 Jul, 2015 At 10:45 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ວັນ​ທີ 7 ມິຖຸນາ 2015, ຄະນະ​ຜູ້​ແທນຂອງຄະນະ​ກຳມາ​ທິການ​ກົດໝາຍ, ຄະນະ​ກຳ​ມາ​ທິການ​ເສດຖະກິດ ​(ສະພາ​ແຫ່ງ​ຊາດ) ແລະ ຄະນະ​ສ້າງ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ແຂ່ງຂັນ​ທາງ​ທຸລະ​ກິດ ສປປ ລາວ ລວມທັງ​ໝົດ 17 ທ່ານ ຊຶ່ງນຳ​ໂດຍ ທ່ານ ດຣ.ນ. ສຸວັນເພັງ ບຸບຜານຸວົງ ຫົວໜ້າຄະນະ​ກຳ​ມາ​ທິການ​ເສດຖະກິດ ​ສະພາ​ແຫ່ງ​ຊາດ, ທ່ານ ບຸນ​ມີ ມະນີ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ທັງ​ເປັນຫົວໜ້າ​ຄະນະ​ຮັບຜິດຊອບສ້າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ທາງ​ທຸລະ​ກິດ ​ແລະ ທ່ານ ບຸນ​ທຽນ ​ແກ້ວ​ສີພາ ຮັກສາ​ການ​ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ, ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ, ທັງ​ເປັນຮອງ​ຫົວໜ້າ​ຄະນະ​ຮັບຜິດຊອບສ້າງ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ແຂ່ງຂັນ​ການ​ຄ້າ ​ໄດ້​ເດີນທາງ​ໄປ​ຖອດ​ຖອນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ແຂ່ງຂັນ​ການ​ຄ້າ ກັບຄະນະກໍາມະການແຂ່ງຂັນການ​ຄ້າ ອິນ​​ໂດ​ເນ​ເຊຍ (KPPU) ​​ໂດຍ​ສະ​ເພາະ​ແມ່ນ​ບົດຮຽນ​ໃນ​ການ​ສ້າງ​ຮ່າງ​ກົດໝາຍ ​ແລະ ການຈັດ​ຕັ້ງ​ປະຕິບັດ​ກົດໝາຍສະບັບເລກທີ 5/1999 ຂອງ​ອິນ​ໂດ​ເນ​ເຊຍ ວ່າ​ດ້ວຍ​ການ​ຫ້າມ​ການ​ກະທຳ​ຜູກຂາດ​ຕະຫຼາດ ​ແລະ ການ​ແຂ່ງຂັນ​ທີ່​ບໍ່​ເປັນ​ທຳ.​ ພ້ອມ​ນັ້ນທາງ​ອົງການຍັງ​ໄດ້​ເຊີນ​ຜູ້​ຊ່ຽວຊານ​ຈາກ​ມາ​ເລ​ເຊຍ ​ແລະ ​ເອີຣົບ ມາ​ໃຫ້​ຄວາມ​ຮູ້​​ແກ່​ຄະນະ​ດັ່ງກ່າວ ໃນ​ການ​ເດີນທາງ​ໄປ​ໃນ​ຄັ້ງ​ນີ້ ​ແມ່ນ​ໄດ້​ຮັບ​ການຕ້ອນຮັບຈາກ ​ທ່ານ M. Nawir Messi ປະທານ​ອົງການ​ແຂ່ງຂັນ​ການ​ຄ້າ ອິນ​​ໂດ​ເນ​ເຊຍ (KPPU) ​ແລະ ພະນັກ​ງານ.

​​ຄຽງ​ຄູ່​ກັບ​ການ​ຖອດ​ຖອນ​ບົດ​ຮຽນ ແລະ​ ​ແລກ​ປ່ຽນປະສົບ​ການຈາກ KPPU ເປົ້າ​ໝາຍຂອງການຢ້ຽມຢາມ​ໃນ​ຄັ້ງ​ນີ້​ ​ແມ່ນ​ເພື່ອ​ເສີມ​ສ້າງສາ​ຍພົວພັນ ​ແລະ ການ​ຮ່ວມ​ມືລະຫວ່າງສອງຝ່າຍ ​ເພື່ອພ້ອມກັນສົ່ງເສີມວຽກ​ງານການແຂ່ງຂັນການ​ຄ້າ​ທີ່​ເປັນ​ທຳໃຫ້ມີ​ຄວາມ​ເຂັ້ມ​ແຂງ​ຫລາຍ​ຂຶ້ນ ​ແລະ ທັງ​ເປັນ​ການກະກຽມ​ສະ​ເໜີ​ຮ່າງ​ກົດໝາຍ​ຂອງ ສປປ ລາວ ເຂົ້າ​ຜ່ານ​ກອງ​ປະຊຸມ​ສະ​ໃໝ​ສາມັນ ​ເທືອ​ທີ 9 ຊຸດ​ທີ VII ສະພາ​ແຫ່ງ​ຊາດ ​ແລະ ຍັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ກຽມພ້ອມ​ເຂົ້າ​ສູ່​ການ​​ເປັນ​ປະຊາ​ຄົມ​ເສດຖະກິດ​ອາຊຽນ ຫຼື AEC ​ໃນ​ປີ 2015.

ທ່ານ M. Nawir Messi ປະທານອົງການ KPPU ​ໄດ້​ຕີ​ລາຄາ​ສູງຕໍ່ການຢ້ຽມຢາມ​ໃນ​ຄັ້ງນີ້ ຊຶ່ງເປັນການມາ​ຢ້ຽມຢາມຄັ້ງ​ທີ​ສອງ ​ເພື່ອສ້າງຄວາມເຂັ້ມແຂງ, ການຮ່ວມມື ໃນອະນາຄົດ ແລະ ຍັງຍິນ​ດີຈະໃຫ້ການຊ່ວຍເຫຼືອ​ແກ່ອົງການການແຂ່ງຂັນທາງ​ທຸລະ​ກິດຂອງລາວ ໂດຍຈະສົ່ງຜູ້ຊ່ຽວຊານດ້ານ​ວຽກ​ງານແຂ່ງຂັນການ​ຄ້າ ຂອງອິນໂດເນເຊຍມາ​ຊ່ວຍ​ຖ້າ​ຝ່າຍ​ລາວ​ຕ້ອງການ. ໃນ​ຕອນ​ທ້າຍ ຫົວໜ້າ​ຄະນະຜູ້​ແທນຝ່າຍ​ລາວ​ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈມາ​ຍັງ ອົງການ​ແຂ່ງຂັນ​ການ​ຄ້າ ອິນ​ໂດ​ເນ​ເຊຍ​ທີ່​ໄດ້​ໃຫ້ການຮ່ວມື ​ແລະ ການ​ຕ້ອນຮັບ​​ໃນ​ຄັ້ງ​ນີ້​ເປັນ​ຢ່າງ​ດີ.

 

ກົມການຄ້າພາຍໃນ

a-01

a-02