ປຶກສາຫາລື ເພື່ອກະກຽມເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 12 ທີ່ນະຄອນໜານໜິ່ງ ສປ ຈີນ
By admin On 15 Jun, 2015 At 08:34 AM | Categorized As ຂ່າວດ່ວນ | With 0 Comments

oudomxay_china

ໃນ​ຕອນ​ເຊົ້າຂອງ​ວັນ​ທີ 15 ມີ​ຖຸນາ 2015 ຜ່ານ​ມາ​ນີ້ຢູ່​ທີ່​ຫ້ອງ​ປະຊຸມ​ຊັ້ນ 3 ຂອງ​ຫ້ອງ​ວ່າການ​ປົກຄອງ​ແຂວງ​ອຸດົມ​ໄຊ​ໄດ້​ມີກອງ​ປະຊຸມ​ປຶກສາ​ຫາລື​ເພື່ອ​ກະກຽມ ​ແລະ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ ຈີນ-​ອາ​ຊຽນ ຄັ້ງ​ທີ 12 ທີ່​ນະຄອນ​ໝານ​ໜິ່ງ ສປ ຈີນ ​ໂດຍ​ການ​ເປັນ​ປະທານ​ຂອງ​    ທ່ານ ຄຳ​ຫຼ້າ ລີ້​ງນະ​ສອນ ກຳມະການ​ສູນ​ກາງ​ພັກ ​ເລຂາ​ພັກ​ແຂວງ​ເຈົ້າ​ແຂວງໆ​ອຸດົມ​ໄຊ, ​ເຂົ້າ​ຮ່ວມໃນ​ຄັ້ງ​ນີ້​ມີ ທ່ານ ສົມຈິດ ອິນ​ທະ​ມິດ ລັດຖະມົນຕີ ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ມີບັນດາ​ທ່ານ​ຄະນະ​ປະຈຳ​ພັກ​ແຂວງ, ກຳມະການ​ພັກ​ແຂວງ, ຄະນະ​ຮັບຜິດຊອບ​ກອງ​ເລຂາ​ CAEXPO ຂັ້ນ​ສູນ​ກາງ ​ແລະ ຄະນະ​ຮັບຜິດຊອບ​ງານ​ຂັ້ນ​ແຂວງ ​ແລະ ກອງ​ເລຂາ​ກະກຽມ​ ເຂົ້າ​ຮ່ວມ​ທັງ​ໝົດ​ຈຳນວນ 24 ທ່ານ, ຍິງ 3 ທ່ານ. ຈຸດປະສົງຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ມີ​ຄື:

  1. ຮັບຮອງ​ເອົາ​ແບບ​ຮ້ານ​ວາງສະ​ແດງ​ແຫ່ງ​ຊາດ​ໃນ​ຂັ້ນ​ແຂວງ.
  2. ຮັບຮອງ​ເອົາ​ບັນດາ​ຮູບ​ພາບ​ພ້ອມ​ທັງ​ເນື້ອ​ໃນ ທີ່​ປະກອບ​ເຂົ້າ​ໃນ​ຮ້ານ​ວາງສະ​ແດງ​ແຫ່ງ​ຊາດ ( ຖ້າ​ຮູບ​ໃດ​ບໍ່​ໄດ້​ຂະໜາດມາດຕະຖານ​ແມ່ນຕ້ອງ​ໄດ້​ຖ່າຍ​ທຳ​ຄືນ​ໃໝ່)
  3. ຮັບ​ຟັງ​ລາຍ​ງານ​ຄວາມຄືບ​ໜ້າ​ໃນ​ການ​ກະກຽມ​ສ້າງສາ​ລະ​ຄະດີ​ເມືອງ​ແຫ່ງ​ສະ​ເໜ່ ​ເພື່ອ​ນຳ​ສະ​ເໜີ​ບັນດາ​ທ່າ​ແຮງ​ຕ່າງ​ທີ່​ບົມຊ້ອນ​ພາຍ​ໃນ​ແຂວງ.
  4. ກະກຽມ​ສ້າງ​ແຜ່ນ​ພັບ​ໂຄສະນາ​ເມືອງ​ແຫ່ງ​ສະ​ເໜ່.

ຈາກນັ້ນບັນດາກຸ່ມບໍລິສັດອອກແບບບຸກຣາດ ກໍ່ໄດ້ຂື້ນນຳສະເໜີສາຍ​ວິ​ດີ​ໂອ ​ແລະ ສາລະ​ຄະດີ​ຂອງ​ແຂວງ​ອຸດົມ​ໄຊ​ໃຫ້​ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຊົມ ພ້ອມທັງປະກອບຄຳເຫັນຕໍ່ຮູບພາບ  ແລະ ເນື້ອໃນຄຳເວົ້າເພື່ອໃຫ້ມັນສອດຄ່ອງ​ເພື່ອ​ກຽມ​ຄວາມ​ພ້ອມ​ເຂົ້າ​ຮ່ວມ​ງານ​ດັ່ງກ່າວ

ໃນຕອນ​ທ້າຍ​ປະທານ​ກອງ​ປະຊຸມ​ກໍ່​ໄດ້​ມີ​ຄຳ​​ເຫັນຕໍ່ກອງ​ປະຊຸມ​ເຊີ່ງ​ທ່ານ​ໄດ້​ກ່າວ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກັບ​ຜົນງານ​ທີ່​ບັນດາ​ທ່ານ​ໄດ້​ຍົກ​ມາ​ເຊີ່ງ​ໄດ້​ສະ​ແດງ​ໃຫ້​​ເຫັນເຖິງ​ການ​ພັດທະນາ​ພັດທະນາ​ທາງ​ດ້ານ​ເສດຖະກິດ – ສັງຄົມ​ຢູ່​ພາຍ​ໃນ​ແຂວງ​ອຸດົມ​ໄຊ.

ກອງ​ປະຊຸ​ມ​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 1 ຕອນ​ກໍ່​ປິດ​ລົງ​ດ້ວຍ​ຜົນສຳ​ເລັດ.

oudomxay_china1

 

ໂດຍ: ຄຳ​ຝັ້ນ ພາ​ວິ​ວົງ​ກອນ

About -