ປຶກສາ​ຫາລື​ບັນຫາ​ຊາວ​ຕ່າງປະ​ເທດ​ ທີ່​ມາ​ຄ້າຂາຍ​ເຮັດ​ທຸລະ​ກິດ ຢູ່ ​ແຂວງ​ອຸດົມ​ໄຊ

udomxay_meeting

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 30 ມີ​ຖຸນາ 2015  ທີ່​ຜ່ານ​ມາ​ນີ້​ຢູ່​ທີ່​ຫ້ອງ​ປະຊຸມ​ພະ​ແນກອຸດສາຫະກຳ ​ແລະ ການ​ຄ້າ ​ແຂວງ​ອຸດົມ​ໄຊ ​ໄດ້​ມີ​ກອງ​ປະຊຸມ​ປຶກສາ​ຫາລື​ ​ແລະ ຊອກ​ຫາວິທີການ​ຄຸ້ມ​ຄອງ​ແກ້​ໄຂ​ບັນຫາ​ຊາວ​ຕ່າງປະ​ເທດ​ທີ່​ທຳ​ມາ​ຄ້າຂາຍ  ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ສປປລາວ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ພາຍ​ໃນ​ແຂວງ​ອຸດົມ​ໄຊ. ​  ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສຸກ ບຸນ​ທະ​ຈິດ ​ເລຂາ​ໜ່ວຍ​ພັກ,  ຮອງ​ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ. ມີ​ບັນດາ​ທ່ານ ຕາງໜ້າ​ຈາກ​ພະ​ແນ​ກການທີ່​ກ່ຽວຂ້ອງ​ຂອງ​ແຂວງ,   ຂະ​ແໜງ​ການ​ພາຍ​ໃນ​ພະ​ແນ​ກ ​ແລະ ຫ້ອງການ​ທີ່​ກ່ຽວຂ້ອງ​ພາຍ​ໃນ​​ເມືອງ​ໄຊ ​ເຂົ້າ​ຮ່ວມ​ທັງ​ໝົດ​ຈຳນວນ 22 ທ່ານ, ຍິງ 2 ທ່ານ. ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ກ່ຽວ​ກັບ​ບົດ​ສະຫຼຸບ​ຫຍໍ້ການຈັດ​ຕັ້ງ​ປະຕິບັດ​ຄຸ້ມ​ຄອງ​ຊາວ​ຕ່າງ​ປະ​ເທດ​​ໃນ​ໄລຍະ​ຜ່ານ​ມາ​ໃຫ້​ບັນດາ​​​ທ່ານ​ໄດ້ຮັບ​ຟັງ, ຈາກ​ນັ້ນ​ປະທານ​ກອງ​ປະຊຸມ​ຍັງ​ໄດ້​ຍົກ​ເອົາ​ບາງ​ບັນຫາ​ຂື້ນ​ມາ​ເພື່ອ​ເປັນ​ການ​ປຶກສາ​ຫາລື​​ແລກປ່ຽນນຳ​ບັນດາ​ທ່ານ​ທີ່​ມາ​ຈາກ​ແຕ່ລະ​ຂະ​ແໜງ​ການ. ຈາກ​ນັ້ນບັນດາ​ທ່ານ,ບັນດາ​ສະຫາຍກໍ່​ໄດ້​ຍົກ​ເອົາ​ສະພາບ​ການ ​ແລະ ບັນຫາ​ຕ່າງໆ​ທີ່​ພົບ​ເຫັນ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຕໍ່​ກັບ​ຄຳ​ຖາມ​ເຈາະ​ຈີ້ມ ຂອງ​ປະທານ​ຂື້ນ​ມາ​ປຶກສາ​ຫາລື​ກັນ ​ຢ່າງ​ກົງ​ໄປ​ກົງ​ມາ​ ໂດຍ​ສະ​ເພາະ​ແມ່ນ​ຂັ້ນ​ຕອນ​ການ​ເຂົ້າ​ມາ​ຂອງ​ຄົນ​ຕ່າງ​ປະທດ, ການ​ໄດ້​ຮັບ​ອານຸຍາດ​ຈາກຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ການ​ພົວພັນ​ກັນ​ຮ່ວມ​ມື​ໃນ​ຕໍ່ໜ້າ. ​ໃນ​ຕອນ​ທ້າຍ​ປະທານ​ກອງ​ປະຊຸມ​ກໍ່​ໄດ້​ມອບ​ໃຫ້​ແຕ່ລະ​ຂະ​ແໜງ​ການນຳ​ໄປ​ຄົ້ນ​ຄ້ວາ ​ແລະ ນຳ​ສະ​ເໜີ​ຕໍ່​ຄະນະ​ພະ​ແນ​ກຂອງ​ຕົນ.

ກອງ​ປະຊຸມ​ໄດ້​ດຳ​ເນີນ​ເປັນ​ເວລາ 1 ຕອນກໍ່​ໄດ້​ອັດ​ລົງ.

 

udomxay_meeting1

​ຂຽນໂດຍ: ຄຳ​ຝັ້ນ ພາ​ວິ​ວົງ​ກອນ

About -