ກະຊວງ ອຄ ເຜີຍແຜ່ຊື່ເອີ້ນຊົນເຜົ່າ ແລະ ຈຳນວນຊົນເຜົ່າ ແກ່ພະນັກງານ
By sonsathit rasavong On 22 Jun, 2015 At 03:00 PM | Categorized As ຂ່າວພາຍໃນ | With 0 Comments

 

ໃນຕອນເຊົ້າຂອງວັນທີ 18 ມີຖຸນາ 2015 ທີ່ຜ່ານມາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ຊື່ເອີ້ນຊົນເຜົ່າ ແລະ ຈຳນວນຊົນເຜົ່າ ໃນ ສປປ ລາວ ເພື່ອໃຫ້ພະນັກງານທົ່ວກະຊວງເຂົ້າໃຈ ແລະ ຮັບຮູ້ລະອຽດກ່ຽວກັບການເອີ່ນຊື່ຂອງແຕ່ລະຊົນເຜົ່າ. ໂດຍການເປັນປະທານຂອງ ທ່ານ ພັນທອງ ພິດທຸມມາ ລັດຖະມົນຕີຊ່ວຍວ່າການກະຊວງ ອຸດສາຫະກຳ ແລະ ການຄ້າ, ​ໃຫ້​ກຽດ​ຂຶ້ນ​ເຜີຍ​ແຜ່ຂອງ ທ່ານ ສົມ​ຄິດ ຮອງ​ຫົວໜ້າ​ກົມ​ຊົນ​ເຜົ່າ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ.

ທ່ານ ສົມ​ຄິດ ກ່າວ​ວ່າ: ​ໃນ​ກອງ​ປະຊຸມ​ເຜີຍ​ແຜ່ ຫຼື ອະທິບາຍ​ກ່ຽວ​ກັບ​ການ​ກຳນົດ​ຊື່​ເອີ້ນ ​ແລະ ຈຳນວນ​ຊົນ​ເຜົ່າ​ໃນ ສປປ ລາວ ​ແມ່ນ​ມີ 3 ຈຸດປະສົງ ຄື: 1. ຈຸດປະສົງ​ດ້ານ​ຄວາມ​ຮູ້, 2. ຈຸດປະສົງ​ດ້ານ​ແນວ​ຄິດ, 3. ຈຸດປະສົງດ້ານ​ທັກ​ສະ ​ເພື່ອ​ໃຫ້​ພະນັກງານຫຼັກ​ແຫຼ່ງທົ່ວ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ມີ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ສະພາບ​ການ​ຊ້ຳ​ຊ້ອນ​ຂອງ​ຊື່​ຊົນ​ເຜົ່າ​ຕ່າງໆ​ໃນລາວ, ອັນ​ຈະ​ນຳ​ໄປ​ສູ່​ການ​ກຳນົດ​ໂຄງ​ປະກອບ ​ແລະ ສັບ​ຊ້ອນ​ຊື່​ຊົນ​ເຜົ່າ​ໃຫ້​ຖືກຕ້ອງ​ຕາມຫຼັກວິທະຍາສາດ ​ແລະ ສະພາບ​ຈຸດ​ພິ​ເສດ​ຂອງ​ບັນດາ​ຊົນ​ເຜົ່າ​ໃນ ສປປ ລາວ ບົນ​ພື້ນຖານ​ທີ່​ຊົນ​ເຜົ່າ​ເຂົາ​ເຈົ້າ​ມັກ, ພ້ອມ​ນີ້ ກໍ່​ເພື່ອ​ແກ້​ໄຂ ​ແລະ ກ່າວ​ໄປ​ສູ່​ການ​ລຶບລ້າງ​ຊື່​ຊົນ​ເຜົ່າ​ທີ່​ມີ​ຄວາມ​ໝາຍ​ສຽດ​ສີ ​ແລະ ຖືກ​ໝິ່ນປະໝາດ, ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມັກ​ຄີ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ເຜົ່າ​ຕ່າງໆ, ສ້າງ​ຈິດ​ສຳນຶກ​ໃຫ້​ແຕ່​ລະ​ຊົນ​ເຜົ່າ​ມີ​ຄວາມ​ພູມ​ໃຈ​ໃນ​ຊົນ​ເຜົ່າ​ຕົນ​ເອງ​ທີ່ີມີ​ຢູ່​ໃນ​ວົງ​ຄະນາ​ຍາດ​ແຫ່ງ​ຊາດ​ລາວ, ປັບປຸງ​ສະຖິຕິ​ຊາດ ​ແລະ ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ອັນ​ໜຶ່ງ​ອັນ​ດຽວ, ຕ້ານ​ກົນອຸບາຍ​ແບ່ງ​ແຍກ​ຂອງ​ພວກ​ອິດ​ທິກຳລັງ​ປໍ​ລະ​ປັກ, ລຶບ​ລ້າງ​ຮ່ອງ​ຮອຍ​ຂອງ​ຄວາມ​ລະ​ແວງ​ສົງ​ໄສ​ລະຫວ່າງ​ເຜົ່າ​ຕ່າງໆ​ທີ່​ປະຫວັດສາດ​ປະ​ໄວ້, ພ້ອມ​ກັນ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ໃຫ້​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ.

 

[ບົດ​ຂາວ: ໜັງສືພິມ​ເສດຖະກິດ-​ການ​ຄ້າ]

???????????????????????????????

???????????????????????????????

???????????????????????????????

???????????????????????????????