ອຄ ເລັ່ງສ້າງຄວາມເຂັ້ມແຂງດ້ານສະຖິຕິອຸດສາຫະກຳ ແລະ ຫັດຖະກຳ
By sonsathit rasavong On 22 Jun, 2015 At 03:04 PM | Categorized As ຂ່າວພາຍໃນ | With 0 Comments

 

ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ຈັດ​ຊຸດ​ຝຶກ​ອົບຮົມ​ຄວາມ​ເຂັ້ນ​ແຂງ​ດ້ານ​ສະຖິຕິ​ອຸດສາຫະກຳ​ຂຶ້ນ ​ເພື່ອ​ເປັນ​ການ​ພັດທະນາ​ລະບົບ​ສະຖິຕິ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຫັດຖະກຳ​ໃຫ້​ມີ​ຄວາມ​ພ້ອມ ​ແລະ ປັນ​ທີ່​ເຊື່ອ​ຖື​ໄດ້​ຮັບປະກັນ​ໃຫ້​ໄດ້​ຂໍ້ມູນ​ທີ່​ຖືກຕ້ອງ​ເຂົ້າ​ໃນ​ວຽກ​ງານ​ເກັບ​ກຳ​ສະຖິຕິ.

ທ່ານ ນາງ​ ວຽງ​ພອນ ​ວິລະ​ວົງ ຮອງຫົວໜ້າ​ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ ກ່າວ​ວ່າ: ຊຸດ​ຝຶກ​ອົບຮົມ​ຄັ້ງ​ນີ້​ແມ່ນ​ເນັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ສະຖິຕິ​ອຸດສາຫະກຳ​ຂອງ ສປປ ລາວ, ສະຖິຕິ​ອຸດສາຫະກຳ ​ແມ່ນ​ການ​ສັງ​ລວມຂໍ້​ມູນ​ຂອງ​ໂຮງງານ​ອຸດສາຫະກຳປຸງ​ແຕ່ງ ​ແລະ ຫັດຖະກຳ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

​ໃນ​ໄລຍະ​ຜ່ານ​ມາ​​ກ່ຽວກັບວຽກ​ງານ​ສະຖິຕິ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຫັດຖະກຳ ​ເຈົ້າ​ໜ້າທີ່ກ່ຽວ​ຂ້ອງ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ວຽກ​ງານ​ດັ່ງ​ກ່າວ ​ແຕ່​ຜົນ​ໄດ້​ຮັບ​ຍັງ​ຕໍ່າ. ສາ​ເຫດ​ແມ່ນ​ຍ້ອນ​ຂາດ​ພະນັກງານ​ບຸກຄະລາ​ກອນ​ທີ​່ມີ​ຄວາມ​ຊຳນານ​ໃນ​ວຽກ​ງານ​ສະຖິຕິ, ຂາດ​ງົບປະມານ ​ແລະ ບໍ່ທັນ​ມີ​ລະບົບ​ເກັບ​ກຳ​ຂໍ້​ມູນ​ສະຖິຕິ​ທີ​່ດີ.

ທ່ານ​ຮອງ​ຫົວໜ້າ​ກົມ​ກ່າວ​ວ່າ: ບັນຫາ​ດັ່ງກ່າວ ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ ຈຶ່ງ​ໄດ້​ຄົ້ນຄວ້າ​ ​ແລະ ຊອກ​ຫາ​ວິທີ​ທາງ​​ເພື່ອ​ມາ​ປັບປຸງ, ໃນ​ທ້າຍ​ປີ 2013 ກໍ່​ໄດ້​ຮັບ​ທຶນຈາກ​​ໂຄງການ EIF (Enhanced Integrated Framework Tier 02) ​ເຊິ່ງນອນ​ໃນ​ໂຄງການ​ໜຶ່ງ​ຂອງ​ອົງການ​ຄ້າ​ໂລກ ​ໂຄງການ​ດັ່ງ​ກ່າວ​ມີ​ອາຍຸ​ຈັດ​ຕັ້ງ​ປະຕິບັດ 3 ປີ​ ຄື:​ ​ເລີ່​ມ​ແຕ່​ເດືອນທັນວາ 2013 ຫາ ​ເດືອນທັນວາ 2016 ຈຸດປະສົງ​ໂຄງການ​ເພື່ອ​ການ​ເນັ້ນ​ໜັກ​ໃນ​ເລື່ອງ​ການ​ສ້າງ​ຄວາມ​ເຂັ້ນ​ແຂງທາງ​ດ້ານ​ວິຊາ​ການ​ກ່ຽວ​ກັບ​ວຽກ​ງານ​ສະຖິຕິ​ໃຫ້​ກັບ​ພະນັກງານ​ຂະ​ແໜງ​ອຸດສາຫະກຳ ​ແລະ ຫັດຖະກຳໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ປັບປຸງ​ລະບົບ​ຖານ​ຂໍ້​ມູນ​ສະຖິຕິ​ໂຮງງານ ​ແລະ ລະບົບ​ຖານ​ຂໍ້​ມູນ​ສະຖິຕິ​ໂຮງງານ​ຜະລິດ​ຕະພັນ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຫັດຖະກຳ.

​          ໃນ​ຕອນ​ທ້າຍ​ຊຸ​ດຝຶກ​ອົບຮົມ​ຍັງ​ໄດ້​ມີພິທີ​ມອບ​ອຸປະກອນ​ໄອ​ທີ​​ສຳລັບ​ໃຊ້​ໃຫ້​ວຽກ​ງານ​ເກັບ​ກຳ​ສະຖິຕິ​ຕື່ມ​ອີກ​ ປະກອບ​ມີ: ຄອມ​ພິວ​ເຕີ​ຕັ້ງ​ໂຕະ​ຍີ່​ຫໍ້ HP 1 ຊຸດ, ໝໍ້​ເກັບ​ໄຟ​ຟ້າ UPS 1 ໜ່ວຍ ​ແລະ ​ເຄື່ອງພິມ​ເອກະສານ​ຍີ່​ຫໍ້ HP 1 ໜ່ວຍ​ ມອບ​ໃຫ້​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ບັນດາ​ແຂວງ ​ແລະ ນະຄອນຫຼວງ ຢ່າງ​ລະ​ຊຸດ ລວມມູນ​ຄ່າ​ທັງໝົດ 39.270 ​ໂດ​ລາ​ສະ​ຫະລັດ.

ຊຸດ​ຝຶກ​ອົບຮົມ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 – 18 ມີ​ຖຸນາ​ຜ່ານ​ມາ ທີ່​ໂຮງ​ແຮມ​ນະຄອນ​ສັກ ​ໂດຍ​ການ​ເຂົ້າ​ຮ່ວມ​​ເປັນ​ປະທານ​ຂອງ ທ່ານ ນາງ ວຽງ​ພອນ ວິລະ​ວົງ ​ຮອງ​ຫົວໜ້າ​ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ ກະຊວງ​ອຄ ມີ​ພະນັກງານ​ທີ​ມາ​ຈາກ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື, ສູນ​ສະຖິຕິ​ແຫ່ງ​ຊາດ, ພະ​ແນ​ກອຸດສາຫະກຳ​ ​ແລະ ການ​ຄ້າ​ແຂວງ, ນະຄອນຫຼວງ ພ້ອມ​ດ້ວຍຊ່ຽວຊານ​ຈາກ​ຕ່າງປະ​ເທດ​ຈຳນວນໜຶ່ງ.

 

[ບົດ​ຂ່າວ: ໜັງສືພິມ​​ເສດຖະກິດ-​ການ​ຄ້າ]

ashk