ຝຶກອົບຮົມການນຳໃຊ້ປຶ້ມຄູ່ມື ວຽກງານສະຖິຕິອຸດສາຫະກຳປຸງແຕ່ງ ແລະ ການຄ້າ
By sonsathit rasavong On 28 May, 2015 At 11:13 AM | Categorized As ຂ່າວພາຍໃນ | With 0 Comments

 

​ໃນ​ລະຫວ່າງ​ວັນ​ທີ 27 ​ເມສາ ຫາ 22 ພຶດສະພາ 2015 ທີ່​ຜ່ານ​ມາ, ສູນ​ສະຖິຕິ ​ແລະ ຂ່າວສານ​, ກົມ​ແຜນການ ​ແລະ ການ​ຮ່ວມ​ມື, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ ​ໄດ້​​ເປີດ​ຊຸດ​ຝຶກ​ອົບຮົມການ​ນຳ​ໃຊ້ປຶ້ມ​ຄູ່​ມື ວຽກ​ງານ​ສະຖິຕິ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ການ​ຄ້າ ​ໃຫ້​ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ ​ເມືອງ​ທົ່ວ​ປະ​ເທດຂຶ້ນ ​​ໂດຍ​ການ​ເປັນ​ປະທານຂອງ ທ່ານ ບົວ​ຈັນ ບຸນ​ວົງ​ໄຊ ຮອງ​ຫົວໜ້າ​ກົມ​ແຜ​ນການ ​ແລະ ການ​ຮ່ວມ​ມື ​ແລະ ​ໄດ້​ຮັບ​ກຽດ​ກ່າວປິດ​ໂດຍ ​ທ່ານ ສິລິ​ສຳພັນ ວໍຣະຈິດ ກຳມະການ​ຄະນະ​ພັກ​ກະຊວງ​, ​ຫົວໜ້າ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ.

ຈຸດປະສົງ​ຂອງ​ການຝຶກ​ອົບຮົມ​ຄັ້ງ​ນີ້ ​ເພື່ອ​ໃຫ້​ພະນັກງານ​ວິຊາ​ການ ຜູ້​ເຮັດ​ວຽກ​ສະຖິຕິ​ ໃນ​ຂົງ​ເຂດອຸດສາຫະກຳ ​ແລະ ການ​ຄ້າ ທົ່ວ​ປະ​ເທດ ​ໄດ້​ຮຽນ​ຮູ້​ວິທີ​ການ​ນຳ​ໃຊ້​ປຶ້ມ​ຄູ່​ມື ​ວຽກ​ງານ​ສະຖິຕິ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ການ​ຄ້າ ​ແລະ ​ເພື່ອ​ໃຫ້​ຮັບ​ຮູ້ ​ເປັນ​ເອກະ​ພາບ​ກັນ ​ເຖິງບັນດາ​ຫຼັກການ, ວິທີ​ການ ​ແລະ ການ​ນຳ​ໃຊ້​ຕາຕະລາງ​​ເກັບ​ກຳ​ຂໍ້ມູນ ສະຖິຕິອຸດສາຫະກຳປຸງ​ແຕ່ງ ​ແລະ ການ​ຄ້າ ​​ທົ່ວ​ປະ​ເທດ, ນອກ​ນັ້ນ​ຍັງ​ເປັນ​ການ​ແລກປ່ຽນ​ປະສົບ​ການ ​ແລະ ບົດຮຽນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ ​​ການ​ເກັບ​ກຳ​ລາຍ​ງານ​ຂໍ້​ມູນ​ຕົວ​ເລກ​ສະຖິຕິ​ຂອງ​ແຕ່ລະ​ທ້ອງ​ຖິ່ນ.

ຜ່ານ​ການ​ຝຶກ​ອົບຮົມ​ໃນ​ແຕ່​ລະ​ຊຸ​ດ​ ບັນດານັກ​ສຳ​ມະ​ນາກ​ອນ ​ແລະ ນັກວິທະຍາກອນ​ ​ໄດ້​ເອົາ​ໃຈ​ໃສ່​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ​ກັນ ທັງ​ໄດ້​ເອົາ​ໃຈ​ໃສ່​ຮຽນ​ຮູ້ ​ແລກປ່ຽນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ, ​ມີ​ການ​ປະກອບ​ຄຳ​ຄິດ​ເຫັນ ​ແລະ ຕັ້ງ​ຄຳ​ຖາມ​ຢ່າງ​ກົງ​ໄປ​ກົງ​ມາ ​ເຮັດ​ໃຫ້ນັກ​ສຳ​ມະ​ນາກ​ອນສາມາດ​ຮັບ​ຮູ້​ໄດ້​ເຖິງ​ຄວາມ​ຈຳ​ເປັນ, ຄວາມ​ສຳຄັນ ຂອງ​ຫຼັກການ ວິທີ​ການ​ເກັບ​ກຳ ​ແລະ ການລາຍ​ງານ ຕົວ​ເລກ​ສະຖິຕິ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ການ​ຄ້າ, ນອກ​ນັ້ນ ນັກສຳ​ມະ​ນາກ​ອນ ຍັງ​ໄດ້​ຖື​ເອົາ​ໂອກາດ​ນີ້ ​ເປັນ​ເວທີ​ໃນ​ການ​ສົນທະນາ ປຶກສາ​ຫາລື ​ແລະ ຝຶກ​ຕົນ​ເອງ​ໃນ​ການສະ​ແດງ​ອອກ ​ແລະ ການ​ເຮັດ​ວຽກ​ດ້ານ​ວິຊາ​ການ​ຂອງ​ຕົນ​ອີກ​ດ້ວຍ.

ການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​ ຖື​ເປັນ​ບາດ​ກ່າວ​ໜຶ່ງ​ໃນ​ການ​ພັດທ​ະນາ ສ້າງ​ຄວາມ​ເຂັ້ມ​ແຂງ ດ້ານ​ວຽກ​ງານ​ສະຖິຕິອຸດສາຫະກຳປຸງ​ແຕ່ງ ​ແລະ ການ​ຄ້າ ​ໃຫ້​ກ້າວ​ໄປ​ຂ້າງ​ໜ້າ, ​ແນ່​ໃສ່​ສ້າງ​ຄວາມ​ເປັນ​ເອກະ​ພາບ​ກັນ ດ້ານການ​​ເກັບ​ກຳ ​​ແລະ ລາຍ​ງານຕົວ​ເລກ​ສະຖິຕິ ​ເພ​ື່ອຄວາມ​ສະດວກ ວ່ອງ​ໄວ ​ແລະ ​ໄດ້​ມາ​ຊຶ່ງ​ຂໍ້​ມູນ​ທີ່​ມີ​ຄຸນ​ນະພາ​ບ ສາມາດ​ຕອບ​ໂຈດ ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ເສດຖະກິດ​ພາຍ​ຂອງ​ປະ​ເທດ​ໄດ້​.

ຊຸດ​ຝຶກ​ອົບຮົມ ​ການ​ນຳ​ໃຊ້​ປຶ້ມ​ຄູ່​ມື ​ວຽກ​ງານສະຖິຕິ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ການ​ຄ້າ ​ໃຫ້​ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ​ ​ເມືອງ​ທົ່ວປະ​ເທດ ​ເປັນ​ກິດຈະກຳ​ໜຶ່ງ​ຂອງ ​ໂຄງການ​ສ້າງ​ຄວາມ​ເຂັ້ມ​ແຂງ ດ້ານການ​ພັດທະນາ​ວຽກ​ງານ​ສະຖິຕິອຸດສາຫະກຳ​ປຸງ​ແຕ່ງ ​ແລະ ການ​ຄ້າ (​ໂຄງການ LAOSTAT) ​ທີ່​ສະໜັບສະໜູນ​ທຶນ​ໂດຍ​ ທະນາຄານ​ໂລກ (World Bank), ​ຈັດ​ຝຶກ​ອົບຮົມ​ກັນ 4 ຊຸດ ​ແຕ່​ລະ​ຊຸດ​ແມ່ນ​ດຳ​ເນີນ​ໄປ​ເປັນ​​ໄລຍະ​ເວລາ 05 ວັນ: ຊຸດທີ 01 ຈັດຂຶ້ນ​ໃນລະຫວ່າງ ວັນທີ 27 ​ເມສາ ຫາ 01 ພຶດສະພາ 2015 ທີ່ໂຮງແຮມ ເມີຄຽວ, ນະຄອນຫລວງວຽງຈັນ ມີນັກສໍາມະນາກກອນເຂົ້າຮ່ວມ 46 ທ່ານ, ຊຸດທີ 2 ຈັດຂຶ້ນ​ໃນລະຫວ່າງ ວັນທີ 04-08 ພຶດສະພາ 2015 ທີໂຮງແຮມ ເສດຖາປາລາສ, ນະຄອນຫຼວງ​ວຽງ​ຈັນ ມີນັກສໍາມະນາກກອນເຂົ້າຮ່ວມ 54 ທ່ານ, ຊຸດທີ 3 ຈັດ​ຂຶ້ນ​ໃນລະຫວ່າງ ວັນທີ 11-15 ພຶດສະພາ 2015 ທີ່ໂຮງແຮມ ເສດຖາປາລາສ, ນະຄອນຫລວງວຽງຈັນ ມີນັກສໍາມະນາກກອນເຂົ້າຮ່ວມ 57 ທ່ານ, ແລະ ຊຸດທີ 4 ຈັດຂຶ້ນ​ໃນລະຫວ່າງ ວັນ​ທີ 18-22 ພຶດສະພາ 2015 ທີໂຮງແຮມ ເມີຄຽວ, ນະຄອນຫລວງວຽງຈັນ ມີນັກສໍາມະນາກກອນເຂົ້າຮ່ວມ 57 ທ່ານ, ​ພ້ອມນັກ​ວິທະຍາ​ກອນ ​ແລະ ​ແຂກ​ຈາກ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື, ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ, ກົມ​ການ​ຄ້າ​ພາຍ​ໃນ, ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ, ກົມ​ທະບຽນ​ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ ​ເຂົ້າ​ຮ່ວມ ລວມທັງ​ໝົດ 214 ທ່ານ.

 

[ສູນ​ສະຖິຕິ ​ແລະ ຂ່າວສານ]

????????

????????

????????

????????