ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ
By sonsathit rasavong On 25 May, 2015 At 11:07 AM | Categorized As ຂ່າວພາຍໃນ | With 0 Comments

 

​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ຄະນະ​ກຳມາ​ທິການ​ກົດໝາຍ, ຄະນະ​ກຳມາ​ທິການ​ເສດຖະກິດ​ ແຜນການ ​ແລະ ການ​ເງິນ, ສະພາ​ແຫ່ງ​ຊາດ ຮ່ວມ​ກັນ​ຈັດ​ກອງ​ປະ​ຊຸມປຶກສາ​ຫາ​ລື ​ແລະ ປະກອບ​ຄຳ​ເຫັນ​ໃສ່ ຮ່າງ​ກົດໝາຍ​ວ່າ​ດ້ວຍ ການ​ແຂ່ງຂັນ​ທາງ​ທຸລະ​ກິດ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ ລະຫວ່າງ ທ່ານ ບຸນ​ມີ ມະນີ​ວົງ ລົດ​ຖະມົນຕີ​ຊ່ວຍ​ວ່າການ ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ທ່ານ ສຈ ດາວ​ອນ ຫວ່າງ​ວິຈິດ ປະທານ​ກຳມາ​ທິການ ​ກົດໝາຍ ສະພາ​ແຫ່ງ​ຊາດ.

ຈຸດ​ປະສົງ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ ​ເພື່ອ​ເປັນ​ການ​ກະກຽມ​ໃຫ້​ແກ່ ກອງ​ປະຊຸມ​ກາງ​ສະ​ໄໝ ຂອງ​ສະພາ​ແຫ່ງ​ຊາດ ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ ມີ​ຖຸນາ 2015 ​ແລະ ຄາດ​ວ່າ​ຈະ​ເອົາ​ເຂົ້າ​ກອງ​ປະຊຸມ ສະ​ໄໝ​ສາມັນ​ສະ​ພາ​ແຫ່ງ​ຊາດ ​ເທື່ອ​ທີ 9 ຊຸດ​ທີ VII.

​ທີ່​ປະຊຸມ​ໄດ້​ຄົ້ນຄວ້າ ປຶກສາ​ຫາລື ປະກອບ​ຄຳ​ຄິດ​ເຫັນ​ໃສ່​ຮ່າງກົດໝາຍ​ວ່າ​ດ້ວຍ ການ​ແຂ່ງຂັນ​ທາງ​ທຸລະ​ກິດ​ຢ່າງ​ກົງ​ໄປ​ກົງ​ມາ ​ເພື່ອ​ໃຫ້​ມີ​ເນື້ອ​ໃນ​ຄວາມ​ໝາຍ​ທີ່​ຊັດ​ເຈນ, ຈະ​ແຈ້ງ ​ແລະ ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້, ທີ່​ປະຊຸມ​ຍັງ​ໄດ້​ເຫັນ​ດີ​ເປ​ັນ​ເອກະ​ພາບ​ກັນ​ໃນ​ການ​ປັບປຸງ, ຕັດ​ອອກ ​ແລະ ​ເພີ່ມ​ຕື່ມ ໝວດ, ມາດຕາ ​ແລະ ​ເນື້ອ​ໃນ ທີ່​ເຫັນ​ວ່າ​ບໍ່​ມີ​ຄວາມ​ເໝາະ​ສົມ ​ແລະ ສອດຄ່ອງ ຕໍ່​ກັບ​ສະພາບ​ການ​ພັດທະນາ ​ເສດຖະກິດ-​ສັງຄົມ ຂອງລາວ​ເຮົາ ທັງ​ສາມາດ​ເຊື່ອມ​ໂຍງ​ເສດ​ຖະກິດ​ພາກ​ພື້ນ ​ແລະ ສາກົນ​ໄດ້.

ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 09-10 ພຶດສະພາ 2015 ທີ່​​ແຂວງ​ບໍລິ​ຄຳ​ໄຊ ​ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ຂະ​ແໜງ​ການ​ກ່ຽວ​ຂ້ອງ​​ເຊັ່ນ: ຈາກ​ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ປະຈຳ​ເຂດ 11 ​ແຂວງ​ບໍລິ​ຄຳ​ໄຊ, ຕ່າງ​ໜ້າ​ຈາກ​ຫ້ອງ​ວ່າການ​ປະທານ​ປະ​ເທດ, ຫ້ອງ​ວ່າການ​ລັດຖະບານ, ກະຊວງ​ຍຸດຕິ​ທຳ, ກະຊວງ​ການ​ເງິນ, ອົງການ​ກວດ​ສອບ​ແຫ່ງ​ລັດ, ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ແຂວງ​ບໍລິ​ຄຳ​ໄຊ, ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ, ພ້ອມ​ດ້ວຍ​ຄະນະ​ຮັບຜິດຊອບ​ສ້າງ​ຮ່າງ​ກົດໝາຍ ​ແລະ ຜູ້​ປະສານ​ງານ​ໂຄງການ GIZ ​ເຂົ້າ​ຮ່ວມ ທັງ​ໝົດ 50 ກວ່າ​ທ່ານ.

 

[ສູນ​ສະຖິຕິ ​ແລະ ຂ່າວສານ]

1

2