ທ່ານ ພັນທອງ ພິດທຸມມາ ໄດ້ຮັບແຕ່ງຕັ້ງເປັນ ລມຕ ຊ່ວຍວ່າການກະຊວງ ອຄ
By sonsathit rasavong On 22 May, 2015 At 03:24 PM | Categorized As ຂ່າວສຳຄັນ | With 0 Comments

 

ນາຍົກລັດຖະມົນຕີ ອອກດຳລັດ​ສະບັບ​ເລກທີ 104/ນຍ, ລົງ​ວັນ​ທີ 22 ​ເມສາ 2015 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ ທ່ານ​ ພັນ​ທອງ ພິດ​ທຸມມາ ອະດີດ​ຮອງ​ເຈົ້າ​ແຂວງ​ຫຼວງ​ນ້ຳ​ທາ ​ເປັນລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ລມຕ ຊ່ວຍ ກະຊວງ ອຄ).

ພິທີການ​ປະກາດ​ການ​ແຕ່ງ​ຕັ້ງ ລັດ​ຖະມົນ​ຕີ​ຊ່ວຍ​ວ່າການ​ຜູ້​ໃໝ່​ມີ​ຂຶ້ນ​ໃນ​ວັນ​ທີ 21 ພຶດສະພາ ທີ່​ກະຊວງ ອຄ ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດ​ຖະມົນ​ຕີ​ວ່າການ​ກະຊວງ ອຄ, ມີ ທ່ານ ລມຕ ຊ່ວຍ, ຫົວໜ້າ​ຫ້ອງການ, ຫົວໜ້າ​ກົມ, ຕ່າງ​ໜ້າ​ຈາກ​ລັດ​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ ​ແລະ ພະນັກງານ​ຂອງ​ກະຊວງ​ເຂົ້າ​ຮ່ວມ.

ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ກ່າວ​ຕໍ່​ພິທີ​ວ່າ: ກະຊວງ ອຄ ​ແມ່ນ​ມີ​ພາລະ​ບົດບາດ​ໜ້າທີ່​ໃນ​ການ​ສ້າງ ​ແລະ ຄຸ້ມ​ຄອງ​ເສດຖະກິດ​ຂອງ​ຊາດ​​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ມື້​ນີ້​ຄະນະ​ນຳ ​ແລະ ພະນັກງານ​ຂອງ​ກະຊວງ​ພວກ​​ເຮົາ​ມີ​ຄວາມ​ຍິນ​ດີ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ຜູ້​ໃໝ່ ທີ່​ຈະ​ມາ​ເຮັດ​ວຽກ​ຮ່ວມ​ກັບ​ພວກ​ເຮົາ ​ເຊິ່ງທ່ານ​ໄດ້​ມີ​ບົດຮຽນ ​ແລະ ປະສົບ​ການ​ດ້ານ​ວຽກ​ງານ​ການ​ຄ້າ, ການ​ພົວພັນ, ​ເສດຖະກິດ​ມາ​ກ່ອນ.

ທ່ານ​ກ່າວ​ອີກ​ວ່າ: ມີ​ຄວາມ​ເຊື່ອ​ໝັ້ນ​ວ່າການ​ມາ​ຮັບ​ໜ້າ​ທີ່​ໃໝ່​ຂອງ ລມຕ ຊ່ວຍ​ຜູ້​​ໃໝ່ ຈະ​ເປັນ​ແຮງ​ຍູ້​ໃນ​ການ​ເສີມ​ຂະຫຍາຍ​ວຽກ​ງານ​ຂອງ​ພວກ​ເຮົາ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ກວ່າ​ເກົ່າ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ພະນັກງານ​ທົ່ວ​ກະຊວງ ​ໄດ້​ພ້ອມ​ກັນ​ປະສານ​ງານ​ໃຫ້​ແໜ້ນ​ຂຶ້ນ​ຕື່ມ ​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ການ​ຄ້າ​ພາຍ​ໃນ, ການ​ເຊື່ອມ​ໂຍງ​ເສດຖະກິດ​ອາ​ຊຽນ, ກັບ​ອົງການ​ການໆ​ຄ້າ​ໂລກ ​ແລະ ການ​ເປັນ​ປະທານ​ອາ​ຊຽນຕົ້ນ​ປີໜ້າ ມີ​ຄວາມ​ສຳ​ເລັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

ໂອກາດ​ດຽວ​ກັນ ທ່ານ​ ພັນ​ທອງ ພິດ​ທຸມມາ ກໍ່​ໄດ້​ກ່າວ​ວ່າ: ຕະຫຼອດ​ໄລຍະ​ຜ່ານ​ມາ ນັບ​ແຕ່​ຢູ່​ສູນ​ກາງ ​ແລະ ຖືກ​ສັບ​ຊ້ອນ​ລົງ​ພັດທະນາ​ທ້ອງ​ຖິ່ນ ຕົນ​ເອງ​​ໄດ້​ມີ​ຄວາມ​ພະຍາຍາມ​ສູງ​ໃນ​ການ​ປະຕິບັດ​ໜ້າ​ທີ່ໆ​ລັດຖະບານ​ມອບ​ໝາຍ​ໃຫ້. ​ໃນ​ການ​ຮັບ​ໜ້າ​ທີ່​ໃໝ່​ນີ້ ກໍ່​ຈະ​ຕັ້ງໜ້າ​ພະຍາຍາມ​ສຸມ​ທຸກ​ສະຕິ​ປັນຍາ​ຂອງ​ຕົນ​ເພື່ອ​ປະ​ກອບ​ສ່ວນ​ປະຕິບັດ​ໜ້າ​ທີ່​ໃໝ່ ຮ່ວມ​ກັບ​ການ​ນຳ ​ແລະ ພະນັກ​ງານ​ທົ່ວ​ກະຊວງ ​ໃຫ້​ມີ​ຄວາມ​ສຳ​ເລັດ​ຕາມ​ເປົ້າ​ໝາຍ.

[ບົດ​ຂ່າວ: ໜັງສືພິມ​ເສດຖະກິດ-​ການ​ຄ້າ]

???????????????????????????????

???????????????????????????????

???????????????????????????????

???????????????????????????????