ພິທີມອບປຶ້ມບັນທຶກສົ່ງເສີມການໃຊ້ເງິນກີບ
By sonsathit rasavong On 19 May, 2015 At 02:46 PM | Categorized As ຂ່າວພາຍໃນ | With 0 Comments

 

ໃນຕອນບ່າຍຂອງມື້ນີ້ ເວລາ 02:30 ໂມງ, ທະນາຄານແຫ່ງ ສປປ ລາວ ໄດ້ມອບປຶ້ມບັນທຶກສົ່ງເສີມການໃຊ້ເງິນກີບ ໃຫ້ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອປະກອບສ່ວນເຂົ້າຮັບໃຊ້ໃນກອງປະຊຸມໃຫຍ່ຂອງອົງຄະນະພັກຂອງກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ທີ່ຈະຈັດຂຶ້ນໃນຕໍ່ໜ້າ ຈຳນວນ 350 ຫົວ, ຂຶ້ນກ່າວຮັບໂດຍ ທ່ານ ບຸນຖອງ ໂສພາວັນດີ ຮອງຫົວໜ້າຫ້ອງການກະຊວງ ອຄ, ແລະ ພະັນກງານອ້ອມຂ້າງເຂົ້າຮ່ວມ.
ໃນຕອນທ້າຍ ທ່ານ ບຸນຖອງ ກໍ່ໄດ້ກ່າວ ຂອບໃຈໄປຍັງຄະນະນຳ ແລະ ພະນັກງານ ພາຍໃນທະນາຄານແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອປຶ້ມຈຳນວນດັ່ງກ່າວ ພ້ອມທັງກ່າວອວຍພອນໄຊໃຫ້ທຸກທ່ານຈົ່ງມີແຕ່ຄວາມສຸກ ແລະ ສົມຫວັງໃນໜ້າທີ່ການງານຕະຫຼອດໄປ.

 

[ສູນສະຖິຕິ ແລະ ຂ່າວສານ]

???????????????????????????????