ຕະຫຼາດຊີມັງ ແລະ ເຫຼັກ ຍັງເປີດກວ້າງ ແຕ່ກໍ່ມີຄວາມທ້າທາຍສູງຂອງຜູ້ປະກອບການພາຍໃນ
By sonsathit rasavong On 19 May, 2015 At 01:37 PM | Categorized As ຂ່າວພາຍໃນ | With 0 Comments

 

ການ​ຊົມ​ໃຊ້​ເຫຼັກ ​ແລະ ຊີມ​ັງ​ໃນ ສປປ ລາວ ​ໄດ້​ເພ​ີ່ມຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຕະຫຼອດ​ຫຼາຍ​ປີຜ່ານມາ. ຂະນະ​ທີ່​ການ​ຜະລິດ​ຢູ່​ພາຍ​ໃນ​ເພື່ອ​ຕອບ​ສະໜອງ​ຍັງ​ບໍ່​ພຽງພໍ​ເຮັດ​ໃຫ້​ກຸ່ມ​ບໍລິສັດ​ລາຍ​ໃຫຍ່ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ວາງ​ເປົ້າ​ສ້າງ​ໂຮງງານ​ຊີມັງ​ຂະໜາດ​ໃຫຍ່​ຂຶ້ນ​ໃນ​ພາກ​ກາງຂອງ​ລາວ.

ທ່ານ ບຸນ​ທຽນ ​ແກ້ວ​ສີພາ ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ກ່າວ​ວ່າ: ລາຄາ​ເຫຼັກ ​ແລະ ຊີມັງ​ເປັນ​ສິນຄ້າ​ຄວບ​ຄຸມ​ຂອງ​ລັດ, ​ໂດຍ​ລວມ​ເຫັນ​ວ່າການ​ຜະລິດ​ພາຍ​ໃນ ​ແມ່ນ​ມີ​ພຽງພໍ​ກັບ​ຄວາມ​ຕ້ອງການ, ສ່ວນ​ມີ​ການ​ນຳ​ເຂົ້າ​ຈຳນວນ​ໜຶ່ງ ກໍ່​ເປັນ​ໂຄງການ​ໄດ້​ເລັ່ງ​ໃສ່​ຜະລິດ​ຕະພັນ​ຄຸນ​ນະພາ​ບຈາກ​ຕ່າງປະ​ເທດ ​ເຊິ່ງກໍ່​ຂຶ້ນ​ກັບ​ແຕ່ລະ​ໂຄງການ​ວ່າ​ຈະ​ເລື່ອ​ກ​ເອົາ​ຜະລິດ​ຕະພັນ​ແບບ​ໃດ.

ທ່ານ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ຢູ່​ບາງ​ທ້ອງ​ຖິ່ນ​ທີ່​ມີ​ເງື່ອນ​ໄຂ​ຢູ່​ຊາຍ​ແດນ ພາກ​ທຸລະ​ກິດ​ໄດ້​ມີ​ການ​ນຳ​​ເຂົ້າ ທັງ​ນີ້​ກໍ່​ເປັນ​ປັດ​ໄຈ​ດ້ານ​ລາຄາ ​ແລະ ການ​ຂົນ​ສົ່ງ ​ເນື່ອງ​ຈາກ​ວ່າ​ຖ້າ​ເຮົາ​ຈະ​ປົກ​ປ້ອງ​ບໍ່​ໃຫ້​ນຳ​ເຂົ້າ​ເອົາ​ແຕ່​ຜະລິດ​ຕະພັນ​ພາຍ​ໃນ​ໄປ​ສ່ົງ​ພັດ​ບໍ່​ຄຸ້ມ​ຄ່າ ຕົ້ນ​ທຶນ​ການ​ຂົນ​ສ່ົງ​ແພງ ສ່ວນ​ການ​ນຳ​ເຂົ້າ​ພັດ​ສະດວກ ລາຄາ​ກໍ່​ຖືກ​ວ່າ ອັນ​ນີ້​ກໍ່​ເປັນ​ເງື່ອນ​ໄຂ​ສຳຄັນ​ຕ້ອງ​ໄດ້​ນຳ​ເຂົ້າ ​ໂດຍ​ມອບ​ໃຫ້​ເຈົ້າ​ໜ້າ​ທີ່​ແຂວງ​ເປັນ​ຜູ້​ຕິດຕາມ.

ທ່ານ ທອງ​ປົນ ກິ່ງ​ຄຳ​ເພັດ ຮ້ອງ​ຜູ້ອຳນວຍການ ບໍລິສັດ ຊີມັງ​ລາວ ຈຳ​ກັດ ກ່າວ​ວ່າ: ສປປ ລາວ ມີ​ໂຮງງານ​ຜະລິດ​ຊີມັງ​ທັງ​ໝົດ 9 ​ແຫ່ງ ລວມກຳລັງ​ການ​ຜະລິດ​ໄດ້​ທັງ​ໝົດ​ປະມານ 4.740.000 ​ໂຕນ/ປີ ​ເຊິ່ງ​ເຫັນ​ວ່າ​ຍັງ​ບໍ່ພຽງພໍ​ກັບ​ຄວາມ​ຕ້ອງການ​ຊົມ​ໃຊ້​ພາຍ​ໃນ ​ໂດຍ​ສະ​ເພາະ​ບາງ​ໂຄງການ​ລົງທຶນ​ໃຫຍ່ໆ​ແມ່ນ​ສັ່ງ​ມາ​ແຕ່​ຕ່າງປະ​ເທດ​ເລີຍ ​ແລະ ບາງ​ທ້ອງ​ຖິ່ນ​ທີ່​ການ​ຂົນ​ສົ່ງ​ເຂົ້າ​ບໍ່​ເຖິງ ​ໂດຍ​ສະ​ເພາະ​ເຂດ​ທີ່​ຕິດ​ກັບ​ຊາຍ​ແດນ​ກໍ່​ນຳ​ເຂົ້າ​ມາ​ເລີຍ ລາຄາ​ກໍ່​ຖືກ​ກວ່າ.

ຢ່າງ​​ໃດ​ກໍ່ຕາມ ​ເບິ່ງ​ພາບ​ລວມ​ແລ້ວ​ຕະຫຼາດ​ຊີມັງ​ກຳລັງ​ເປັນ​ທີ່​ສົນ​ໃຈ​ຂອງ​ນັກ​ລົງທຶນ​ຫຼາຍ​ຂຶ້ນ ​ໂດຍ​ປັດຈຸບັນ ກຸ່ມ​ບໍລິສັດ​ເອັສຊີ​ຈີ ຂອງ​ໄທ ​ແລະ ກຸ່ມ​ບໍລິສັດສຸກ​ສົມ​ບູນ ຂອງລາວ ກໍ່​ໄດ້​ລົງມື​ສ້າງ​ໂຮງງານ​ຊີມັງ​ຂະໜາດ​ໃຫຍ່​ຂຶ້ນ​ທີ່​ແຂວງ​ຄຳ​ມ່ວນ ​ເພື່ອ​ຮອງ​ຮັບການ​ລົງທຶນ​ໂຄງການ​ໃຫຍ່​ໃນ​ລາວ ​ແລະ ຕະຫຼາດ​ເອອີ​ຊີ.

​ແຕ່​ສິ່ງ​ທ້າ​ທາຍ​ຂອງ​ອຸດສາຫະກຳ​ຊີມັງ​ລາວ ກໍ່​ຄື​ເລື່ອງ​ພະລັງ​ງານ​ຖ່ານ​ຫີນ​ເຊິ່ງມີ​ໜ້ອຍ ຂະນະ​ທີ່​ປະ​ເທດ​ອື່ນ​ນຳ​ໃຊ້​ພະລັງງານ​ທາງ​ເລືອກ​ທີ່​ຖືກ​ກວ່າ.

ສ່ວນ​ອຸດສາຫະກຳ​ເຫຼັກ ກໍ່​ປະ​ເຊີ​ນກັບ​ການ​ແຂ່ງຂັນ​ທີ່​ສູງ​ຂຶ້ນ​ນັບ​ມື້ ​ໂດຍ​ສະ​ເພາະ​ການ​ສ້າງ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ຜະລິດ​ຕະພັນ​ພາຍ​ໃນ​ຕໍ່​ຜູ້​ຊົມ​ໃຊ້ ​ແລະ ການ​ປັບປຸງ​ກຳລັງ​ການ​ຜະລິດ ​ແລະ ຄຸນ​ນະພາບ ​ເພື່ອ​ຮອງ​ຮັບ​ກັບ​ຕະຫຼາດ​ເອອີ​ຊີ.

ທ່ານ ຄຳ​ຮຸ່ງ ​ໄຊ​ຈະ​ເລີ​ນ ຜູ້ອຳ​ນວຍ​ການ​ໂຮງງານ ຄຳ​ຮຸ່ງ​ໄຊ​ຈະ​ເລີ​ນ ອຸດສາຫະກຳ​ເຫຼັກ​ຈຳກັດ ​ໄດ້​ກ່າວ​ວ່າ: ອຸດສາຫະກຳ​ເຫຼັກ​ຂອງ​ລາວ​ມີ​ການ​ຂະຫຍາຍຕົວ​ຂຶ້ນ​ທັງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ​ເຫັນ​ໄດ້​ຈາກ 10 ປີ​ຄືນ​ຫຼັງ ບໍລິສັດ​ມາ​ສ້າງ​ຕັ້ງ​ໂຮງງານ​ຈຳໜ່າຍ​ເຫຼັກ ສະ​ເລ່ຍ 300 ​ໂຕນ/​ເດືອນ, ມາ​ເຖິງ​ປັດຈຸບັນ​ສາມາດ​ຈຳໜ່າຍ​ໄດ້ 1.500 – 1.700 ​ໂຕນ/​ເດືອນ. ຢ່າງ​ໃດ​ກໍ່ຕາມ ທ່າມກາງ​ການ​ແຂ່ງຂັນ ບັນດາ​ບໍລິສັດ​ທີ່​ນຳ​ວັດ​ຖຸດິບ​ເຂົ້າ​ມາ​ແປ​ຮູບ​ເພື່ອ​ຈຳໜ່າຍ​ຈະ​ບໍ່​ມີ​ຄວາມ​ສ່ຽງ​ໃນ​ຕະຫຼາດ ​ແລະ ລາຄາ ​ເນື່ອງ​ຈາກ​ຜູ້​ປະກອບ​ການ​ສາມາດ​ຮູ້​ລາຄາ ​ແລະ ຕົ້ນ​ທຶນ​ໄດ້, ​ແຕ່​ກຸ່ມ​ບໍລິສັດ​ທີ່​ເຮັດ​ການ​ຕົ້ມ ​ແລະ ຫຼອມ​ເຫຼັກ​ໂດຍ​ການ​ນຳ​ເຂົ້າ​ວັດຖຸ​ດິບ ​ແລ​ະ ​ໄດ້​ຈາກ​ການ​ເກັບ​ຊື້​​ເຫຼັກ​ເສດ​ພາຍ​ໃນ​ຈະ​ມີ​ຄວາມ​ທ້າ​ທາຍ​ໃນ​ດ້ານ​ລາຄາ, ການ​ສ້າງ​ຄຸນ​ນະພາ​ບ ​ແລະ ກ່າວ​ໄປ​ເຖິງ​ການ​ແຂ່ງຂັນ ​ເນື່ອງ​ຈາກ​ຂອດ​ວັດຖຸດິບ, ຄ່າ​ໄຟຟ້າ ​ແລະ ບັນຫາ​ອື່ນໆ​ທີ່​ເຮັດ​ໃຫ້​ຕົ້ນ​ທຶນ​ສູງ​ກວ່າ.

ທ່ານ ນາງ ສຸພາ​ລັກ ວົງ​ປະ​ເສີດ ​ເຈົ້າ​ຂອງ​ຮ້ານ​ຂາຍ​ເຄື່ອງ​ກໍ່ສ້າງ ​ໃນ​ນະຄອນຫຼວງ​ວຽງ​ຈັນ​ໄດ້​ກ່າວ​ວ່າ: ກຳລັງ​ການ​ຜະລິດ​ຊີມັງ ​ແລະ ​ເຫຼັກ​ຂອງ​ລາວ​ມີ​ພຽງພໍ, ປົກກະຕິ​ໃນ​ຂອບ​ເຂດ​ຂອງ​ຕົນ​ຂາຍ ( ​ເມື່ອ​ງຫາດ​ຊາຍ​ຟອງ ​ແລະ ​ເມືອງ​ໄຊ​​ເຊ​ດຖາ ) ​ເຊິ່ງ​ເຫັນ​ວ່າການ​ສະໜອງ ​ແລະ ຄວາມ​ຕ້ອງການ​ສ່ວນ​ໃຫຍ່​ແມ່ນ​ດຸ່ນດ່ຽງ​ກັນ ( ສິນຄ້າ​ພາຍ​ໃນ ​ແລະ ຕະຫຼາດ​ພາຍ​ໃນ ) ສ່ວນ​ລາຄາ​ຈຳໜ່າຍ​ແມ່ນ​ອີງ​ໃສ່​ກົນ​ໄກການ​ຕະຫຼາດ ຄື: ປັດຈຸບັນ​ຊີມັງ​ຂຽວ​ກາສິ​ງ ​​ໂຕນ​ລະ 7 ​ແສນ​ກີບ, ຊີມັງ​ແດງ​ກາກະທິງ 8,3 ​ແສນ​ກີບ/​ໂຕນ ສ່ວນວ່າ​ການ​ປັບ​ລາຄາ​ບາງ​ກໍລະນີ ສະ​ເລ່ຍບໍ່​ເກີນ 50 ພັນ​ກີບ ( ​ໃນ​ກໍລະນີ​ໂຮງງານຂາດ ​ເຊິ່ງມີ​ການ​ແຂ່ງຂັນ​ລະຫວ່າງ​ໂຮງງານ​ພາຍ​ໃນ ).

ສ່ວນ​ການ​ຊົມ​ໃຊ້​ເຫຼັກ ຖ້າ​ທຽບ​ໃສ່​ຊີມັງ​ກໍ່​ບໍ່​ແຕກ​ຕ່າງ​ກັນ​ຫຼາຍ ​ທ່ານ ນາງ ​ເຮືອງ ​ໂຊກ​ທະວີ ຜູ້ອຳນວຍການ​ຮ້ານ​ຄ້າ​ເຫຼັກ​ໂຊກ​ທະວີ ​ໃຫ້​ຮູ້​ວ່າ: ອັດຕາ​ການ​ຊົມ​ໃຊ້​ໃນ​ນະຄອນຫຼວງ​ວຽງ​ຈັນ​ໄດ້​ເພີ່ມ​ຂຶ້ນ​ຕາມ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດຖະກິດ ບັນດາ​ຫ້າງ​ຮ້ານ ​ຫຼື ຕົວ​ແທນ​ຈຳ​ໜ່າຍ​ທັງ​ພາຍ​ໃນ ​ແລະ ນັກ​ລົງທຶນ​ຕ່າງປະ​ເທດ​ໄດ້​ເພີ່ມ​ຂຶ້ນ ດ້ານ​ໜຶ່ງ​ຂອດ​ການ​ຜະລິດ​ຂອງ​ບໍ​ລິ​ສັດ​ພາຍ​ໃນ ​ແມ່ນ​ມີ​ຈຳກັດ​ຄວາມ​ຫຼາກ​ຫຼາຍ​ຂອງ​ຜະລິດ​ຕະພັນ ຖ້າ​ຈະ​ກ່າວ​ໄປ​ເຖິງ​ການ​ແຂ່ງຂັນ​ມີ​ທາງ​ດຽວ​ກໍ່​ຕ້ອງ​ຮັກສາ​ຄຸນ​ນະພາ​ບ ​ແລະ ລາຄາ​ໃຫ້​ສົມ​ດຸນ​ກັບ​ຕະຫຼາດ ​ໂດຍ​ສົມ​ທຽບ​ກັບປະ​ເທດ​ໃກ້​ຄຽງ ຫຼື ອາດ​ຈະ​ສ້າງ​ຄູ່​ຮ່ວມ​ລົງທຶນ​ກັບ​ຕ່າງ​ຊາດ ​ໂດຍ​ເນັ້ນ​ຜະລິດ​ຢູ່​ພາຍ​ໃນ ​ເພື່ອ​ຕັດ​ບັນຫາ​ຄ່າ​ຂົນ​ສົ່ງ​ຫຼຸດ​ຜ່ອນ​ຕົ້ນ​ທຶນ​ລົງ.

[ບົດ​ຂ່າວ: ໜັງສືພິມ​ເສດຖະກິດ-​ການ​ຄ້າ]