ລາວ-ມຽນມາ ຮ່ວມເປີດຂົວມິດຕະພາບ ຫວັງຍູ້ດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ
By sonsathit rasavong On 14 May, 2015 At 12:16 PM | Categorized As ຂ່າວພາຍໃນ | With 0 Comments

 

ສປປ ລາວ ແລະ ສສ ມຽນມາ ໄດ້ເປີດຂົວມິດຕະພາບແຫ່ງທຳອິດຢ່າງເປັນທາງການ ໃນວັນທີ 9 ພຶດສະພາ 2015 ໂດຍການເປັນກຽດເຂົ້າຮ່ວມຂອງ ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ເທັນເຊັນ ປະທານນາທິບໍດີແຫ່ງ ສສ ມຽນມາ.

ຂົວມິດຕະພາດລາວ-ມຽນມາ ນັບເປັນຂົວຂ້າມນ້ຳຂອງແຫ່ງທີ 5 ທີ່ເຊື່ອມຕໍ່ລາວ ກັບປະເທດເພື່ອນບ້ານ, ໂດຍ 4 ແຫ່ງເປັນຂົວຂ້າມນ້ຳຂອງທີ່ເຊື່ອມຕໍ່ລາວກັບໄທ.

ພິດເສດ ເປັນໂຄງການໜຶ່ງທີ່ຕ້ອງຈາລຶກໄວ້ໃນປະຫວັດສາດ, ເປັນຂົວທຳອິດທີ່ເຊື່ອມລາວ ກັບ ມຽນມາ,ເປັນຂົວລະດັບຊາດທີ່ໃຊ້ວິຊາການ ແລະ ກຳມະກອນທີ່ມາຈາກລາວ ແລະ ມຽນມາ ເທົ່ານັ້ນ. ເປັນຂົວຂ້າມນ້ຳຂອງແຫ່ງທີ່ 3 ທີ່ຄົນລາວສ້າງເອງໃຊ້ງົບປະມານຂອງຕົນເອງ.

ຖັດຈາກ 2 ແຫ່ງທຳອິດທີ່ເຈົ້າອະນຸວົງສ້າງໃນປີ ຄສ 1808 ທີ່ເມືອງທ່າແຂກຫານະຄອນພະນົມ ແລະ ຄ.ສ 1810 ທີ່ບ້ານອຸບມຸງ ຫາສີຊຽງໃໝ່ ນະຄອນຫຼວງວຽງຈັນ.

ຂົວມິດຕະພາບລາວ-ມຽນມາ ຕັ້ງຢູ່ບ້ານຫ້ວຍກຸ່ມຫ່າງຈາກບ້ານຊຽງກົກໄປທາງທິດເໜືອປະມານ 13 ກິໂລແມັດ ຂຶ້ນກັບເມືອງລອງ ແຂວງຫຼວງນ້ຳທາ  ສປປ ລາວ ແລະ ປະມານ 500 ແມັດ ທາງໃຕ້ຂອງບ້ານຊຽງລາບ ເມືອງທ່າຂີ້ເຫຼັກ ລັດສານ ສສ ມຽນມາ, ເປັນການເຊື່ອມທາງຫຼວງເລກທີ່ 17 ຂອງລາວ ກັບທາງຫຼວງເລກທີ 4 ຂອງມຽນມາ.

ຂົວແຫ່ງນີ້ ໄດ້ລົງມືກໍ່ສ້າງໃນວັນທີ່ 16 ກຸມພາ 2013 ລວມໄລຍະເວລາກໍ່ສ້າງຕາມສັນຍາ 30 ເດືອນ ແຕ່ການກໍ່ສ້າງສຳເລັດກ່ອນແຜນການ 5 ເດືອນ ມີຄວາມຍາວ 691.6 ແມັດ, ກວ້າງ 10,9 ແມັດ, ມີທາງລົດແລ່ນ 2 ຊ່ອງຈາລະຈອນ ກວ້າງ 8,5 ແມັດ ທາງຍ່າງສອງເບື້ອງໆລະ 1,2 ແມັດ, ເປັນຂົວ​ທີ່​ມີຂາງປະສົມເຊິ່ງມີຂາງເຫຼັກຍາວ 360 ແມັດ ສູງ 12 ແມັດຢູ່ທາງກາງ ແລະ ຂາງເບຕົງຍາວ 331.6 ແມັດຢູ່ສອງຝັ່ງ.

ທາງເຂົ້າແຕ່ດ່ານຫາຂົວເບື້ອງລາວ ຍາວ 758 ແມັດ ແລະ ທາງເຂົ້າແຕ່ດ່ານຫາຂົວມຽນມາ ຍາວ 610 ແມັດ. ຕົວຂົວມີມູນຄ່າການກໍ່ສ້າງ 26 ລ້ານໂດລາສະຫະລັດ ເມື່ອລວມກັບດ່ານມີມູນຄ່າທັງໝົດ 32 ລ້ານໂດລາສະຫະລັດ ເຊິ່ງໃຊ້ງົບປະມານພາຍໃນຂອງລັດຖະບານລາວ ແລະ ມຽນມາ.

ຂົວແບບນີ້ອອກແບບໃຫ້ຮັບນ້ຳໜັກລົດບັນທຸກ 10 ລໍ້ໄດ້ 75 ໂຕນ, ຮັບແຮງສັ່ນຂອງແຜ່ນດິນໄຫວໃນລະດັບ 7.0 ຣິກເຕີ ແລະ ກຳປັ່ນລະດັບ 500 ໂຕນສາມາດແລ່ນຜ່ານໄດ້.

ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ກ່າວວ່າ: ການກໍ່ສ້າງຂົວມິດຕະພາບລະຫ່ວາງລາວ-ມຽນມາມາແຫ່ງທຳອິດ ໄດ້ເປັນການຕອບສະໜອງຄວາມມຸ່ງມາດປາດຖະໜາອັນແຮງກ້າຂອງລັດຖະບານ ກໍ່ຄືປະຊາຊົນສອງຊາດລາວ-ມຽນມາ ທັງສອງຄ່ອງກັບທ່າແຮງແຫ່ງການຮ່ວມມືເພື່ອພັດທະນາລະຫວ່າງບັນດາປະເທດໃນພາກພື້ນ ໃນການເຊື່ອມໂຍງເຂົ້າກັບບັນດາປະເທດໃນອະນຸພາກພື້ນອ່າງແມ່ນ້ຳຂອງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ທັງເປັນການກະກຽມເຂົ້າເປັນປະຊາຄົມເສດຖະກິດອາຊຽນ ຫຼື ເອອີຊີ ໃນປີ 2015.

ສປປ ລາວ ຈະຮ່ວມກັບຝ່າຍມຽນມານຳໃຊ້ຂົວແຫ່ງນີ້ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວ ແລະ ມຽນມາ ກໍ່ຄືໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຂອງສອງປະເທດລາວ – ມຽນມາ ແລະ ຂອງອະນຸພາກພື້ນຂອງເຮົາອີກດວ້ຍ.

 

[ບົດ​ຂ່າວ: ໜັງສືພິມ​ເສດຖະກິດ-​ການ​ຄ້າ]

Untitled-1

DSC_3903