ຫາລືສ້າງຮ່າງດຳລັດວ່າດ້ວຍ ນິຍາມວິສາຫະກິດຂະໜາດນ້ອຍ ແລະ ກາງ
By sonsathit rasavong On 29 Apr, 2015 At 11:37 AM | Categorized As ຂ່າວພາຍໃນ | With 0 Comments

 

ກົມ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈັດ​ກອງ​ປະຊຸມ​ປຶກສາຫາລື​ຄັ້ງ​ທີ 1 ຂອງຄະນະ​ຮັບຜິດຊອບ​ຄົ້ນ​ຄວ້າສ້າງ​ຮ່າງ​ດຳລັດ​ວ່າ​ດ້ວຍ ນິຍາມ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ​ເພື່ອ​ສ້າງ​ຄວາມ​ສາມາດ​ໃຫ້​ຜູ້​ປະກອບ​ການ​ໃນ​ຂະ​ແໜງ​ການ​ຜະລິດ​ສິນຄ້າ, ການ​ຄ້າ – ບໍລິການ ຫັນ​ເປັນ​ອຸດສາຫະກຳ​ທີ່​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ.

ທ່ານ ສຽວສະຫວາດ ສະ​ແຫວ​ງສຶກສາ ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ກ່າວ​ຕໍ່​ກອງ​ປະຊຸມ​ເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 23 ​ເມສາ ຜ່ານ​ມາ ທີ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ວ່າ: ການ​ປັບປຸງ​ນິຍາມ​ວ່າ​ດ້ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ (SME) ກໍ່​ເພື່ອ​ກຳນົດ​ແຮງ​ງານ​ສະ​ເລ່ຍປະຈຳ​ປີ​ຄືນ​ໃໝ່ ​ໂດຍ​ຈັດ​ແບ່ງ​ເປັນ​ແຕ່ລະ​ປະ​ເພດ ຫຼື ຂະ​ແໜງ​ການ ຄື: 1. ການ​ຜະລິດ, ການ​ຄ້າ ​ແລະ ການ​ບໍລິການ, 2. ການ​ກຳນົດ​ມູນ​ຄ່າ​ຊັບ​ສິນ​ທັງ​ໝົດ​ຄືນ​ໃໝ່​ໂດຍ​ຈັດ​ແບ່ງ​ເປັນ​ແຕ່ລະ​ປະ​ເພ​ດ ຫຼື ຂະ​ແໜງ​ການ ຄື: ການ​ຜະລິດ, ການ​ຄ້າ ​ແລະ ການ​ບໍລິການ, 3. ການ​ກຳນົດ​ຍອດ​ລາຍ​ຮັບ​ທຸລະ​ກິດ​ຕໍ່​ປີ​ຄືນ​ໃໝ່ ​ໂດຍ​ຈັດ​ແບ່ງ​ເປັນ​ແຕ່ລະ​ປະ​ເພດ ຫຼື ຂະ​ແໜງ​ການ ຄື: ການ​ຜະ​ລິດ, ການ​ຄ້າ ​ແລະ ການ​ບໍລິການ, 4. ການ​ກຳນົດ​ວິ​ສາ​ຫະກິດ​ຕື່ມ​ອີກ​ຂັ້ນ​ໜຶ່ງ ຄື: ຈຸນ​ລະວິ​ສາ​ຫະກິດ (Micro), ລວມ​ເປັນ 3 ຂັ້ນ ຄື: ຈຸນ​ລະວິ​ສາ​ຫະກິດ, ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ (MSME). ​ເນື່ອງ​ຈາກ​ວ່າ​ຢູ່​ຫຼາຍໆ​ປະ​ເທດ​ສະມາຊິກ​ອາ​ຊຽນ​​ແມ່ນ​ໄດ້​ປັບປຸງ​ຮູບ​ແບບ​ການ​ກຳນົດ MSME ​ແລ້ວ.

ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ ອຄ ກ່າວ​ຕື່ມ​ວ່າ: ການ​ສ້າງ​ນິຕິ​ກຳ​ໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​ຜັນ​ຂະຫຍາຍ​ຕາມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດຖະບານ ຕໍ່​ການ​ພັດທະນາ​ເສດຖະກິດ – ​ສັງຄົມ ທີ່​ນຳ​ໃຊ້​ທ່າ​ແຮງ​ຂະ​ແໜງ​ເສດຖະກິດ ກໍ່​ຄື​ບັນດາ​ຫົວໜ່ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ​ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ການ​ຜະລິດ​ສິນຄ້າ, ການ​ຄ້າ ​ແລະ ການ​ບໍລິການ​ທີ່​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ, ສ້າງ​ລາຍ​ຮັບ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ກໍ່​ຄື​ການ​ສ້າງ​ປັດ​ໄຈ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ ​ເຮັດ​ໃຫ້​ເສດຖະກິດ​ຂອງ​ຊາດ​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ລວມ​ໄປ​ເຖິງ​ແຜນການ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ພາກ​ພື້ນ ​ແລະ ສາກົນ.

​ເພາະ​ໄລຍະ​ຜ່ານ​ມາ, ບັນດາ​ຫົວໜ່ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ຍັງ​ປະສົບ​ບັນຫາ​ຫຼາຍ​ດ້ານ​ເປັນ​ຕົ້ນ​ແມ່ນ: 1. ບັນຫາ​ການ​ເຂົ້າ​ຫາ​ແຫຼ່ງທຶນ​ຂອງ SME ຍັງ​ມີ​ຂໍ້​ຈຳກັດ​ຍ້ອນ​ການ​ກຳນົດ​ມູນ​ຄ່າ​ຊັບ​ສິນ​ທັງ​ໝົດ​ໃນ​ນິຍາມ​ສະບັບ​ດັ່ງ​ກ່າວ​ແມ່ນ​ໄດ້​ກຳນົດ​ໃນ​ມູນ​ຄ່າ​ທີ່​ຕຳ່​ຫຼາຍ ສົ່ງ​ຜົນ​ໃຫ້ SME ​ເຂົ້າ​ຫາ​ແຫຼ່ງທຶນ​ບໍ່​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ຕ້ອງການ ​ເຮັດ​ໃຫ້ການ​ພັດທະນາ​ທຸລະ​ກິດ​ຂອງ SME ຂາດ​ສະພາບ​ຄ່ອງ​ທາງ​ດ້ານ​ການ​ເງິນ, 2. ​ແຮງ​ງານ​ສະ​ເລ່ຍປະຈຳ​ປີ​ຂອງ SME ຕາມ​ດຳລັດ​ບໍ່​ໄດ້​ຈັດ​ແບ່ງ​ເປັນ​ແຕ່ລະ​ຂົງ​ເຂດ ຫຼື ຂະ​ແໜງ​ການ​ຕ່າງໆ ອັນ​ສົ່ງ​ຜົນ​ໃຫ້ການ​ສົ່ງ​ເສີມ SME ຂອງ​ພາກສ່ວນ​ກ່ຽວຂ້ອງ​ມີ​ຄວາມ​ຫຍຸ້ງຍາກ ​ເພາະ​​ແຕ່ລະ​ຂະ​ແໜງ​ການ​ແມ່ນ​ນຳ​ໃຊ້​ຈຳນວນ​ແຮງ​ງານ​ທີ່​ແຕກ​ຕ່າງ​ກັນ ​ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ​ຄວນ​ຈະ​ຈັດ​ແບ່ງ​ຈຳນວນ​ແຮງ​ງານ​ເປັນ​ແຕ່ລະ​ປະ​ເພດ ຫຼື ຂະ​ແໜງ​ການ ​ເຊັ່່ນ: ຂະ​ແໜງ​ການ​ຜະລິດ​ເປັນ​ສິນຄ້າ, ການ​ຄ້າ ​ແລະ ການ​ບໍລິການ ​ເຊິ່ງມີ​ບາງ​ປະ​ເພດ​ທຸລະ​ກິດ​ທີ່​ນຳ​ໃຊ້​ຈຳ​ນວນ​ແຮງ​ງານ​ຈຳນວນ​ຫຼວງ​ຫຼາຍ ກໍ່​ຄວນ​ກຳນົດ​ແຮງ​ງານ​ເປັນ​ຕົວ​ເລກ​ທີ່​ສູງ​ໄວ້. ສ່ວນ​ປະ​ເພດ​ທຸລະ​ກິດ​ການ​ຄ້າຂາຍ​ຍົກ -​ ຂາຍຍ່ອຍ ​ແມ່ນ​ຄວນ​ກຳນົດ​ຈຳນວນ​ຕົວ​ເລກ​ຂອງ​ແຮງ​ງານ​ທີ່​ເໝາະ​ສົມ ​ເນື່ອງ​ຈາກ​ວ່າການ​ກຳນົດ​ຕົວ​ເລກ​ແຮງ​ງານ​ທີ່​ເໝາະ​ສົມ​ຂອງ​ແຕ່ລະ​ຂົງ​ເຂດ ຫຼື ຂະ​ແໜງ​ການ​ນັ້ນ​ຈະ​ສາມາດ​ສ້າງ​ຂໍ້​ສະດວກ​ໃຫ້​ແກ່​ການວາງ​ນະ​ໂຍບາຍ​ເພື່ອ​ສົ່ງ​ເສີມ ​ແລະ ພັດທະນາ SME ​ໃນ​ປັດຈຸບັນ, 3. ປັບປຸງ​ການ​ກຳນົດ​ຍອດ​ລາຍ​ຮັບ​ທຸລະ​ກິດ​ຕໍ່​ປີ​ຂອງ SME ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ການ​ສົ່ງ​ເສີມ ​ແລະ ພັດທະນາວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ​ໃນ​ປັດຈຸບັນ, 4. ການ​ກຳນົດ​ຈຸນ​ລະວິສາ​ຫະກິດ (Micro Enterprises) ​ແມ່ນ​ຍັງ​ບໍ່​ໄດ້​ຈັດ​ແບ່ງ​ຂະໜາດ​ດັ່ງກ່າວ​ສະ​ເພາະ​ເທື່ອ ​ເຊິ່ງ​ໃນ​ປັດຈຸບັນ​ເຫັນ​ວ່າ​ມີ​ຫຼາຍ​ພໍ​ສົມຄວນ​ ແຕ່​ໃນ​ເງື່ອນ​ໄຂ​ຂອງ​ຈຸນ​ລະວິສາ​ຫະກິດ​​ເຫຼົ່າ​​ນັ້ນ​ພັດ​ມີ​ຄວາມອາດ​ສາມາດ​ທີ່​ແຕກ​ຕ່າງ​ຈາກ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ.

[ບົດຂ່າວ: ໜັງ​ສື​ພິມ​ເສດຖະກິດ-​ການ​ຄ້າ]

???????????????????????????????

???????????????????????????????

???????????????????????????????