ບໍລິສັດ ລັດວິສາຫະກິດສະບຽງອາຫານ ເປີດຮ້ານຄ້າຈຳຫນ່າຍຊີ້ນ ແລະ ຜັກປອດສານພິດ
By admin On 20 Apr, 2015 At 01:21 PM | Categorized As ຂ່າວພາຍໃນ | With 0 Comments

ໃນ​ວັນ​ທີ 6 ​ເມສາ​ທີ່​ຜ່ານ​ມາ ທີ່​ຫ້ອງການ​ບໍລິສັດ ລັດ​ວິ​ສາ​ຫະກິດ ສະບຽງອາຫານ ນະຄອນຫລວງ​ວຽງຈັນ ​ໂດຍ​ການ​ຮ່ວມ​ພິທີ​ເປີດ​ຂອງ ທ່ານ ບຸນທຽນ ​ແກ້​ວສີພາ ຮັກສາ​ການ​ຫົວຫນ້າ​ກົມ​ການ​ຄ້າ​ພາຍ​ໃນ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ. ທ່ານ ​ເບີ​ລິນ ​ເພັດ​ຈັນທະ​ຣາດ ຫົວຫນ້າ​ພະ​ແນ​ກ ອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫລວງ​ວຽງຈັນ, ທ່ານ ​ເຈົ້າ​ເມືອງໆ ຈັນທະ​ບູລີ, ຜູ້ອຳນວຍການ ລັດ​ວິ​ສາ​ຫະກິດ ສະບຽງອາຫານ ນະຄອນຫລວງ​ວຽງຈັນ ພ້ອມ​ດ້ວຍ​ຜູ້​ປະກອບ​ການລ້ຽງສັດ ​ເຂົ້າ​ຮ່ວມ.  ບໍລິສັດ ລັດ​ວິ​ສາ​ຫະກິດ ສະບຽງອາຫານ ນະຄອນຫລວງ​ວຽງຈັນ ຈຳຫນ່າຍ​ຊີ້ນ, ປາ, ​ໄກ່, ​ໄຂ່ ​ແລະ ຜັກ​ປອດ​ສານພິດ ​ໃນ​ລາຄາ​ລັດຖະບານ​ຊີ້​ນຳ ​ເພື່ອ​ໃຫ້​ປະຊາຊົນ ​ໄດ້​ນຳ​ໃຊ້ ຜະລິດ​ຕະພັນ​ທີ່​ສະອາດ, ​ໄດ້​ນໍ້າຫນັກ​ເຕັມ ​ແລະ ລາຄາ​ຍຸຕິ​ທຳ.

ທ່ານ ຄຳ​ຫລ້າ ​ແສງ​ດາ​ວົງ ຜູ້ອຳນວຍການ ບໍລິສັດ​ລັດ​ວິ​ສາ​ຫະກິດ ສະບຽງອາຫານ ນະຄອນຫລວງ​ວຽງຈັນ ກ່າວ​ວ່າ ບໍລິສັດ ລັດ​ວິ​ສາ​ກິດ ສະບຽງອາຫານ ມີ​ຄວາມ​ພ້ອມ​ໃນ​ການ​ສະຫນອງ​ຊີ້ນ ຫມູ, ງົວ, ປາ, ​ໄກ່, ​ໄຂ່, ຜັກ​ປອດ​ສານພິດ ​ແລະ ລູກ​ຊີ້ນ​ຊະນິດ​ຕ່າງໆ ​ໃຫ້​ແກ່​ຊາວ​ນະຄອນຫລວງວຽງຈັນ

About -