ອວຍພອນປີໃໝ່ລາວ ພ.ສ 2558 ໃຫ້ຄະນະນຳກະຊວງ ອຄ
By sonsathit rasavong On 9 Apr, 2015 At 09:07 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ຕອນ​ເຊົ້າຂອງ​ມື້​ນີ້ ທ່ານ ສີຣິສຳພັນ ວໍຣະຈິດ ຫົວໜ້າ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື, ທ່ານ ບົວ​ຈັນ ບຸນ​ວົງ​ໄຊ ຮອງ​ຫົວໜ້າ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື ຜູ້​ທີ 1 ​ແລະ ທ່ານ ພູ​ວຽງ ພົງສາ ຮອງ​ຫົວໜ້າ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື​ ຜູ້​ທີ 2, ພ້ອມ​ດ້ວຍພະນັກງານ ຕ່າງ​ໜ້າ​ຈາກ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື ​ເຂົ້າມອບ​ກະຕ່າ​ຂອງຂວັນ​ອ່ວຍ​ພອນ​ປີ​ໃໝ່ ພ.ສ 2558 ໃຫ້​ຄະນະ​ນຳ​ກະ​ຊວງ​ອຸ​ດສາ​ຫະກຳ ​ແລະ ການ​ຄ້າ.

​ໃນ​ໂອກາດ​ດຽວ​ກັນ ທ່ານ ນາງ ​ເຂັມ​ມະນີ ພົນ​ເສ​ນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ ສຽວສະຫວາດ ສະ​ແຫວ​ງສຶກສາ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຜູ້​ທີ 1, ທ່ານ ບຸນ​ມີ ມະນີ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຜູ້​ທີ 2, ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຜູ້​ທີ 3, ກໍ​່​ໄດ້​ອວຍພອນ​ໄຊ ​ໃຫ້​ຫົວໜ້າ​ກົມ​ແຜນການ​ ​ແລະ ການ​ຮ່ວມ​ມື ພ້ອມ​ດ້ວຍ​ພະນັກງານ​ທຸກ​ຄົນ​ພາຍ​ໃນ​ກົມ ຈົ່ງ​ມີ​ແຕ່​ຄວາມສຸກ, ຄວາມ​ຈະ​ເລີ​ນ ​ແລະ ປະສົບ​ຜົນ​ສຳ​ລັດ​ໃນ​ໜ້າ​ທີ່​ການ​ງານຕະຫຼອດ​ປີ​ໃໝ່​ນີ້.

[ຂ່າວ: ສູນ​ສະຖິຕິ ​ແລະ ຂ່າວສານ]

???????????????????????????????

???????????????????????????????

???????????????????????????????

???????????????????????????????