ຮ່າງກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ ໄດ້ຜ່ານ ກອງປະຊຸມລັດຖະບານ ປະຈຳເດືອນ ວັນທີ 25 ມີນາ 2015.
By admin On 1 Apr, 2015 At 09:30 AM | Categorized As ຂ່າວພາຍໃນ | With 0 Comments

ພາຍຫຼັງທີ່ສຳເລັດຈັດກອງປະຊຸມຄົ້ນຄ້ວາ ແລະ ຮຽບຮຽງຮ່າງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ໃນລະຫວ່າງວັນທີ 4-11 ມີນາ 2015 ທີ່ກະຊວງ ຍຸຕິທໍາ ຄະນະຮັບຜິດຊອບຮ່າງກົດໝາຍດັ່ງກ່າວ ໄດ້ນໍາມາປັບປຸງ ແລະ ສົ່ງໃຫ້ກະຊວງ ຍຸຕິທຳ ເພື່ອສົ່ງຕໍ່ໃຫ້ ກົມເລຂາ ຫ້ອງການວ່າການລັດຖະບານ ເພື່ອນນຳເຂົ້າວາລະກອງປະຊຸມຄະນະລັດຖະບານ ປະຈຳເດືອນ ມີນາ 2015, ນອກນັ້ນ ຍັງໄດ້ລົງໃນ ຈົດໝາຍເຫດທາງລັດຖະການ www.laoofficialgazette.gov.la ເພື່ອໃຫ້ສັງຄົມໄດ້ປະກອບຄຳເຫັນ ຕາມກົດໝາຍວ່າດ້ວຍ ການສ້າງນິຕິກຳ.

ໃນວັນທີ 25 ມີນາ 2015 ທີ່ກອງປະຊຸມຄະນະລັດຖະບານ ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ. ຄະນະຮັບຜິດຊອບຄົ້ນຄ້ວາຮ່າງກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ ນຳໂດຍ ທ່ານ ນ. ເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງ ອຄ, ທ່ານ ບຸນມີ ມະນີວົງ ລັດຖະມົນຕີຊ່ວຍວ່າການ, ທ່ານ ບຸນທຽນ ແກ້ວມີພາ ຮັກສາການ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະຮັບຜິດຊອບສ້າງຮ່າງກົດໝາຍດັ່ງກ່າວຈຳນວນໜຶ່ງ, ໃນທີປະຊຸມ ທ່ານ ນ ເຂັມມະນີ ພົນເສນາ ລັດຖະມົນຕີວ່າ ການ ກະຊວງ ອຄ ໄດ້ລາຍງານຂັ້ນຕອນການ ສ້າງຮ່າງກົດໝາຍດັ່ງກ່າວ , ຈາກນັ້ນ ທ່ານປະທານກອງປະຊຸມໄດ້ມີ ຄຳ ຖາມເຈາະຈີ້ມ ແລະ ສະເໜີໃຫ້ບັນດາທ່ານ ສະມາຊິກລັດຖະບານ ປະກອບຄຳເຫັນ.
ຜ່ານການຄົ້ນຄ້ວາ ແລະ ປະກອບຄຳເຫັນບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມໄດ້ມີການປະກອບຄຳຄິດ ຄຳເຫັນໃສ່ຮ່າງ ກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງ. ກອງປະຊຸມໄດ້ເຫັນດີຮັບຮອງເອົາຊື່ກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ ແລະ ຜ່ານເນື້ອໃນຂອງຮ່າງກົດໝາຍ, ຕອນທ້າຍກອງປະ ຊຸມ ທ່ານ ນາຍົກລັດຖະມົນຕີ ໄດ້ແນະນໍາໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກໍຄືກອງເລຂາຄະນະຮັບຜິດຊອບ ໃນການຄົ້ນຄ້ວາ ແລະ ສ້າງຮ່າງກົດໝາຍຈົ່ງໄດ້ສືບຕໍ່ ປັບປຸງບາງເນື້ອໃນ ມາດຕາ ຕາມການປະ ກອບຄຳເຫັນຂອງຄະ ນະລັດຖະບານ ແລ້ວສົ່ງຄືນໃຫ້ຫ້ອງວ່າການລັດຖະບານ ເພື່ອນຳສົ່ງໃຫ້ສະພາແຫ່ງຊາດໃນຂັ້ນຕໍ່ໄປ.

About -